ຄະນະປະຈໍາສະພາແຫ່ງຊາດ ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈໍາປີ 2022 ແລະ ແຜນການປະຈໍາປີ 2023

ທ.ວ. 28, 2022

(ສພຊ) ຕອນເຊົ້າວັນທີ 28 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈໍາສະພາແຫ່ງຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ປະຈຳປີ 2022 ເເລະ ເເຜນການ ປະຈໍາປີ 2023; ຜົນການຕິດຕາມກວດກາການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕາມມະຕິ ສະບັບເລກທີ 62/ສພຊ, ລົງວັນທີ 8 ກໍລະກົດ 2022 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX.