(ສພຊ) – ເພື່ອປະຕິບັດຕາມພາລະບົດບາດຂອງສະພາແຫ່ງຊາດ (ສພຊ) ໃນການຕິດຕາມກວດກາ; ເພື່ອຕິດ ຕາມການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປະຕິບັດຄຳຕັດສິນຂອງສານ ສະບັບປັບປຸງປີ 2021 ແນໃສ່ຮັບປະກັນເຮັດໃຫ້ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ຄົບຖ້ວນ, ຖືກຕ້ອງຕາມກົດ ໝາຍທີ່ກຳນົດໄວ້ ແລະ ເພື່ອເປັນຂໍ້ມູນພື້ນຖານກະກຽມລາຍງານຕໍ່ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ກໍຄືກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສພຊ ຊຸດທີ IX ທັງເປັນບ່ອນອີງໃນການປຶກສາຫາລື ແລະ ສະເໜີພາກສ່ວນກ່ຽວ ຂ້ອງ ຄົ້ນຄວ້າມາດຕະການແກ້ໄຂ. ວັນທີ 10 ເມສາ 2024 ທີ່ສະພາປະຊາຊົນແຂວງ (ສພຂ) ຄຳມ່ວນ ໄດ້ຈັດກອງປະຊຸມຕິດຕາມກວດກາການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ໂດຍການເປັນປະທານຮ່ວມຂອງທ່ານ ພົຕ. ວົງສັກ ພັນທະວົງ ຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄຳມ່ວນ; ມີທ່ານຮອງປະທານ ສພຂ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12, ຕາງໜ້າຈາກສານປະຊາຊົນແຂວງ, ໄອຍະການປະຊາຊົນແຂວງ, ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ບັນດາພະແນກການ ແລະ ອົງການທີ່ກ່ຽວຂ້ອງຂອງແຂວງດັ່ງກ່າວ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການລາຍງານຂອງພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍກົດໝາຍວ່າ ດ້ວຍການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ສະບັບປັບປຸງປີ 2021 ແລະ ສະພາບການຈັດຕັ້ງປະຕິບັດວຽກງານປະຕິບັດ ຄໍາຕັດສິນຂອງສານແຕ່ລະຂັ້ນ; ການລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດດໍາລັດຂອງລັດຖະບານ ວ່າດ້ວຍຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ສະບັບເລກທີ 280/ນຍ, ລົງວັນທີ 09/8/2022 ຈາກບັນດາພະແນກການກ່ຽວ ຂ້ອງຂອງແຂວງ ເຊິ່ງບັນດາທ່ານຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກໃຫ້ເຫັນຂໍ້ສະດວກ, ດ້ານດີ, ຂໍ້ຫຍຸ້ງຍາກ, ດ້ານຄົງຄ້າງ, ສາ ເຫດທີ່ພາໃຫ້ມີການແກ່ຍາວ, ບໍ່ສາມາດຈັດຕັ້ງປະຕິບັດໄດ້, ສິ່ງທ້າທາຍຕ່າງໆ, ບາງບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂວຽກງານດັ່ງກ່າວໃນຕໍ່ໜ້າ.
(ຂ່າວ ແລະ ພາບ: ນາງ ກຸກກິກ ບຸດດາໄຊ)
ຄະນະປະຈໍາສະພາແຫ່ງຊາດ ຕິດຕາມກວດກາການຈັດຕັ້ງປະຕິບັດຄຳຕັດສິນຂອງສານຢູ່ແຂວງຄຳມ່ວນ
