loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານຍຸຕິທຳ ປະຈໍາປີ 2024.

ກ.ຍ. 19, 2024 | ເຂດ 12 ຄຳມ່ວນ

  ລະຫວ່າງວັນທີ 18-19 ກັນຍາ 2024 ທ່ານ ນາງ ບັງອອນ ໄຊຍະສິດ ກຳມະການປະຈໍາພັກແຂວງ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ຄະນະປະຈໍາສະພາປະຊາຊົນຂັ້ນແຂວງ, ພ້ອມດ້ວຍຄະນະທີມງານໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຍຸຕິທຳ ປະຈໍາປີ 2024, ຢູ່ທີ່ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ, ໂດຍການຕ້ອນຮັບ ແລະ ເຂົ້າຮ່ວມເຮັດວຽກຂອງບັນດາທ່ານ ຄະນະປະທານສານປະຊາຊົນແຂວງ, ຄະນະຫົວໜ້າອົງການໄອຍະການປະຊາຊົນແຂວງ, ຄະນະພະແນກຍຸຕິທຳແຂວງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ການລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຄັ້ງນີ້ ທ່ານຮອງປະທານ, ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນປີ 2024 ແລະ ທິດທາງແຜນການວຽກງານຕໍ່ໜ້າຂອງ ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ; ເປັນຕົ້ນ: ການດຳເນີນຄະດີຂອງສານ ຂັ້ນຕົ້ນ, ຂັ້ນອຸທອນ; ວຽກງານຂອງອົງການໄອຍະການປະຊາຊົນໃນການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ; ຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ; ການປະຕິບັດຄໍາຕັດສິນຂອງສານ; ການປະຕິບັດກົດໝາຍໃນການດຳເນີນຄະດີຢູ່ສານ; ການປະຕິບັດສະຖານທີ່ກັກຂັງ, ຄ້າຍຄຸມຂັງ-ດັດສ້າງ ແລະ ວຽກງານຂອງພະແນກຍຸຕິທຳແຂວງ ກ່ຽວກັບການ ກວດກາຄວາມສອດຄ່ອງທາງດ້ານກົດໝາຍໃນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍຂອງອົງການປົກແຂວງ, ວຽກງານໂຄສະນາເຜີຍແຜ່ກົດໝາຍ, ວຽກງານການສ້າງບ້ານ ແລະ ຄອບຄົວແບບຢ່າງປະຕິບັດກົດໝາຍ, ວຽກງານປະຕິບັດຄຳຕັດສິນຂອງສານ, ວຽກງານໜ່ວຍໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ, ວຽກງານຍຸຕິທໍາເດັກ, ວຽກງານສ້າງບຸກຄະລາກອນທາງດ້ານກົດໝາຍ; ພ້ອມນີ້, ຍັງໄດ້ສະເໜີຂໍ້ສະດວກ-ຫຍຸ້ງຍາກພ້ອມທັງ, ທິດທາງແຜນການແກ້ໄຂໃນຕໍ່ໜ້າ ແລະກອງປະຊຸມໄດ້ແລກປ່ຽນຄໍາຄິດ-ຄໍາເຫັນ ແລະ ມີຄໍາຊັກຖາມເຈາະຈີ້ມຕໍ່ບັນຫາທີ່ມີຄວາມສົນໃຈເພື່ອເປັນຂໍ້ມູນຮອບດ້ານນຳໄປຄົ້ນຄວ້າຊຸກຍູ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
  ໃນໂອກາດນີ້ທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄໍາເຫັນແລກປ່ຽນ ແລະທ່ານຍັງໄດ້ສະແດງຄວາມຂອບໃຈ ມາຍັງສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ ແລະ ພະແນກຍຸຕິທຳແຂວງ, ທີ່ໄດ້ ສະໜອງຂໍ້ມູນຮອບດ້ານໃຫ້ຄະນະທີ່ໄດ້ລົງມາເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານຄັ້ງນີ້ເຊິ່ງ ຈະເປັນຂໍ້ມູນພື້ນຖານອັນສຳຄັນ, ເປັນບ່ອນອີງທີ່ຈະສັງລວມໃຫ້ແກ່ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ທີ່ເປັນກຳມະການສັງກັດກຳມາທິການຍຸຕິທຳ ສະພາແຫ່ງຊາດ ແລະ ພ້ອມນັ້ນ, ເພື່ອລາຍງານຜົນການຕິດຕາມກວດກາ ຕໍ່ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ແລະ ກອງປະຊຸມສະໄໝມັນເທື່ອທີ 8 ຂອງສະພາປະຊາຊົນຂັ້ນແຂວງ ທີ່ຈະໄຂຂຶ້ນໃນຕໍ່ໜ້າ; ພ້ອມນັ້ນ ທ່ານ ຍັງໄດ້ສະເໜີໃຫ້ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ແລະ ສຶກສາອົບຮົມໃຫ້ພະນັກງານໜຸ່ມນ້ອຍຕ້ອງກໍາໄດ້ນະໂຍບາຍການຕ່າງປະເທດຂອງພັກ -ລັດ ເພື່ອເປັນພື້ນຖານອັນສໍາຄັນ, ສາມາດກໍານົດທິດທາງ, ໜ້າທີ່ໃນການພົວພັນ ແລະ ການເຊື່ອມໂຍງພາກພື້ນ ແລະ ສາກົນໃນຂົງເຂດກົດໝາຍ ແລະ ວຽກງານຍຸຕິທໍາ ໃຫ້ຖືກ ຕ້ອງ, ສອດຄ່ອງ ແລະ ມີຄຸນນະພາບສູງຂຶ້ນກວ່າເກົ່າ; ຄຽງຄູ່ກັນນັ້ນ, ຕ້ອງເພີ່ມທະວີການພົວພັນ, ການປະສານສົມທົບ, ການປະຕິບັດລະບອບການລາຍງານຕາມໜ້າວຽກໃນຂອບເຂດຄວາມຮັບຜິດຊອບຂອງຕົນລະຫວ່າງສາຍຕັ້ງ-ສາຍຂວາງ ໃຫ້ກົມກຽວ, ທັນເວລາ ແລະ ຖືກຕ້ອງກັບຕົວຈິງ; ໃນນັ້ນ, ໃຫ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບົດບັນທຶກການຮ່ວມມືລະຫວ່າງ 4 ພາກສ່ວນ ຄື: ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ ແລະ ກອງບັນຊາການ ປກສ ແຂວງ ທີ່ໄດ້ເປັນເອກະພາບໃນແຕ່ລະໄລຍະໃຫ້ເຂົ້າສູ່ຕົວຈິງຫຼາຍຂຶ້ນ ເພື່ອຮັບປະກັນໄດ້ຄວາມໂປ່ງໃສ ແລະ ເປັນທໍາ.
ໂດຍ: ເອື້ອ ມະໂນສິງ