ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ສະເໜີອົງການປົກຄອງແຂວງ ເອົາໃຈໃສ່ຕໍ່ກັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນທິດທາງແຜນການ 6 ເດືອນທ້າຍປີ 2024.

ກ.ກ. 25, 2024

ຕອນເຊົ້າຂອງວັນທີ 25 ກໍລະກົດ 2024 ທີ່ສະໂມສອນ 21 ມີນາ ແຂວງຄໍາມ່ວນ ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ບັງອອນ ໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ, ເຂົ້າຮ່ວມມີບັນດາທ່ານຄະນະປະທານ, ທ່ານ ເຈົ້າແຂວງຄໍາມ່ວນ, ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງ, ພ້ອມດ້ວຍ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງຄໍາມ່ວນ ຈາກ 10 ເມືອງ, ບັນດາທ່ານພະແນກການທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໃນວາລະຂອງການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງຄໍາມ່ວນຊຸດທີ II, ທ່ານ ນາງ ສາທິດ ຈັນສີ ກຳມະການຄະນະປະຈໍາສະພາປະຊາຊົນແຂວງ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ຂຶ້ນມີຄຳເຫັນ ຕໍ່ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍຂອງວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ 2021-2023, ປະຈໍາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ວ່າ: ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ສະເໜີອົງການປົກຄອງແຂວງ ເອົາໃຈໃສ່ຕໍ່ແຜນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກດັ່ງນີ້:
1). ກວດກາ ແລະ ປັບປຸງຄືນ ການແຕ່ງຕັ້ງຄະນະຮັບຜິດຊອບ ແລະກົງຈັກເສນາທິການຊ່ວຍວຽກຂອງວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂັ້ນແຂວງ, ຂັ້ນເມືອງໃຫ້ເປັນລະບົບຄົບຊຸດຕາມບົດແນະນຳສະບັບ ເລກທີ 02 /ຫສພ ລົງວັນທີ 21 ກຸມພາ 2023 ແລະ ແຈ້ງການ ຂອງຫ້ອງວ່າການສູນກາງພັກ ເລກທີ 106/ຫສພ ລົງວັນທີ 9 / 3 / 2023 ເພື່ອຍົກສູງປະສິດທິພາບ ແລະປະສິດທິຜົນການເຄື່ອນໄຫວວຽກງານ ຄວບຄູ່ໄປກັບການປັບປຸງກົນໄກການປະສານງານ ເພື່ອເອກະພາບດ້ານຄາດໝາຍ ຂອງສະພາປະຊາຊົນຂັ້ນແຂວງ ທີ່ໄດ້ຮັບຮອງ, ການຈັດສັນງົບປະມານ ວິທີການຈັດຕັ້ງປະຕິບັດໃຫ້ໄປລວງດຽວກັນ ລວມສູນຢ່າງມີຈຸດສຸມແທ້ ແລະການນຳພາ-ຊີ້ນຳວຽກງານກໍ່ສ້າງຮາກຖານການເມືອງ, ວຽກພັດທະນາຊົນນະບົດ ແລະ ວຽກງານ 3 ສ້າງ ໄປພ້ອມໆກັນ ແລະ ມີຄວາມເປັນເອກະພາບກັນ;
2). ຕ້ອງຈັດສັນງົບປະມານ ແລະ ລາຍຮັບເກີນແຜນ ສະເພາະ ໃຫ້ວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ໃຫ້ແຕ່ລະຂະແໜງການ, ເອົາໃຈໃສ່ຕິດຕາມກວດກາການນຳໃຊ້ງົບປະມານການຊ່ວຍເຫຼືອລ້າ, ກອງທຶນຕ່າງໆ ເພື່ອໃຫ້ງົບປະມານພຽງພໍ ແລະມີຈຸດສູມ ຮັບປະກັນ ມາດຖານຂອງຂະແໜງການ ທີ່ບໍ່ບັນລຸຕາມແຜນການ ເປັນຕົ້ນ: ເສັ້ນທາງຄົມມະນາຄົມທີ່ບໍ່ສາມາດທຽວໄດ້ສອງລະດູ, ພື້ນຖານໂຄງລ່າງທີ່ຈຳເປັນໃຫ້ແກ່ການຜະລິດສະບຽງອາຫານ ແລະຜະລິດເປັນສິນຄ້າ, ນຳໃຊ້, ອາສາສະມັກ ແພດ-ໝໍ, ວິຊາການ ນຳພາການຜະລິດ, ເພື່ອຈັດຕັ້ງປະຕິບັດ ບັນດາຄາດໝາຍພັດທະນາຊົນນະບົດແລະ ແກ້ໄຂຄວາມທຸກຍາກໃຫ້ບັນລຸຢ່າງມີຈຸດສຸມ ແລະ ສຳເລັດຕາມຄາດໝາຍ;
3).ສ້າງທຸກເງື່ອນໄຂໃຫ້ປະຊາຊົນສາມາດ ເຂົ້າເຖິງສິນເຊື່ອ ໄດ້ສະດວກ, ວ່ອງໄວ ທັງໃຫ້ຄວາມຮູ້ກ່ຽວກັບການຕະຫຼາດ ເພື່ອສົ່ງເສີມການຜະລິດເປັນສິນຄ້າຂອງປະຊາຊົນ ສົ່ງເສີມແລະ ຍູ້ແຮງ ຂະບວນການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທູກຍາກ ຂອງປະຊາຊົນ ຢ່າງມີຈຸດສຸມ ຮັບປະກັນຄວາມຍືນຍົງ ດ້ວຍການປຸກລະດົມການມີສ່ວນຮ່ວມຂອງປະຊາຊົນ ຈັດຕັ້ງກຸ່ມການຜະລິດ ແລະ ການບໍລິການດ້ວຍການ ລົງທຶນຂອງລັດ ແລະ ເອກະຊົນ ເພື່ອສຸມໃສ່ການປຸງແຕ່ງຢູ່ຊົນນະບົດໃຫ້ເປັນຮູບປະທຳຫລາຍຂື້ນ;
4). ແຍກບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ອອກຈາກບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລ້ວລາຍງານຕໍ່ກອງປະຊຸມ ຂອງສະພາປະຊາຊົນແຂວງ ແຕ່ລະສະໄໝ;
5). ຕໍ່ກັບ ມາດຕະການໃນການຈັດຕັ້ງປະຕິບັດ ໂດຍສະເພາະ ດ້ານນະໂຍບາຍ, ດ້ານກົນໄກ, ດ້ານງົບປະມານ ແລະດ້ານບຸກຄະລາກອນ ຕ້ອງໄດ້ສ້າງກົນໄກປະສານງານລະຫວ່າງອົງການປົກຄອງແຂວງ ກັບ ສະພາປະຊາຊົນຂັ້ນແຂວງ ແລະ ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ເພື່ອໃຫ້ໄດ້ເຄື່ອນໄຫວຕາມສິດ ແລະ ໜ້າທີ່ ໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາຄາດໝາຍ ຂອງວຽກງານພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກ ຕາມມະຕິຂອງສະພາປະຊາຊົນແຂວງ ຄຳມ່ວນ ໃນແຕ່ລະຄັ້ງທີ່ໄດ້ຮັບຮອງ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ໂດຍ: ເອື້ອ ມະໂນສິງ