
ຕອນເຊົ້າຂອງວັນທີ 2 ກັນຍາ 2022 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ອຸດົມໄຊ ໄດ້ຈັດກອງປະຊຸມວິສາ ມັນຂອງຄະນະປະຈຳສະພາປະຊາຊົນແຂວງ ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ ແລະ ຮອງເລຂາທິການສະພາປະຊາຊົນແຂວງ ເຂົ້າຮ່ວມ.


ຈຸດປະສົງການຈັດກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື ວຽກງານອັນຮີບດ່ວນ ຊຶ່ງມີ 4 ວຽກງານຄື: ການກະກຽມຮັບຕ້ອນ ບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ທີ່ຈະມາມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືໄພພິບັດນໍ້າຖ້ວມ; ສະຖານທີ່ຮອງຮັບເຄື່ອງທີ່ໄດ້ຮັບການຊ່ວຍເຫຼືອຈາກພາກສ່ວນຕ່າງໆ; ການລົງຕິດ ຕາມກວດ, ຊຸກຍູ້ ບໍລິສັດລາວຊິນຫຼົງ ພັດທະນາອຸດສາຫະບໍ່ແຮ່ ຈໍາກັດ ທີ່ເມືອງປາກແບງ ແລະ ການລົງເຜີຍແຜ່ ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II. ບັນດາທ່ານຄະນະປະຈໍາສະພາ ໄດ້ມີຄໍາຄິດຄໍາເຫັນແລກປ່ຽນ ບັນຫາດັ່ງກ່າວ, ຊຶ່ງບາງວຽກງານໄດ້ມີການປ່ຽນແປງແຜນການ ເຄື່ອນໄຫວ ເປັນຕົ້ນແມ່ນ: ວຽກງານການລົງຕິດຕາມກວດກາ ແມ່ນຈະໄດ້ແບ່ງເປັນ ຄະນະ, ວຽກງານການລົງເຜີຍແຜ່ ແມ່ນຈະໄດ້ເລື່ອນໄປ ຢູ່ບາງເມືອງ ໂດຍສະເພາະແມ່ນ 2 ເມືອງ ຄື: ເມືອງຫຼາ ແລະ ເມືອງນາໝໍ້ ຍ້ອນວ່າ ປະຊາຊົນຫຼາຍບ້ານໄດ້ຖືກຜົນກະທົບຈາກ ໄພພິບັດນໍ້າຖ້ວມຢ່າງຮ້າຍແຮງ ຊຶ່ງປັດຈຸບັນນີ້ແມ່ນ ກໍາລັງຟື້ນຟູຜົນກະທົບບັນຫາດັ່ງກ່າວ.


ນອກນັ້ນ, ຍັງໄດ້ປຶກສາຫາລືກັນ ເອກະພາບກັນຫຼາຍບັນຫາ. ເພື່ອສືບຕໍ່ລົງຕິດຕາມ, ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ປະຊາ ຊົນ ທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມ ຄະນະປະຈໍາສະພາປະຊາຊົນແຂວງ ຈຶ່ງຕົກລົງເຫັນດີແຕ່ງຕັ້ງຄະນະຮັບຜິດຊອບ ວຽກງານໄພພິບັດນໍ້າຖ້ວມ ແລະ ກອງເລຂາຊ່ວຍວຽກ.
ພາບລຂ່າວ: ສພຂ