ຄະນະປະຈຳ ສພຂ ແລະ ຄະນະ ສສຊ ສະຫຼຸບການເຄື່ອນໄຫວປະຈຳເດືອນ ມີນາ 2025

ມ.ຖ. 28, 2025 | ເຂດ 14 ສາ​ລະ​ວັນ

 ວັນທີ 25 ມີນາ 2025 ນີ້ ທີ່ສະພາປະຊາຊົນແຂວງສາລະວັນ ໄດ້ຈັດກອງປະຊຸມສອງວາລະຄື: ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປະຈຳເດືອນ ມີນາ ແລະ ກຳນົດທິດທາງແຜນການການເຄື່ອນໄຫວຽກງານ ປະຈຳເດືອນ ເມສາ 2025 ຂອງຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14; ໂດຍການເປັນປະທານກອງປະຊຸມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານ ຄະນະປະຈໍາ ສະພາປະຊາຊົນແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກທີ 14, ເຂົ້າຮ່ວມມີບັນດາທ່ານຄະນະປະຈໍາ ສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 14, ປະທານ-ຮອງປະທານຄະນະກໍາມະການ, ຄະນະເລຂາທິການ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າຂະແໜງເຂົ້າຮ່ວມ.

ໃນທີ່ປະຊຸມ ໄດ້ຮັບຟັງການຜ່ານສອງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານພົ້ນເດັ່ນ ປະຈໍາເດືອນ ມີນາ 2025 ຄື: ໄດ້ອອກມະຕິຂອງຄະນະປະຈໍາສະພາປະຊາຊົນແຂວງ ຈໍານວນ 02 ສະບັບ,  ປັບປຸງກໍານົດໜ້າວຽກໃນຂະແໜງການຄືນໃໝ່, ຍ້າຍວຽກຄະນະປະຈໍາສະພາປະຊາຊົນແຂວງ ໃຫ້ຂະແໜງການໃໝ່ຮັບຜິດຊອບ, ໄດ້ຮັບຄຳຮ້ອງຂໍຄວາມເປັນທຳຂອງປະຊາຊົນ ເຂົ້າໃໝ່ຈຳນວນ 01 ເລື່ອງ, ໄດ້ຮັບຄຳສະເໜີຂອງປະຊາຊົນເຂົ້າໃໝ່ 01 ເລື່ອງ ນອກນັ້ນຍັງໄດ້ຕ້ອນຮັບ ແລະ ໃຫ້ຄໍາປືກສາທາງດ້ານກົດໝາຍແກ່ປະຊາຊົນ ຈໍານວນ 02 ຄັ້ງ ຈໍານວນ 5 ເທື່ອຄົນ ໄດ້ເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບທີ່ດີນທີ່ຖືກຜົນກະທົບຈາກໂຄງການປູກກ້ວຍ ຢູ່ເຂດບ້ານໜອງບົວນ້ອຍ ເມືອງສາລະວັນ ແຂວງສາລະວັນ, ສໍາເລັດການສັງລວມການຄໍາສະເໜີຂອງປະຊາຊົນ, ສຳເລັດບົດລາຍງານການເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ lX ແລະ ສະພາປະຊາຊົນແຂວງສາລະວັນ ຊຸດທີ ll ສົ່ງລາຍງານສະພາແຫ່ງຊາດ, ສຳເລັດການພົບປະແລກປ່ຽນບົດຮຽນ ລະຫວ່າງ ສະພາປະຊາຊົນແຂວງສາລະວັນ ກັບ ສະພາປະຊາຊົນແຂວງຫຼວງນໍ້າທາ ທີ່ນະຄອນຫຼວງວຽງຈັນ, ເຂົ້າຮ່ວມກອງປະຊຸມສະໄຫມວິສາມັນ ເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ IX.

ໂດຍລວມສ່ອງແສງໃຫ້ເຫັນຄວາມເປັນເຈົ້າການບຸກບືນເອົາໃຈໃສ່ ນໍາພາ-ຊີ້ນໍາ ວຽກງານຮອບດ້ານຂອງຄະນະປະຈໍາສະພາປະຊາຊົນແຂວງ ແລະ ຄະນະສະມາຊິກສະພາແຫ່ງຊາດ ເຂດເລຶອກຕັ້ງທີ 14 ມີຄວາມສາມັກຄີເປັນເອກະພາບພາຍໃນ, ຈີ່ງເຮັດໃຫ້ວຽກງານຫຼາຍດ້ານມີຜົນສໍາເລັດມີການກໍານົດແຜນການເຄື່ອນໄຫວວຽກງານຂອງຕົນ ຢ່າງເປັນລະບົບຕໍ່ເນື່ອງໃນແຕ່ລະເດືອນລະອຽດ ມີລະບອບການສ່ອງແສງລາຍງານຢ່າງເປັນປົກກະຕິ. ຈາກນັ້ນ, ປະທານກອງປະຊຸມໄດ້ເປີດກວ້າງໃຫ້ຜູ້ທີ່ເຂົ້າຮ່ວມ ໄດ້ປຶກສາຫາລື ແລະ ປະກອບຄໍາຄິດຄໍາເຫັນ ຢ່າງເປັນເຈົ້າການ ຕິດພັນກັບການປະຕິບັດໜ້າທີ່ຂອງຕົນ ເພື່ອປະກອບຄໍາຄິດຄໍາເຫັນເຂົ້າໃສ່ສອງຮ່າງບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.

ພ້ອມດຽວກັນ ກອງປະຊຸມກໍ່ໄດ້ກຳນົດແຜນວຽກທີ່ສຳຄັນ ເພື່ອສືບຕໍ່ເຄື່ອນໄຫວວຽກງານ ປະຈໍາເດືອນ ເມສາ ເປັນຕົ້ນ: ສືບຕໍ່ຊຸກຍູ້ການປະຕິບັດກົດໝາຍປະສານສົມທົບກັບບັນດາເມືອງ ແລະ ມອບໃຫ້ ສະມາຊິກສະພາປະຊາຊນແຂວງ ປະຈຳເມືອງ ອອກມະຕິ ຂອງສະພາປະຊາຊົນແຂວງ ເພື່ອຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປະຈຳປີ 2024 ແລະ ແຜນການປະຈໍາປີ 2025, ໃຫ້ສໍາເລັດພົບປະແລກປ່ຽນບົດຮຽນ ລະຫວ່າງຂອງສະພາປະຊາຊົນ 04 ແຂວງພາກໃຕ້ ທີ່ສະພາປະຊາຊົນແຂວງສາລະວັນ ຈະເປັນເຈົ້າພາບ ແລະ ກະກຽມຈັດພິທີເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ lX ໃຫ້ບັນດາຜູ້ມີສິດເລືອກຕັ້ງ ອ້ອມຂ້າງແຂວງ ແລະ ເມືອງໄດ້ຮັບຮູ້ເຂົ້າໃຈຢ່າງກວ້າງຂວາງ.

ຂ່າວ: ນາງ ຈັນທີ ດວງປັນຍາ