ຄະນະປະຈຳສະພາແຫ່ງຊາດ ສະເໜີລັດຖະບານເອົາໃຈໃສ່ 12 ມາດຕະການ

ມ.ຖ. 14, 2024 | SlideMobile, ຂ່າວເດັ່ນ

…………………………………………………………………………..
ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຄາດໝາຍທິດທາງ ແລະ ແຜນວຽກງານຈຸດສຸມ 6 ເດືອນທ້າຍປີ 2024 ຂອງລັດຖະບານ, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ ໄດ້ສະເໜີເອົາໃຈໃສ່ບາງມາດຕະການເພີ່ມຕື່ມ ດັ່ງນີ້:
1. ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ.
2. ສຸມໃສ່ປະຕິບັດຄາດໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນ ຕາ ແລະ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ແກ້ໄຂບັນຫາຢາເສບຕິດ ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດສໍາລັບປີ 2024 ໃຫ້ບັນລຸຕາມແຜນການ ດ້ວຍການຈັດ ຕັ້ງປະຕິບັດບັນດາມາດຕະການທີ່ໄດ້ກຳນົດຢ່າງເຂັ້ມງວດ, ໃນນັ້ນ ໃຫ້ສຸມໃສ່ແກ້ໄຂບັນຫາທີ່ເຄັ່ງຮ້ອນດ້ານເສດຖະກິດ-ສັງຄົມໃນປັດຈຸບັນ ເປັນຕົ້ນ:
1) ແກ້ໄຂບັນຫາເງິນເຟີ້ ແລະ ລາຄາສິນຄ້າທີ່ຈໍາເປັນ ເປັນຕົ້ນອາຫານ, ນໍ້າມັນເຊື້ອໄຟ, ເຄື່ອງອຸປະໂພກ-ບໍລິ ໂພກ ທີ່ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ໂດຍສືບຕໍ່ຈັດຕັ້ງປະຕິບັດມາດຕະການໃຫ້ເປັນລະບົບຄົບຊຸດ, ເຂັ້ມງວດ ຕິດພັນກັບທຸກຂະແໜງການຄື: (1) ມາດຕະການທາງດ້ານເງິນຕາ ລວມທັງມາດຕະການຕໍ່ອັດຕາແລກປ່ຽນ, (2) ມາດຕະການດ້ານການເງິນ-ງົບປະມານ, (3) ມາດຕະການດ້ານການຜະລິດ, (4) ມາດຕະການດ້ານການຄ້າ, (5) ມາດຕະການດ້ານຈິດຕະສາດ-ສັງຄົມ.
2) ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານວັດທະນະທຳ-ສັງຄົມ ເປັນຕົ້ນ (1) ເອົາໃຈໃສ່ປັບປຸງຄຸນນະພາບການສຶກສາ, ການສະໜອງຄູສອນ, ການປະລະການຮຽນ, ການອຸດໜູນຄູ-ແພດອາສາສະໝັກ; (2) ການສ້າງວຽກເຮັດງານທໍາ, ການສະໜອງ ແລະ ຄວາມຕ້ອງການແຮງງານໃຫ້ມີຄວາມສົມດຸນ ແລະ ຕອບສະໜອງຄວາມຕ້ອງການຂອງການພັດ ທະນາ ແລະ ການພັດທະນາຍົກລະດັບສີມືແຮງງານ; (4) ຄົ້ນຄວ້າເພີ່ມເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ-ລັດຖະ ກອນ, ທະຫານ-ຕຳຫຼວດ ໃຫ້ສອດຄ່ອງກັບສະພາບເງິນເຟີ້ ແລະ ອັດຕາແລກປ່ຽນໃນປັດຈຸບັນ; (5) ຄົ້ນຄວ້າເພີ່ມຄ່າແຮງງານຂັ້ນຕໍ່າໃຫ້ກຳມະກອນ ແລະ ຜູ້ອອກແຮງງານ, ແກ້ໄຂບັນຫາຄວາມທຸກຍາກ ແລະ ຄ່າຄອງຊີບຂອງປະຊາຊົນ ທີ່ຖີບໂຕຂຶ້ນສູງ; (6) ການປັບປຸງກອງທຶນປະກັນສຸຂະພາບ ແລະ ການຍົກສູງຄຸນນະພາບການບໍລິການຮັກສາສຸຂະພາບ.
3) ແກ້ໄຂບັນຫາເຄັ່ງຮ້ອນທາງດ້ານສິ່ງແວດລ້ອມ ເປັນຕົ້ນຜົນກະທົບຈາກການຂຸດຄົ້ນແຮ່ທາດ ໃຫ້ມີມາດຕະ ການແກ້ໄຂຢ່າງເຂັ້ມງວດຕໍ່ບັນດາໂຄງການທີ່ໄດ້ຮັບການປະເມີນຢູ່ໃນປະເພດ C+ ແລະ C ໃຫ້ມີການໂຈະ ເພື່ອປັບປຸງແກ້ໄຂຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ຢ່າງເຂັ້ມງວດ ແລະ ພິຈາລະນາຢຸດຕິການນໍາເຂົ້າຂີ້ເຫຍື້ອ ຄຽງຄູ່ກັບການຄຸ້ມຄອງຂີ້ເຫຍື້ອຢູ່ພາຍໃນ ໃຫ້ມີການເອົາມານໍາໃຊ້ຄືນໃໝ່ (recycle) ແລະ ພິຈາລະນາຄວບຄຸມ ແລະ ຫຼຸດຜ່ອນການສົ່ງອອກວັດຖຸດິບບາງລາຍການ ທີ່ຍັງມີຄວາມຕ້ອງການຊົມໃຊ້ພາຍໃນ ເປັນຕົ້ນ ຂີ້ເບຍ ແລະ ອື່ນໆ ເພື່ອຮັບປະກັນການຊົມໃຊ້ພາຍໃນໃຫ້ພຽງພໍ ໂດຍສະເພາະການຜະລິດຫົວອາຫານສັດ.
4) ແກ້ໄຂຜົນການກວດສອບ ແລະ ກວດກາ ຕາມທີ່ໄດ້ກຳນົດໃນມະຕິກອງປະຊຸມສະພາແຫ່ງຊາດ.
3. ສຸມໃສ່ກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2025 ຕິດພັນກັບການສ້າງບັນຊີໂຄງການລົງທຶນຂອງລັດ ໂດຍມີການປະສານສົມທົບແຕ່ຫົວທີກັບສະພາແຫ່ງຊາດ ກ່ອນນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX.
4. ຈັດຕັ້ງປະຕິບັດນະໂຍບາຍເພື່ອສ້າງສະພາບແວດລ້ອມການລົງທຶນ, ການດໍາເນີນທຸລະກິດຢ່າງສະ ດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ; ສົ່ງເສີມການແຂ່ງຂັນ, ການລົງທຶນ FDI ດ້ວຍມາດຕະການບຸລິມະສິດທີ່ແຂງ ແຮງ; ສືບຕໍ່ດຶງດູດເອົາການລົງທຶນຢ່າງມີຈຸດສຸມ ເພື່ອສ້າງໃຫ້ເກີດມີຖານການຜະລິດທີ່ໝັ້ນຄົງ, ມີການປຸງແຕ່ງ ໂດຍສະ ເພາະແມ່ນໂຄງການຜະລິດເພື່ອສົ່ງອອກໃນຂະແໜງການທີ່ ສປປລາວ ມີທ່າແຮງ.
5. ຈັດສັນກອງທຶນທາງໃຫ້ສຳເລັດ ແລະ ສູ້ຊົນບູລະນະສ້ອມແປງເສັ້ນທາງທີ່ເປ່ເພ ແລະ ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃຫ້ສໍາເລັດ ໂດຍມີການຈັດລຽງບຸລິມະສິດໃນການດຸ່ນດ່ຽງ ແລະ ໃຫ້ແທດເໝາະກັບສະພາບການຕົວຈິງຂອງແຕ່ລະທ້ອງຖິ່ນ ຮັບປະກັນການຄົມມະນາຄົມ-ຂົນສົ່ງ ກັບຄືນສູ່ສະພາບປົກກະຕິໂດຍໄວ, ເພີ່ມທະວີການຄຸ້ມຄອງ ແລະ ກວດກາລົດບັນທຸກສິນຄ້ານໍ້າໜັກເກີນ ແລະ ຄົ້ນຄວ້າປັບປຸງນິຕິກຳໃຕ້ກົດໝາຍກ່ຽວກັບມາດຕະ ການຕໍ່ຜູ້ລະເມີດການຂົນສົ່ງບັນທຸກນໍ້າໜັກເກີນ, ຮີບຮ້ອນກໍ່ສ້າງຕະຝັ່ງເຈື່ອນທີ່ເປັນຈຸດຫຼໍ່ແຫຼມ ແລະ ຈຸດທີ່ມີການເຊາະເຈື່ອນຢ່າງຮ້າຍແຮງ ໃຫ້ຈັດເປັນໂຄງການບຸລິມະສິດເຂົ້າໃນແຜນການລົງທຶນຂອງລັດ ເພື່ອປົກປັກຮັກສາເຂດນໍ້າແດນດິນຂອງ ສປປລາວ ໄວ້.
6. ຊຸກຍູ້ສົ່ງເສີມການຜະລິດໃຫ້ແຂງແຮງຂຶ້ນກວ່າເກົ່າ ພ້ອມທັງຄົ້ນຄວ້າປະເມີນຄືນບັນດາລາຍການສິນຄ້າທີ່ສາມາດຜະລິດໄດ້ ເປັນຕົ້ນ ຝຸ່ນ, ອາຫານສັດ, ສະບຽງອາຫານ ທີ່ຮັບປະກັນການສະໜອງ ແລະ ຊົມໃຊ້ຢູ່ພາຍໃນໃຫ້ມີຄວາມພຽງພໍ ພ້ອມທັງມີກົນໄກປະສານສົມທົບລະຫວ່າງຂະແໜງກະສິກຳ ແລະ ປ່າໄມ້ ກັບ ຂະແໜງອຸດສາຫະກຳ ແລະ ການຄ້າ ຄົ້ນຄວ້າກຳນົດມາດຕະການຈຳກັດການນໍາເຂົ້າສິນຄ້າໃນລາຍການທີ່ສາມາດຜະລິດໄດ້ຢູ່ພາຍໃນທົດແທນການນໍາເຂົ້າ ເພື່ອສົ່ງເສີມການຜະລິດພາຍໃນໃຫ້ຫຼາຍຂຶ້ນ.
7. ຄຸ້ມຄອງ, ປົກປັກຮັກສາບັນດາໂຄງການຊົນລະປະທານ ເພື່ອຮັບປະກັນການສະໜອງນໍ້າໃຫ້ແກ່ການຜະ ລິດຂອງຊາວກະສິກອນ ແລະ ມີມາດຕະການຄຸ້ມຄອງຢ່າງເຂັ້ມງວດຕໍ່ທີ່ດິນນາ, ທີ່ດິນກະສິກຳໃນເຂດທີ່ມີຊົນລະປະ ທານ ບໍ່ໃຫ້ມີການຫັນປ່ຽນໄປເປັນທີ່ດິນປະເພດອື່ນ; ພ້ອມດຽວກັນນັ້ນ, ໃຫ້ຄົ້ນຄວ້າຈັດສັນງົບປະມານເຂົ້າໃນໂຄງ ການຊົນລະປະທານທີ່ມີເງື່ອນໄຂນໍ້າໄຫຼເຂົ້າເອງ, ໂຄງການທີ່ດໍາເນີນໃກ້ຈະສຳເລັດແລ້ວ ແລະ ເປັນໂຄງການທີ່ມີປະສິດ ທິຜົນທາງດ້ານເສດຖະກິດ, ເປັນໂຄງການບຸລິມະສິດຂອງລັດຖະບານ ເພື່ອຮັບປະກັນໃຫ້ການຜະລິດກະສິກຳມີຕົ້ນທຶນ ຕໍ່າ ສາມາດແກ່ງແຍ້ງແຂ່ງຂັນໄດ້.
8. ຄົ້ນຄວ້າສ້າງເງື່ອນໄຂໃຫ້ແກ່ຊາວກະສິກອນສາມາດເຂົ້າເຖິງນະໂຍບາຍການສະໜອງສິນເຊື່ອໃຫ້ສະດວກຂຶ້ນ ລວມທັງມີນະໂຍບາຍສິນເຊື່ອຕໍ່ກັບຫົວໜ່ວຍທຸລະກິດກະສິກຳ ແລະ ຫົວໜ່ວຍທຸລະກິດທີ່ຜະລິດອຸປະກອນ ແລະ ເຄື່ອງມືຮັບໃຊ້ການຜະລິດກະສິກຳຈຳໜ່າຍພາຍໃນ ຫຼຸດຜ່ອນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ.
9. ເກັບລາຍຮັບຈາກຖານລາຍຮັບທີ່ເປັນທ່າແຮງ ເປັນຕົ້ນ: ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ອາກອນທີ່ດິນ, ພະລັງງານ, ຄ່າທຳນຽມ ແລະ ອື່ນໆ; ປັບປຸງໂຄງສ້າງດ້ານງົບປະມານແຫ່ງລັດ ແລະ ຄຸ້ມຄອງໜີ້ສິນສາທາລະນະ, ສະກັດກັ້ນບໍ່ໃຫ້ເກີດໜີ້ສິນເກີນການຄວບຄຸມ ແລະ ເອົາໃຈໃສ່ດຸ່ນດ່ຽງໜີ້ສິນເພື່ອຮັບປະກັນໃຫ້ພື້ນຖານລະບົບການເງິນແຫ່ງຊາດ ມີຄວາມໝັ້ນຄົງ, ຮັກສາສະຖຽນລະພາບເສດຖະກິດມະຫາພາກ.
10. ຍົກສູງການຖືຄອງເງິນກີບ, ຄຸ້ມຄອງການຖືຄອງ ແລະ ໃຊ້ຈ່າຍເງິນຕາຕ່າງປະເທດໃຫ້ເຄັ່ງຄັດຮັດກຸມເຂົ້າຕື່ມ; ກະຈາຍຄວາມສ່ຽງດ້ານການນໍາໃຊ້ເງິນຕາຕ່າງປະເທດ ເພື່ອບໍ່ໃຫ້ສະກຸນເງິນໃດໜຶ່ງຜູກມັດ, ຜູກຂາດ; ຄຸ້ມຄອງການສົ່ງອອກຜ່ານລະບົບທະນາຄານ ໃຫ້ບັນລຸ 85% ຮັບປະກັນດຸນຊໍາລະເງິນຕາຕ່າງປະເທດ ແລະ ການເຂົ້າເຖິງການບໍລິການດ້ານການເງິນຕໍ່ປະຊາກອນທັງໝົດ ໃຫ້ບັນລຸ 80%.
11. ສຸມໃສ່ກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມໃຫຍ່ໄອປາ ຄັ້ງທີ 45 ໃຫ້ບັນລຸຕາມແຜນການ.
12. ສຸມໃສ່ປັບປຸງລັດຖະທຳມະນູນ, ສ້າງ ແລະ ປັບປຸງກົດໝາຍ ທີ່ຈະສະເໜີຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ໃຫ້ຮັບປະກັນຄຸນນະພາບທາງດ້ານເນື້ອໃນ ແລະ ທັນສະເໜີຕໍ່ກອງປະຊຸມພິຈາລະນາ.