loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະປະຈຳສະພາແຫ່ງຊາດ ມອບເຄື່ອງຊ່ວຍເຫລືອໄພນ້ຳຖ້ວມ ຢູ່ແຂວງຫລວງນ້ຳທາ

ກ.ຍ. 20, 2024 | ເຂດ 3 ຫຼວງນ້ຳ​ທາ

ໄພນໍ້າຖ້ວມແຂວງຫລວງນໍ້າທາ ເຮັດໃຫ້ປະຊາຊົນຈໍານວນຫລາຍບ້ານໄດ້ຮັບຜົນກະທົບທັງຊັບສິນມີຄ່າ, ຜົນຜະລິດ, ສັດລ້ຽງ, ລົດລາງພາຫະນະຕ່າງໆ ມາໃນວັນທີ 18 ກັນຍາ 2024, ທ່ານ ພົຕ ປອ. ວົງສັກ ພັນທະວົງ ຄະນະປະຈຳສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງຫລວງນ້ຳທາ ແລະ ພ້ອມດ້ວຍຄະນະກອງທຶນຊ່ວຍເຫລືອສັງຄົມ ຂອງ ສະພາແຫ່ງຊາດ ໄດ້ມອບເຄື່ອງຊ່ວຍເຫລືອແກ່ຜູ້ປະສົບໄພນ້ຳຖ້ວມຢູ່ ແຂວງຫລວງນ້ຳທາ ປະກອບມີ ເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຮົ່ມ, ນ້ຳດື່ມ ແລະ ເຄື່ອງໃຊ້ສອຍຕ່າງໆ ລວມມູນຄ່າ 1,751,500,000 (ໜຶ່ງຕື້ເຈັດຮ້ອຍຫ້າສິບເອັດລ້ານຫ້າແສນກີບ) ໂດຍຕາງໜ້າການນໍາຂອງແຂວງຮັບເຄື່ອງຊ່ວຍເຫລືອຄັ້ງນີ້ແມ່ນ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນໍ້າທາ.

ໃນວັນດຽວກັນ ທ່ານ ພົຕ ປອ. ວົງສັກ ພັນທະວົງ ແລະ  ທ່ານ ຄໍາຟອງ ອິນມານີ ພ້ອມດ້ວຍຄະນະກອງທຶນຊ່ວຍເຫລືອສັງຄົມ ຂອງສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ນໍາເອົາເຄື່ອງຊ່ວຍເຫລືອດັ່ງກ່າວລົງມອບໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກໄພພິບັດນ້ຳຖ້ວມຢູ່ 4 ບ້ານ ຄື:  ບ້ານວຽງໃຕ້ ຈຳນວນ 149 ຄອບຄົວ, ບ້ານວຽງເໜືອ 291 ຄອບຄົວ , ບ້ານດອນສຳພັນ 206 ຄອບຄົວ ແລະ ບ້ານໂພນໄຊ 50 ຄອບຄົວ ທັງນີ້, ກໍເພື່ອເປັນການໃຫ້ກໍາລັງໃຈ  ແລະ ບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ ແລະ ຍັງຈະໄດ້ ສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມອີກໃນຫຼາຍບ້ານ ທີ່ປະສົບໄພທີ່ໄດ້ຮັບຜົນເສຍຫາຍໃນຄັ້ງນີ້ ໃຫ້ທົ່ວເຖິງ.

ພາບຂ່າວ: ວັນນີ ແຝງບົວວັນ