ໃນວັນທີ 15 ພະຈິກ 2022 ນີ້ ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນ ຊຸດທີII ໄດ້ເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຂອງອົງການປົກຄອງເມືອງມະຫາໄຊ. ໂດຍການນຳພາ ແລະ ເປັນປະທານ ຂອງທ່ານ ບົວພັນ ແສງຈັນ ຮອງປະທານຄະນະປະຈຳສະພາປະຊາຊົນແຂວງ, ມີບັນດາຄະນະປະຈຳສະພາປະຊາຊົນແຂວງ. ຈຸດປະສົງກໍ່ເພື່ອຊຸກຍູ້,ເກັບກຳຂໍ້ມູນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ ແລະ ການຈັດຕັ້ງປະຕິບັດກົດຫມາຍ ແລະ ນິຕິກຳໃຕ້ກົດຫມາຍ ຂອງເມືອງ.
ຄະນະປະຈຳສະພາປະຊາຊົນແຂວງຄຳມ່ວນເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ວຽກງານ ຢູ່ ເມືອງມະຫາໄຊ.
