ຄະນະບໍລິຫານງານສູນກາງພັກ ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13

ມ.ກ. 6, 2026

(ສພຊ) – ວັນທີ 5 ມັງກອນນີ້, ຄະນະບໍລິຫານງານສູນກາງພັກ ໄດ້ດໍາເນີນກອງປະຊຸມຄົບຄະນະ ຄັ້ງທີ 13 ສະໄໝທີ XI ໂດຍການເປັນປະທານຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ເຊິ່ງມີບັນດາສະຫາຍຄະນະບໍລິຫານງານສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ; ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສຳຄັນ ແລະ ຖືເປັນກອງປະຊຸມສູນກາງຄັ້ງສຸດທ້າຍ ໃນສະໄໝທີ XI ເພື່ອຮັບຟັງການລາຍງານ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ການກະກຽມຄວາມພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກເຊິ່ງຈະຈັດຂຶ້ນໃນວັນທີ 6-8 ມັງກອນ 2026 ຢູ່ຫໍປະຊຸມແຫ່ງຊາດ, ນະ ຄອນຫຼວງວຽງຈັນ.
ໃນກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຕີລາຄາວ່າ: ຜ່ານການຫ້າງຫາກະກຽມວຽກງານຕ່າງໆ ທີ່ອະນຸກໍາມະການກ່ຽວຂ້ອງໄດ້ດຳເນີນການມາຢ່າງເປັນລະບົບ ແລະ ເປັນຂະບວນກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດເວລານີ້ ຖືໄດ້ວ່າມີຄວາມພ້ອມທີ່ສຸດແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ດຳເນີນພາຍໃຕ້ຄຳຂວັນ “ຍົກສູງບົດບາດການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ” ເຊິ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທົ່ວປະເທດ ຈຳນວນ 421,865 ສະຫາຍ; ຖືເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນປະຕິວັດລາວ ແລະ ເປັນບັ້ນສະຫຼຸບຖອດຖອນບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເພື່ອບູລະນະລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ.
ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການກະກຽມຢ່າງເປັນລະບົບຄົບຊຸດໃນໄລຍະຜ່ານມາ ເຊິ່ງເປັນຂະບວນການກະກຽມຢ່າງກວ້າງຂວາງຟົດຟື້ນຂອງກຳລັງມະຫາສາມັກຄີທົ່ວປວງຊົນ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ຂອງພັກ ໄດ້ຢ່າງຮອບດ້ານ ເພື່ອປະກອບສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນ ກ້າວເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໃຫ້ໄດ້ຮັບຜົນສໍາເລັດຕາມຄາດໝາຍທີ່ວ່າງໄວ້.