ຄະນະບໍລິຫານງານພັກ ສພຊ ດໍາເນີນກອງປະຊຸມເປີດກວ້າງ ປະຈໍາປີ 2024

ກ.ພ. 18, 2025 | SlideMobile, ຂ່າວເດັ່ນ

(ສພຊ) – ໃນໄລຍະແຕ່ວັນທີ 12-13 ກຸມພາຜ່ານມາ, ຄະນະບໍລິຫານງານພັກສະພາແຫ່ງຊາດ (ສພຊ) ໄດ້ຈັດກອງປະຊຸມເປີດກວ້າງປະຈຳປີ 2024 ໂດຍການເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ. ໃນກອງປະຊຸມດັ່ງກ່າວ, ໄດ້ມີສະຫາຍ ນາງ ອໍາໄພວອນ ລ້ອມບຸນແພງ ກຳມະການສໍາຮອງສູນກາງພັກ ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກສະພາແຫ່ງຊາດ ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ໃນປີ 2024 ແລະ ວາງທິດທາງແຜນການໃນປີ 2025 ໂດຍໄດ້ມີການປະກອບຄຳເຫັນຈາກບັນດາສະຫາຍໃນຄະນະບໍລິຫານງານພັກ, ການນໍາຂັ້ນຕ່າງໆຂອງກຳມາທິການ, ພະນັກງານຫຼັກແຫຼ່ງຂອງ ສພຊ. ຫຼັງຈາກນັ້ນ, ບັນດາສະຫາຍໃນຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ມີການດໍາເນີນຊີວິດການເມືອງ ເພື່ອຕີລາຄາຄືນການນຳພາຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ຕະຫຼອດປີ 2024 ທີ່ຜ່ານມາ.
ຕອນບ່າຍວັນທີ 13 ກຸມພາ, ຄະນະບໍລິຫານງານພັກສະພາແຫ່ງຊາດ ໄດ້ຈັດການເຜີຍແຜ່ເຊື່ອມຊຶມມະຕິ ຄັ້ງທີ 9 ສະໄໝທີ XI ຂອງຄະນະບໍລິຫານງານສູນກາງພັກ ໂດຍແມ່ນສະຫາຍ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກສະພາແຫ່ງຊາດ ຕາງໜ້າຄະນະບໍລິຫານງານພັກ ຂຶ້ນເຜີຍແຜ່ມະຕິດັ່ງກ່າວ. ຫຼັງຈາກນັ້ນ ໄດ້ມີການຜ່ານມະຕິແຕ່ງຕັ້ງຕຳແໜ່ງການນຳຂັ້ນສູງ ແລະ ປະກາດແຕ່ງຕັ້ງຕຳແໜ່ງບໍລິຫານປະເພດ 3, 4 ແລະ 5 ຢູ່ພາຍໃນ ສພຊ ໂດຍມີບັນດາສະຫາຍກຳມະການປະຈຳ ແລະ ກຳມະການໃນຄະນະບໍລິຫານງານພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທົ່ວ ສພຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດໍາເນີນກອງປະຊຸມຄັ້ງນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ໂອ້ລົມຕໍ່ກອງປະຊຸມ ໂດຍໄດ້ເນັ້ນໜັກໃຫ້:
– ສືບຕໍ່ເອົາໃຈໃສ່ວຽກງານການນໍາພາດ້ານການເມືອງ-ແນວຄິດໃຫ້ຄະນະພັກ, ສະມາຊິກພັກ, ພະນັກງານ-ລັດຖະກອນ ຢ່າງປົກກະຕິ;
– ສືບຕໍ່ການປັບປຸງກົງຈັກຂອງສະພາແຫ່ງຊາດ ເພື່ອຮອງຮັບການປະຕິບັດໜ້າທີ່ພາຍໃນສະພາແຫ່ງຊາດ ກໍຄືການກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດ ຊຸດທີ X ທີ່ຈະມາເຖິງນີ້;
– ຖືສໍາຄັນການປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ ຄະນະ, ບຸກຄົນຮັບຜິດຊອບຢ່າງເຄັ່ງຄັດ, ມີກົນໄກປະສານງານທີ່ໂລ່ງລ່ຽນ ກັບບັນດາຂະແໜງການຂອງລັດຖະບານ ເພື່ອສ້າງຄວາມເປັນເອກະພາບໃນການຕົກລົງບັນຫາສໍາຄັນຂອງຊາດ; ເພີ່ມທະວີການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກສະພາແຫ່ງຊາດ ສະໄໝທີ IV ແລະ ແຜນພັດທະນາສະພາແຫ່ງຊາດ ເຊິ່ງປະກອບມີ 5 ແຜນງານ, 29 ໂຄງການ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ;
– ເອົາໃຈໃສ່ການສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ, ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ ຕໍ່ການເຄື່ອນໄຫວວຽກງານຂອງ 3 ອົງການຈັດຕັ້ງມະຫາຊົນສະພາແຫ່ງຊາດ ດ້ວຍການສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ອົງການດັ່ງກ່າວ ເຄື່ອນໄຫວຖືກຕ້ອງຕາມພາລະບົດບາດ ເພື່ອເພີ່ມທະວີຄວາມສາມັກຄີອ້ອມຂ້າງພັກ;
– ເພີ່ມທະວີການນໍາພາ-ຊີ້ນໍາຂອງພັກ ຕໍ່ການປະຕິບັດໜ້າທີ່ການເມືອງ ກໍຄືການປະຕິບັດພາລະບົດບາດຂອງສະພາແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ໂດຍສຸມໃສ່ການກະກຽມບັນດາຮ່າງກົດໝາຍທີ່ຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະໄໝວິສາມັນເທື່ອທີ 2, ສະໄໝສາມັນເທື່ອທີ 9 ແລະ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX;
– ຄົ້ນຄວ້າປັບປຸງລັດຖະທໍາມະນູນ ສະບັບປີ 2015 ເພື່ອໃຫ້ກອງປະຊຸມສະໄໝວິສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງໃນຕໍ່ໜ້າ;
– ເອົາໃຈໃສ່ຕິດຕາມກວດກາການຈັດຕັ້ງປະຕິບັດລັດຖະທໍາມະນູນ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄໍາຮ້ອງຂໍຄວາມເປັນທໍາຂອງປະຊາຊົນ ໃຫ້ທັນເວລາ, ຖືກຕ້ອງຕາມກົດໝາຍ, ຖືກຕາມຄວາມເປັນຈິງ ແລະ ຍຸຕິທໍາ;
– ປີ 2025 ເປັນປີສຸດທ້າຍຂອງອາຍຸການສະພາແຫ່ງຊາດ ຊຸດທີ IX, ສະພາແຫ່ງຊາດ ຈະຕ້ອງໄດ້ເອົາໃຈໃສ່ໃນການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ III ໃຫ້ສໍາເລັດຕາມແຜນການ, ສິ່ງສໍາຄັນແມ່ນການເລືອກຕັ້ງໃຫ້ໄດ້ບຸກຄະລາກອນທີ່ມີເງື່ອນໄຂຄົບຖ້ວນຕາມກົດໝາຍກໍານົດ, ຮັບປະກັນບຸກຄະລາກອນ 3 ຮຸ່ນ ຄື: ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ; ຮັບປະກັນດ້ານເພດ, ເຜົ່າ ຈຶ່ງຈະຮັບປະກັນການປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນບັນດາເຜົ່າຢ່າງກວ້າງຂວາງ ແລະ ທົ່ວເຖິງ;
– ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກ, ກົນໄກສະຫຼຸບລາຍງານຕາມກົດລະບຽບຂອງພັກ ໂດຍສະເພາະແມ່ນລະບອບປະຊຸມຂອງຄະນະບໍລິຫານງານພັກສະພາແຫ່ງຊາດ, ຄະນະປະຈໍາພັກ, ລະບົບສ່ອງແສງຂອງບັນດາຮາກຖານພັກ, ວຽກງານກວດກາພັກ-ລັດ ເພື່ອແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ, ສ້າງໃຫ້ມີກົນໄກປະຊຸມເປີດກວ້າງປະຈໍາປີຂອງຄະນະບໍລິຫານງານພັກສະພາແຫ່ງຊາດ ຕາມກົດລະບຽບພັກ.
(ນາງ ອາລິນ ສຸພິມມະປະດິດ)