ຄະນະບໍລິຫານງານຊາວໜຸ່ມ ສພຊ ຢ້ຽມຊົມຫໍພິພິທະພັນ 2 ແຫ່ງ

ມ.ສ. 29, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ວັນຈັນທີ 28 ເມສານີ້, ສະຫາຍ ໄກມະນິນ ເທບບົວລີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ (ສພຊ) ໄດ້ນຳພາສະມາຊິກຊາວໜຸ່ມ ຈຳນວນ 26 ສະຫາຍ ເຂົ້າຢ້ຽມຊົມຫໍພິພິທະພັນ ໄກສອນ ພົມວິຫານ ແລະ ຫໍພິພິທະພັນປ້ອງກັນຄວາມສະຫງົບປະຊາຊົນ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນການດຳເນີນກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມສະພາແຫ່ງຊາດ ສະໄໝທີ V ທັງເຮັດໃຫ້ພະນັກງານ ກໍຄືສະມາຊິກຊາວໜຸ່ມ ສພຊ ມີຈິດສຳນຶກນໍ້າໃຈຮັກຊາດ, ສ້າງຄວາມເຊື່ອໝັ້ນຕໍ່ການນຳພາ-ຊີ້ນຳຂອງພັກ-ລັດດ້ານການຈັດຕັ້ງແຕ່ລະຂັ້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມ, ຊອກຮູ້ຮ່ຳຮຽນຮອບດ້ານ, ຮຽນຮູ້ມູນເຊື້ອຂອງຊາດ ຂອງພັກ ຂອງລັດ ເພື່ອຫັນເຂົ້າແບບແຜນວິທີເຮັດວຽກ, ແບບແຜນການດໍາລົງຊີວິດ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບພຶດຕິກໍາຕົວຈິງ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງຕົນ.
ການເຂົ້າຢ້ຽມຊົມຫໍພິພິທະພັນທັງສອງແຫ່ງ, ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ໄດ້ນຳເອົາກະຕ່າດອກໄມ້ນ້ອມຂ່ຳນັບຕໍ່ໜ້າຮູບຫຼໍ່ຂອງປະທານ ໄກສອນ ພົມວິຫານ ເພື່ອສະແດງຄວາມເຄົາລົບຮັກ, ກະຕັນຍູຮູ້ບຸນຄຸນຢ່າງສູງຕໍ່ຄຸນງາມຄວາມດີ ແລະ ຜົນງານອັນໃຫຍ່ຫຼວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ສ້າງໄວ້ໃຫ້ການຈັດຕັ້ງພັກ-ລັດ ແລະ ຄົນຮຸ່ນສືບທອດໄດ້ສຶກສາຄົ້ນຄວ້າຮໍ່າຮຽນ; ຈາກນັ້ນ, ຄະນະໄດ້ທ່ຽວຊົມຮູບພາບ ແລະ ຮູບເງົາ ພ້ອມທັງຟັງການບັນລະຍາຍປະຫວັດການຕໍ່ສູ້ກູ້ຊາດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຕຳຫຼວດ ນັບແຕ່ອະດີດຈົນຮອດປັດຈຸບັນ.
(ນາງ ໄຊໂສພາພອນ ມິ່ງມຸງຄຸນ)