(ສພຊ) ໃນວັນທີ 5 ຕຸລາຜ່ານມາ, ຄະນະນໍາສະພາແຫ່ງຊາດ (ສພຊ) ນໍາໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມພິທີ ໄວ້ອາໄລແດ່ສະຫາຍ ໂດ ເມືອຍ ອະດີດເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ ໂດຍໄດ້ວາງພວງມາລາ ແລະ ຂຽນປຶ້ມໄວ້ອາໄລທີ່ສະຖານທູດ ສສ.ຫວຽດນາມ ນະຄອນຫລວງວຽງຈັນ ເພື່ອສະແດງຄວາມ ໄວ້ອາໄລ ແລະ ເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງສະຫາຍ ໂດ ເມືອຍເຊິ່ງສະຫາຍແມ່ນພະນັກງານປະຕິວັດອາວຸໂສຜູ້ທີ່ໄດ້ອຸທິດຊີວິດ, ສະຕິປັນຍາ, ເຫື່ອແຮງ ແລະ ຜົນງານຂອງຕົນ ເພື່ອພາລະກິດຕໍ່ສູ້
ປົດປ່ອຍປະເທດຊາດ ເພື່ອຍາດເອົາເອກະລາດແຫ່ງຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຫວຽດນາມ; ສະຫາຍ ເປັນຜູ້ນຳທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະ ເຄົາລົບນັບຖືຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ທັງເປັນເພື່ອນມິດທີ່ສະໜິດສະໜົມຂອງພັກ-ລັດ ແລະ ປະຊາຊົນລາວ; ສະຫາຍເປັນຜູ້ທີ່ໄດ້ປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດລາວ-ຫວຽດນາມ ຢ່າງສະເໝີຕົ້ນສະເໝີປາຍ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.
ຄະນະນຳ ສພຊ ໄວ້ອາໄລເຖິງດວງວິນຍານ ອະດີດເລຂາທິການໃຫຍ່ພັກຄອມມູນິດ ຫວຽດນາມ
