ຄະນະທີ 15 ສຶບຕໍ່ລົງເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 03 ຂອງສະພາແຫ່ງຊາດ ຊຸດທີ IX ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງອາດສະພັງທອງ ແຂວງສະຫວັນນະເຂດ

ສ.ຫ. 17, 2022

ໃນຕອນເຊົ້າຂອງວັນທີ 17 ສິງຫາ 2022 ທີ່ວັດບ້ານແຈລະມ໋ອງ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ທ່ານ ນາງ ຫົງຄໍາ ໄຊຍະຄົມ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ13 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງອາດສະພັງທອງ ພ້ອມດ້ວຍການນຳຂັ້ນເມືອງໄດ້ພົບປະໂອ້ລົມອຳນາດການປົກຄອງບ້ານໃຫຍ່ແຈລະມ໋ອງ ແລະ ກຸ່ມບ້ານຫຼຽນໄຊ ພ້ອມດ້ວຍພໍ່ແມ່ປະຊາຊົນໃຫ້ກຽດຕ້ອນຮັບຄະນະຜູ້ແທນຢ່າງອົບອຸ່ນ.

 

ໃນພິທີ ຄະນະຜູ້ແທນໄດ້ເຜີຍແຜ່ກ່ຽວກັບ ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II; ໃນນັ້ນທ່ານໄດ້ຍົກໃຫ້ເຫັນບັນຫາທີ່ສຳຄັນກ່ຽວກັບວາລະແຫ່ງຊາດເປັນຕົ້ນກໍ່ແມ່ນບັນຫາຢາເສບຕິດທີ່ລັດຖະບານໄດ້ພ້ອມກັນເລັ່ງແກ້ໄຂເປັນຫາໃຫຍ່ທີ່ເປັນການເບື່ອເມົາສັງຄົມເປັນຕົ້ນກໍ່ແມ່ນລູກຫລານທີ່ເປັນໜໍ່ແໜງຂອງຊາດໃຫ້ໜົດໄປເທື່ອລະກ້າວໂດຍເລັ່ງໃສ່ການແກ້ໄຂບັນຫາແຕ່ຂັ້ນຮາກຖານ,ບ້ານ ແລະ ກຸ່ມບ້ານໃນຂອບເຂດທົ່ວປະເທດເວົ້າລວມ,ເວົ້າສະເພາະກໍ່ຄືເມືອງອາດສະພັງທອງໃຫ້ຫຼຸດພົ້ນອອກຈາກການຄອບງຳຂອງຢາເສບຕິດທີ່ແຜ່ລະບາດໃນສັງຄົມລາວປະຈຸບັນໃຫ້ໄດ້ໂດຍຊິ້ນເຊີງໂດຍອີງໃສ່ເຈົ້າໜ້າທີ່ກໍ່ຄືອຳນາດການປົກຄອງແຕ່ລະຂັ້ນເປັນເຈົ້າການຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ນອກຈາກນັ້ນ;ທ່ານຍັງໄດ້ຍົກໃຫ້ເຫັນຕື່ມກ່ຽວກັບບັນຫາການພັດທະນາເສດຖະກິດສັງຄົມໃນແຕ່ລະຫົວໜ່ວຍການຜະລິດ ແລະ ບັນຫາປະກົດການຫຍໍ້ທໍ້ທາງດ້ານການເງິນເພື່ອຫຼຸດຜ່ອນໄພເງິນເຟີ້ໃນສັງຄົມລາວເຮົາປະຈຸບັນ ແລະ ບັນຫາອື່ນໆອີກຈຳນວນໜື່ງ. ທັງນີ້;ກໍ່ເພື່ອເປັນການໂອ້ລົມຊີ້ນຳຕໍ່ບັນດາຄະນະອຳນາດການປົກຄອງບ້ານ ແລະ ຮັບຟັງຄຳຄິດຄຳເຫັນຈາກພໍ່ແມ່ປະຊາຊົນຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນໃນການຈັດຕັ້ງວາລະແຫ່ງຊາດທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມໃນແຕ່ລະທ້ອງຖິ່ນໃຫ້ສອດຄ່ອງຕໍ່ກັບແນວທາງນະໂຍບາຍໃໝ່ຂອງພັກວາງອອກໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ