ຄະນະທິມງານຜູ້ຊ່ຽວຊານ ໄອຊີທີ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຮ່ວມກັບ ສະພາປະຊາຊົນແຂວງອຸດົມໄຊ.

ກ.ຍ. 28, 2023

ຕອນເຊົ້າຂອງວັນຈັນ, ວັນທີ 25 ກັນຍາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ຄະນະທິມງານຜູ້ຊ່ຽວຊານ ໄອຊີທີ ສະພາແຫ່ງຊາດ ໄດ້ເຄື່ອນໄຫວເຮັດວຽກຮ່ວມກັບສະພາປະຊາຊົນແຂວງອຸດົມໄຊ, ນໍາໂດຍທ່ານ ນ. ດາວເພັດ ສີຫາວົງ ຫົວໜ້າກົມການເງິນ, ຮອງຫົວໜ້າກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າ, ມີທ່ານ ອາວີນັດ ພິກຂະ ຜູ້ຊ່ຽວຊານດ້ານ ໄອຊີທີ ຂອງອົງການສະຫະປະຊາຊາດ ແລະ ຕາງໜ້າສະພາປະຊາຊົນແຂວງອຸດົມໄຊ ຕ້ອນຮັບໂດຍທ່ານ ນ. ວັນສີ ພວງມະໄລ ກໍາມະການປະຈໍາສະພາປະຊາຊົນແຂວງ-ເລຂາທິການສະພາປະຊາຊົນແຂວງ, ມີຄະນະເລຂາທິການ, ຄະນະທິມງານຈາກສະພາແຫ່ງຊາດ ແລະ ພະນັກງານຂະແໜງກ່ຽວຂ້ອງ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ. ຈຸດປະສົງ, ເພື່ອເກັບກຳຂໍ້ມູນເພີ່ມເຕີ່ມດ້ວຍການສຳພາດ ແລະ ຢ້ຽມຊົມຕົວຈິງ ດ້ານໂຄງຮ່າງພື້ນຖານລະບົບ ໄອຊີທີ ຂອງສະພາປະຊາຊົນແຂວງ, ໃນການປະເມີນຄວາມອາດສາມາດ ແລະ ຍຸດທະສາດການພັດທະນາລະບົບ ໄອຊີທີ ໃຫ້ມີຄວາມຄົບຖ້ວນ ແລະ ຊັດເຈນ. ເຊິ່ງທິມງານຜູ້ຊ່ຽວຊານ ໄອຊີທີ ຂອງອົງການສະຫະປະຊາຊາດເພື່ອການພັດທະນາ ໄດ້ເລືອກເອົາສະພາປະຊາຊົນແຂວງອຸດົມໄຊ ເປັນ 1 ໃນ 4 ແຂວງ ເພື່ອເປັນກຸ່ມຕົວຢ່າງ ແລະ ເປັນຕົວແທນໃຫ້ແກ່ແຕ່ລະປະເພດຄວາມພ້ອມດ້ານລະບົບ ໄອຊີທີ ຈາກຜົນຂອງການຕອບແບບສອບຖາມ.
ການເຄື່ອນໄຫວເຮັດວຽກໃນຄັ້ງນີ້, ຕາງໜ້າຄະນະເລຂາທິການໄດ້ລາຍງານວິໄສທັດການຫັນເປັນດິຈິຕອນ ແລະ ທັນສະໄໝ, ລາຍງານສະພາບການນໍາໃຊ້ລະບົບຂໍ້ມູນ-ຂ່າວສານ(ໄອທີ ແລະ ຫໍສະໝຸດ) ຂອງສະພາປະຊາຊົນແຂວງໂດຍຫຍໍ້ ແລະ ຫຼັງຈາກນັ້ນ, ໄດ້ສົນທະນາແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ກ່ຽວກັບການຄຸມຄອງ, ສິ່ງທ້າທາຍຂອງເຄື່ອງມືທີ່ໃຊ້ໃນປັດຈຸບັນ, ຄວາມຕ້ອງການ ແລະ ໂອກາດດ້ານ ໄອຊີທີ ຂອງສະພາປະຊາຊົນແຂວງອຸດົມໄຊ ແລະ ເພື່ອນໍາເອົາຂໍ້ມູນຈາກຜົນສໍາຫຼວດມາເປັນຂໍ້ມູນພື້ນຖານໃນການສ້າງບົດລາຍງານການປະເມີນສະພາບການນໍາໃຊ້ເຕັກໂນໂລຊີ ຂໍ້ມູນ-ຂ່າວສານ(ເອີ້ນຫຍໍ້ວ່າ: ໄອຊີທີ) ຂອງສະພາປະຊາຊົນແຂວງ 18 ເຂດໃນທົ່ວປະເທດ ແລະ ເພື່ອເປັນບ່ອນອີງໃຫ້ແກ່ການສະໜັບສະໜູນຂອງໂຄງການ ສະເຕັບ.
 
ພ້ອມນັ້ນ, ຄະນະທິມງານໄດ້ຢ້ຽມຊົມຕົວຈິງໂຄງລາງພື້ນຖານ ຂອງສະພາປະຊາຊົນແຂວງອຸດົມໄຊ ເປັນຕົ້ນ: ຫ້ອງປະຊຸມ, ຫ້ອງເຮັດວຽກ ແລະ ອື່ນໆ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.