loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະຊາວໜຸ່ມ ປປລ ຮາກຖານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ສຳເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ 4

​ກ.ກ. 25, 2024 | ເຂດ 1 ນະຫລວງວຽງຈັນ

                ໃນຕອນເຊົ້າ ວັນທີ 24 ກໍລະກົດ 2024, ກອງປະຊຸມໃຫ່ຍ ຄັ້ງທີ 4 ຂອງຄະນະຊາວໜຸ່ມ ຮາກຖານ ສະພາປະຊາ ຊົນ ນວ ໄດ້ໄຂຂື້ນຢ່າງເປັນທາງການທີ່ສຳນັກງານອົງການປົກຄອງ ນວ, ໃຫ້ກຽດເປັນຄະນະປະທານກອງປະຊຸມຮ່ວມໂດຍ ສະຫາຍ ນະຄະເສນ ສີຫາລາດ, ຮອງເລຂາໜ່ວຍພັກ ຜູ້ຊີ້ນຳວຽກ ງານອົງການຈັດຕັ້ງມະຫາຊົນ; ສະຫາຍ ພັນປະ ສົງ ໄຊຍະວົງສາ, ຮອງເລຂາຄະນະບໍລິຫານງານ ຊາວໜຸ່ມ ນວ; ສະຫາຍ ນາງ ສາຍຄຳ ອິນທະວົງ, ເລຂາຊາວໜຸ່ມ ຮາກຖານ ສະພາປະຊາຊົນ ນະຄອນຫຼວງ; ສະຫາຍ ນາງ ພູເພັດ ແກ້ວບັນດິດ, ຮອງປະທານກຳມະບານ ຮາກຖານ ສະພາປະຊາຊົນ ນວ; ສະຫາຍ ນາງ ແສງຄຳເພັດ ພູນສຸກ, ປະທານ ສະຫະພັນແມ່ຍິງ ສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກຊາວ ໜຸ່ມ ຄະນະຊາວໜຸ່ມ ປປລ ຮາກຖານ ສະພາປະຊາຊົນ ນວ ໄດ້ໃຫ້ການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມຄັ້ງນີ້, ສະຫາຍ ນາງ ສາຍຄຳ ອິນທະວົງ ໄດ້ລາຍງານໃຫ້ຮູ້ວ່າ ຄະນະຊາວໜຸ່ມ ປປລ ຮາກຖານ ສະພາປະຊາຊົນ ເບື້ອງຕົ້ນ ກອງປະຊຸມໃຫ່ຍ ຄັ້ງທີ III ໄດ້ແຕ່ງຕັ້ງເອົາ 05 ສະຫາຍ ຍິງ 02 ມີ ແຕ່ຍ້ອນມີການຍົກຍ້າຍຊັບຊ້ອນ ປະຈຸບັນຍັງເຫຼືອ 02 ສະຫາຍ ຍິງ 02 ສະຫາຍ ມີສະມາຊິກທັງໝົດ 38 ສະຫາຍ ຍິງ 21 ສະຫາຍ ປະກອບມີ 03 ໜ່ວຍຮາກຖານຂຶ້ນກັບຄື: ໜ່ວຍຊາວໜຸ່ມ ຮາກຖານຄະນະເລຂາທິການ ໜ່ວຍຊາວໜຸ່ມ ຮາກຖານເສດຖະກິດ-ສັງຄົມ ແລະ ໜ່ວຍຊາວໜຸ່ມຮາກຖານຍຸຕິທໍາ ແລະ ປກຊ-ປກສ ໄລຍະ 5 ປີຜ່ານມາ ຄະນະ ແລະ ສະມາຊິກຊາວໜຸ່ມ ໄດ້ຖືເປັນບັນຫາສໍາຄັນໃນວຽກງານສຶກສາອົບຮົມການເມືອງ-ແນວຄິດ ໂດຍປະສານສົມທົບກັບຄະນະພັກ ໄດ້ນໍາເອົາແນວທາງນະໂຍບາຍຂອງພັກ-ລັດ ເຊັ່ນ: ຂໍ້ກຳນົດ ຄໍາສັ່ງ ແຈ້ງການ ບົດແນະນໍາ ກົດລະບຽບ ແລະ ກົດໝາຍຂອງຄະນະຊາວໜຸ່ມ ປປລ ເຜີຍແຜ່ຮໍ່າຮຽນໃຫ້ບັນດາສະມາຊິກຊາວໜຸ່ມພາຍໃນຮາກຖານຂອງຕົນ ໄດ້ຮັບຮູ້ຢ່າງກ້ວາງຂວາງ ພ້ອມນັ້ນ ຍັງໄດ້ເຂົ້າຮ່ວມທັດສະນະສະຖານທີ່ ພິພິທະພັນທີ່ເປັນມູນເຊື້ອຕ່າງໆຂອງຊາດ ຂອງພັກ ເຂົ້າຮ່ວມຮັບຟັງປາຖະກະຖາເລົ່າຄືນມູນເຊື້ອວັນສຳຄັນຂອງພັກ-ຂອງຊາດ ເຊັ່ນ: ວັນສ້າງຕັ້ງຊາວໜຸ່ມ ປປລ ວັນຜ່າວົງປິດລ້ອມກອງພັນທີສອງວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ວັນໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາທ່ານຜູ້ນຳ ວັນລັດຖະທຳມະນູນແຫ່ງ ສປປ ລາວ ວັນຍຶດອຳນາດ 23 ສິງຫາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ວັນປະກາດເອກະລາດ 12 ຕຸລາ ວັນຊາດທີ 2 ທັນວາ ວັນເກີດທ່ານປະທານໄກສອນ ພົມວິຫານ ໄດ້ທັງໝົດ 65 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 200 ເທື່ອສະຫາຍ ຍິງ 120 ເທື່ອສະຫາຍ ພ້ອມນັ້ນຍັງໄດ້ປະຕິບັດໜ້າທີ່ ວິຊາສະເພາະ ຕາມການມອບໝາຍຂອງຄະນະພັກມອບໝາຍໃຫ້ໂດຍໄດ້ເປັນເສນາທິການ ໃນການປະສານສົມທົບກັບອົງການປົກຄອງ ນະຄອນຫຼວງ ໃນການກະກຽມບັນດາຮ່າງນິຕິກໍາ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາ ໃນກອງປະຊຸມ ສະໄໝສາມັນ ຂອງສະພາປະຊາຊົນ ຈໍານວນ 07 ສະບັບຄື: ຂໍ້ຕົກລົງຂອງເຈົ້າຄອງ ວ່າດ້ວຍການກໍານົດຂອບເຂດ ແລະ ຫຼັກການປະເມີນຫົວໜ່ວຍລາຄາຜົນລະປູກ ສິ່ງປຸກສ້າງ ເນື້ອທີ່ດິນ ທີ່ຖືກຜົນກະທົບຈາກ ໂຄງການສາຍສົ່ງໄຟຟ້າແຮງສູງ 230 ກວ ແຕ່ເມືອງລ່ອງແຈ້ງ ຫາສະຖານີນາບົງ ຂໍ້ຕົກລົງວ່າດ້ວຍການສ້າງນະຄອນຫຼວງ ວຽງຈັນສະອາດ (ສ.ສະອາດ) ຮ່າງແຜນຈັດສັນທີ່ດິນ ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຂອງນະຄອນຫຼວງ ຮ່າງລັດຖະບັນຍັດປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍຄ່າບໍລິການຕົວເມືອງ ຮ່າງລັດຖະບັນ ຍັດປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍນະຄອນຫຼວງ ຮ່າງຂໍ້ຕົກລົງວ່າດ້ວຍການກຳນົດລາຄາຫົວໜ່ວຍຊົດເຊີຍ ທົດແທນຄ່າເສຍຫາຍຂອງໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງໄລຍະ 2 ຮ່າງຂໍ້ຕົກລົງວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກຳ ນະຄອນຫຼວງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປະເມີນຄືນການຈັດຕັ້ງປະຕິບັດນິຕິກໍາ ຂອງນະຄອນຫຼວງ ຈໍານວນ 05 ສະບັບຄື: ຂໍ້ຕົກລົງວ່າດ້ວຍນະຄອນຫຼວງວຽງຈັນສີຂຽວ (ສ.ສີຂຽວ) ຕົກລົງວ່າດ້ວຍນະຄອນຫຼວງວຽງຈັນ ສະຫງົບສຸກ (ສ.ສະຫງົບ) ຂໍ້ຕົກລົງວ່າດ້ວຍການຄວບຄຸ້ມສຽງເນືອງນັນ ໃນນະຄອນຫຼວງວຽງຈັນ ຂໍ້ຕົກລົງວ່າດ້ວຍການກໍານົດ ແລະ ຄຸ້ມຄອງທີ່ດິນກະສິກໍາ ແລະ ປ່າໄມ້ຢູ່ນະຄອນຫຼວງວຽງຈັນ ຂໍ້ຕົກລົງວ່າດ້ວຍການຈັດສັນຄວາມບໍ່ເປັນລະ ບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ປະສານສົມທົບກັບສະພາແຫ່ງຊາດ ຕໍ່ການກະກຽມວຽກງານຈັດຕັ້ງປະເມີນກົດໝາຍຢູ່ນະຄອນຫຼວງວຽງຈັນ ຈຳນວນ 11 ສະບັບ ແລະ ທາບທາມບັນດາຮ່າງກົດໝາຍຢູ່ຂັ້ນນະຄອນຫຼວງວຽງຈັນ ຈໍານວນ 48 ສະບັບ ໃນນີ້ ກົດໝາຍສ້າງໃໝ່ 15 ສະບັບ ກົດໝາຍປັບປຸງ ຈຳນວນ 33 ສະບັບ ກ່ອນນຳເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດ ໄດ້ມີສ່ວນຮ່ວມຄົ້ນຄວ້າປັບປຸງ ແລະ ສ້າງນິຕິກຳ ເພື່ອໃຫ້ສອດຄ່ອງກັບພາລະບົດບາດ ໃນການເຄື່ອນ ໄຫວວຽກງານຂອງບັນດາກົງຈັກການຈັດຕັ້ງພາຍໃນ ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ເຊັ່ນ: ມະຕິວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະປະຈໍາ ບັນດາຄະນະກໍາມະການ ຄະນະເລຂາທິການ ຄະນະສະມາ ຊິກສະພາປະຊາຊົນ ປະຈໍາເຂດເລືອກຕັ້ງເມືອງ, ມະຕິວ່າດ້ວຍການດໍາເນີນເອກະສານພາຍໃນສະພາປະຊາຊົນ ມະຕວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃນການຜັນຂະຫຍາຍແຜນການ 5 ປີ ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ II ແລະ ມະຕິອື່ນໆ ຈໍານວນ 60 ສະບັບ.

 

 

 

 

 

 

ໃນພິທີດັ່ງກ່າວ, ຍັງໄດ້ມອບ-ຮັບນາມຍະຍົດ 4 ບຸກ ຫຼຽນກາທີ່ລະນຶກ 65 ປີ ທຸງໄຊນໍາໜ້າ ແລະ ໃບຍ້ອງຍໍ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2023 ໃຫ້ບຸກຄົນທີ່ມີຜົນງານດີເດັ່ນທີ່ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ນະຄອນຫຼວງວຽງຈັນ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ແລະ ຄັ້ງທີ VIII ຂອງຜູ້ແທນຊາວໜຸ່ມທົ່ວ ນວ ໃນໄລຍະ 5 ປີ ພ້ອມປ່ອນບັດເລືອກເອົາຄະນະຊາວໜຸ່ມຊຸດ ໃໝ່ ເຊິ່ງມີຜູ້ລົງສະໝັກ 5 ສະຫາຍ, ຍິງ 3 ສະຫາຍ, ເລືອກເອົາ 3 ສະຫາຍ ຜ່ານການປ່ອນບັດໄດ້ເລືອກເອົາ ສະຫາຍ ນາງ ສາຍຄໍາ ອິນທະວົງ ເປັນເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ຮາກຖານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ອີກ ໜື່ງສະໃໝ ແລະ ໃນຕອນທ້າຍກອງປະຊຸມ, ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ພັນປະສົງ ໄຊຍະວົງສາ, ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນວ ເພື່ອເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ຄະນະບໍລິຫານງານ ໜ່ວຍຮາກຖານຊາວໜຸ່ມຊຸດ  ໃໝ່ ພ້ອມກັນຈັດຕັ້ງປະຕິບັດຕໍ່ໜ້າວຽກວິຊາສະເພາະຂອງຕົນ ແລະ ວຽກງານທີ່ຂັ້ນເທິງມອບໝາຍໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້.