ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນຂອງສະພາແຫ່ງຊາດ ພົບປະແລກປ່ຽນບົດຮຽນ ຮ່ວມກັບ ໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ.

ພ.ພ. 21, 2025 | ເຂດ 12 ຄຳມ່ວນ

              ໃນຕອນບ່າຍຂອງວັນທີ 21 ພຶດສະພາ 2025 ທີ່ສະໂມສອນ 21 ມີນາ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ຄະນະຄູ-ອາຈານ ແລະ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ, ນໍາໂດຍ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຄະນະຮັບຜິດຊອບ ນັກຮຽນ ທິດສະດີການເມືອງຂັ້ນຕົ້ນ ແລະ ທ່ານ ເກີດມີ ແສງໄພວັນ ຮອງເລຂາທິການສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວ ພົບປະແລກປ່ຽນບົດຮຽນກ່ຽວກັບການຮຽນການສອນໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ, ໃຫ້ການຕ້ອນຮັບໂດຍ ທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງຄໍາມ່ວນ, ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກສຶກສາ ພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
    ການເຄື່ອນໄຫວພົບປະແລກປ່ຽນບົດຮຽນໃນຄັ້ງນີ້ໄດ້ຮັບຟັງ ການລາຍງານສະພາບການໂດຍຫຍໍ້ ເຊິ່ງໂຮງຮຽນການເມືອງ ແລະ ການປົກຄອງແຂວງຄໍາມ່ວນ, ມີຖານະເທົ່າທຽມກັບ ພະແນກການຕ່າງໆ ແລະ ອົງການຈັດຕັ້ງພັກ, ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ທີ່ໄດ້ຮັບການ ນໍາພາ-ຊີ້ນໍາທາງດ້ານຊີວິດການເມືອງ ຈາກຄະນະປະຈຳພັກແຂວງ, ດ້ານວຽກງານວິຊາ ສະເພາະແມ່ນປະຕິບັດຕາມທິດຊີ້ນໍາ ແລະໂຄງການຫຼັກສູດຂອງສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດວາງອອກ ເຊິ່ງເຮັດໜ້າທີ່ປະຕິບັດແຜນການຮຽນ-ການສອນ ເພື່ອຍົກລະດັບທາງດ້ານທິດສະດີການເມືອງຂັ້ນຕົ້ນ ແລະຂັ້ນກາງໃຫ້ແກ່ພະນັກງານສະມາຊິກພັກ, ພະນັກງານຫຼັກແຫຼ່ງຕະຫຼອດຮອດພະນັກງານນໍາພາ-ຄຸ້ມຄອງໃນທົ່ວແຂວງຄໍາມ່ວນ.
    ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມ ກໍ່ໄດ້ພົບປະແລກປ່ຽນ ໃນການຈັດຕັ້ງປະຕິບັດ ການຮຽນ-ການສອນ ໂດຍລະບົບຂໍ້ມູນການສຶກສາ, ບັນດາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຮຽນ-ການສອນ, ບັນຫາດ້ານບຸກຄະລາກອນ ແລະ ວຽກງານອຶ່ນໆ ອີກຈຳນວນໜຶ່ງ. ການພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຄູ-ອາຈານ ແລະ ນັກສຶກສາທິດສະດີການເມືອງຂັ້ນຕົ້ນ ຊຸດທີ III ຂອງສະພາແຫ່ງຊາດ ຮ່ວມກັບ ໂຮງຮຽນການເມືອງ-ການປົກຄອງແຂວງຄຳມ່ວນ ຄັ້ງນີ້ ກໍ່ເພື່ອແນ່ໃສ່ ລະບົບຂອງການຮຽນ-ການສອນ ຂອງສອງສະຖາບັນ ໄດ້ຮັບການປັບປຸງ ໃຫ້ດີຂຶ້ນ ສາມາດຍົກລະດັບ ພະນັກງານ-ລັດຖະກອນ ທາງດ້ານທິດສະດີການເມືອງໃຫ້ເພີ່ມຂຶ້ນ.
  ໃນໂອກາດດຽວກັນນີ້, ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ມອບຂອງຂວັນທີ່ລະນຶກໃຫ້ ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ ຕາງຮັບໂດຍທ່ານ ຄຳພູວົງ ຫອມມະນີ ຮອງຫົວໜ້າການໂຮງຮຽນທິດສະດີການເມືອງ-ການປົກຄອງ ແຂວງຄໍາມ່ວນ, ພ້ອມກັນນັ້ນຍັງໄດ້ມີການຖ່າຍຮູບເພື່ອເປັນທີ່ລະນຶກອີກດ້ວຍ.
ພາບ-ຂ່າວ ໂດຍ: ເອື້ອ ອາລີ