
ຕອນແລງຂອງວັນທີ 19 ມັງກອນ 2026 ນີ້ ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເປີດກອງປະຊຸມຕິດຕາມ ຊຸກຍູ້ວຽກງານເລືອກຕັ້ງຢູ່ແຂວງຫຼວງນໍ້າທາ ໂດຍການເປັນປະທານຂອງ ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານແລ້ວ ຄະນະກຳມະການເລືອກຕັ້ງລະດັບຊາດ, ແລະ ເປັນປະທານຮ່ວມໂດຍ ທ່ານ ພົນຕີ ປະລີນເອກ ວົງສັກ ພັນທະວົງ ກຳມະການຄະນະປະຈຳສະພາແຫ່ງຊາດ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ມີບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນແຂວງ, ບັນດາອະນຸກໍາມະການເລືອກຕັ້ງເຂົ້າຮ່ວມຢ່າງພ້ອມພຽງ.


ໃນກອງປະຊຸມ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຜູ້ປະຈຳການ ຄະນະປະຈຳການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ເຊິ່ງການຈັດຕັ້ງປະຕິບັດວຽກງານບາດກ້າວທີ1-2 ແມ່ນມີຜົນສຳເລັດຫຼາຍດ້ານເປັນຕົ້ນແມ່ນໄດ້ຮ່າງມະຕິຂອງຄະນະປະຈຳວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນແຂວງ; ໄດ້ສ້າງແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ; ໄດ້ຮ່າງມະຕິຂອງຄະນະປະຈຳວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ; ໄດ້ຮ່າງຂໍ້ຕົົກລົງວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເຊິ່ງໄດ້ກຳນົດລະອຽດກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ຄະນະປະຈຳການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ; ໄດ້ຮ່າງຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງອະນຸກຳມະການເລືອກຕັ້ງຂັ້ນແຂວງ ເຊິ່ງປະກອບມີ 5 ອະນຸກຳມະການ, ໄດ້ຮຽກໂຮມ ແລະ ດຳເນີນກອງປະຊຸມຄັ້ງປະຖົມມະລືກ, ຜູ້ປະຈຳການ ຄະນະປະຈຳການ ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຖະແຫຼງຂ່າວທາງສື່ມວນຊົນ ເພື່ອຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫຼວງນໍ້າທາໂດຍສະເພາະຜູ້ມີສິດປ່ອນບັດເລືອກຕັ້ງ ຍົກສູງສະຕິເປັນເຈົ້!ຂອງປະເທດຊາດ; ໄດ້ອອກແຈ້ງການເພື່ອໃຫ້ບນດາເມືອງດຳເນີນກອງປະຊຸມຄັ້ງປະຖົມມະລືກ, ຖະແຫຼງຂ່າວ, ສ້າງແຜນດຳເນີນງານ, ແລະ ແຕ່ງຕັ້ງບັນດາອະນຸກຳມະການຊ່ວຍວຽກ; ໄດ້ອອກແຈ້ງການເພື່ອໃຫ້ບັນດາອະນຸກຳມະການເລືອກຕັ້ງຂັ້ນແຂວງຜັນຂະຫຍາຍແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ, ໄດ້ເກັບກຳຂໍ້ມູນກ່ຽວກັບວັດຖຸອຸປະກອນຮັບໃຊ້ໃຫ້ແກ່ການເລືອກຕັ້ງ; ໄດ້ອອກແຈ້ງການກ່ຽວກັບການກຳນົດໜ່ວຍປ່ອນບັດເລືອກຕັ້ງ; ໄດ້ດຳເນີນການຝຶກອົບຮົມວຽກງານການເລືອກຕັ້ງໃຫ້ພະນັກງານຫຼັກແຫຼ່ງຂັ້ນແຂວງ-ຂັ້ນເມືອງ; ໄດ້ເກັບກຳສະຖິຕິຄະນະກຳມະການແຕ່ລະຂັ້ນ ແລະ ຄະນະຮັບຜິດຊອບໜ່ວຍປ່ອນບັດ; ສຳລັບວຽກງານດ້ານບຸກຄະລາກອນ ອະນຸກຳມະການໂຄງປະກອບ ແລະ ບຸກຄະລາກອນ ໄດ້ອອກແຈ້ງການໃຫ້ບັນດາພະແນກການ-ອົງການຂັ້ນແຂວງ-ຂັ້ນເມືອງ ແລະ ທຸກພາກສ່ວນກ່ຽວຂ້ອງ ເພື່ອສົ່ງລາຍຊື່ເປົ້າໝາຍບຸກຄະລາກອນທີ່ຈະລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ; ໄດ້ດຳເນີນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານໃນບາດກ້າວທີ 1-2 ແລະ ວາງທິດທາງແຜນການວຽກງານບາດກ້າວທີ່ 3
ພ້ອມນັ້ນ ກໍໄດ້ມີການແລກປ່ຽນສົນທະນາບັນຫາຕ່າງໆເປັນຕົ້ນແມ່ນຂໍ້ສະດວກ, ຂໍ້ຫຍຸງຍາກທີ່ຕິດພັນກັບວຽກງານການກະກຽມ ແລະ ດຳເນີນການເລືອກຕັ້ງ ເພື່ອຊອກວິທີແກ້ໄຂທີ່ເປັນເອກະພາບ ພ້ອມທັງໃຫ້ທ່ວງທັນກັບເວລາທີ່ກຳນົດ ທັງຮັບປະກັນຄວາມພ້ອມໃຫ້ແກ່ການເລືອກຕັ້ງຄັ້ງນີ້ໃຫ້ສຳເລັດຕາມລະດັບຄາດໝາຍ
ໃນໂອກາດນີ້ ທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານແລ້ວ ຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບັນດາທ່ານທີ່ໄດ້ສຸມໃສ່ໃນການກະກຽມບັ້ນເລືອກຕັ້ງຄັ້ງນີ້, ພ້ອມທັງ ຮຽກຮ້ອງມາຍັງຄະນະກໍາມະການເລືອກຕັ້ງຂັ້ນແຂວງ, ບັນດາອະນຸກຳມະການ ຈົ່ງຮີບຮ້ອນຈັດຕັ້ງປະຕິບັດບາງວຽກງານທີ່ຍັງບໍ່ທັນສໍາເລັດໃຫ້ສຳເລັດຕາມເວລາທີກຳນົດ ທັງນີ້ກໍເພື່ອຮັບປະກັນໃຫ້ປະຊາຊົນບັນດາເຜົ່າພາຍໃນແຂວງຫຼວງນໍ້າທາໂດຍສະເພາະຜູ້ມີສິດປ່ອນບັດຮັບເລືອກຕັ້ງ ເຂົ້າຮ່ວມການເລືອກຕັ້ງຄັ້ງນີ້ໃຫ້ມີຜົນສຳເລັດ 400%ຄື ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄປໃຊ້ສິດຄົບຖ້ວນ 100%, ຮັບປະກັນການໃຊ້ສິດມີຄວາມຖືກຕ້ອງ 100%, ຮັບປະກັນຄວາມສະຫງົບ ປອດໄພ 100% ແລະ ຮັບປະກັນຄວາມໂປ່ງໃສ 100%
ໂດຍ ນາງ ອຳພອນ ສີປະເສີດ

