ໃນຕອນແລງຂອງວັນທີ 19 ມັງກອນ 2026 ນີ້ ຄະນະກໍາມະການເລືອກຕັ້ງລະດັບຊາດ ນໍາໂດຍທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກຳມະບານລາວ ຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະນະກໍາມະການເລືອກຕັ້ງແຂວງຫຼວງນໍ້າທາ ນໍາໂດຍທ່ານ ທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ ຊຸກຍູ້ວຽກງານກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີV ຢູ່ເມືອງນາແລ ແຂວງຫຼວງນໍ້າທາ ມີບັນດາທ່ານຄະນະກໍາມະການເລືອກຕັ້ງເມືອງ, ບັນດາອະນຸກໍາມະການເລືອກຕັ້ງເຂົ້າຮ່ວມ 40 ຄົນ,
ໃນກອງປະຊຸມ ທ່ານ ທຳມະວົງ ບຸນຖາວອນ ກໍາມະການພັກແຂວງ, ເລຂາພັກເມືອງ, ປະທານຄະນະກໍາມະການເລືອກຕັ້ງເມືອງ ໄດ້ລາຍກ່ຽວກັບສະພາບລວມຂອງເມືອງ ແລະ ຄວາມຄືບໜ້າໃນການກະກຽມ ໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຢູ່ພາຍໃນເມືອງເປັນຕົ້ນ: ການຈັດຕັງປະຕິບັດວຽກງານໃນບາດກ້າວທີ 1 ແລະ ບາດກ້າວທີ 2 ເຫັນວ່າມີຜົນສໍາເລັດຫຼາຍດ້ານຕາມແຜນການທີ່ວາງໄວ້ ເຊິ່ງເຂດເລືອກຕັ້ງເມືອງສິງ ມີທັງໝົດ 57 ບ້ານ ແລະ ກຳນົດເປັນ 42 ໜ່ວຍເລືອກຕັ້ງ; ນອກນັ້ນ ບັນດາອານຸກຳມະການເລືອກຕັ້ງ ຍັງໄດ້ແລກປ່ຽນປະກອບຄໍາຄິດເຫັນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ໃນການກະກຽມແຕ່ລະອານຸກຳການຜ່ານມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດກະກຽມໃຫ້ມີຜົນສໍາເລັດ.


ໃນໂອກາດລົງຕິດຕາມ ຊຸກຍູ້ວຽກງານຄັ້ງນີ້, ທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະກຳມະການເລືອກຕັ້ງຂັ້ນເມືອງທີ່ໄດ້ສຸມໃສ່ໃນການກະກຽມບັ້ນເລືອກຕັ້ງຄັ້ງນີ້, ພ້ອມທັງ ຮຽກຮ້ອງໃຫ້ສືບຕໍ່ເພີ່ມທະວີປະຕິບັດບາງວຽກງານທີ່ຍັງບໍ່ທັນສໍາເລັດໃນບາດກ້າວທີ 2 ເປັນຕົ້ນ ວຽກງານໂຄສະນາ ແລະ ປຸກລະດົມໃຫ້ມີການສ້າງຂະບວນໃຫ້ມີຄວາມຟົດຟື້ນກວ້າງຂວາງທົ່ວສັງຄົມ ແລະ ແນະນໍາວຽກງານທີ່ຈະຈັດຕັ້ງປະຕິບັດ ໃນບາດກ້າວທີ 3 ໃຫ້ຮັບປະກັນ 100%, ເອົາໃຈໃສ່ວຽກງານປະສານສົມທົບ ລະຫວ່າງ ຂັ້ນເມືອງກັບຂັ້ນແຂວງໃຫ້ມີຄວາມກົມກຽວຂຶ້ນຕື່ມ; ຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງ ໄດ້ໄປປ່ອນບັດຄົບຕາມຈໍານວນ, ມີຄວາມຖືກຕ້ອງຕາມກົດໝາຍ, ຂັ້ນຕອນ, ແລະ ວິທີການທີ່ກໍານົດ; ຮັບປະກັນຄວາມໂປ່ງໃສ ແລະ ສໍາເລັດທັນຕາມກໍານົດເວລາ.
