loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງວຽງຈັນ ລົງເຄື່ອນໄຫວເຮັດວຽກຢູ່ເມືອງວຽງຄໍາ.

​ກ.ກ. 7, 2023 | ເຂດ 10 ວຽງຈັນ

ໃນວັນທີ 5 ກໍລະກົດ 2023 ທີຜ່ານມານີ້ ຢູ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງວ່າການເມືອງວຽງຄໍາ ໄດ້ຈັດກອງປະຊຸມຕິດຕາມກວດກາ ແລະ ເກັບກໍາຂໍ້ມູນວຽກງານ ຂອງຄະນະກໍາມະການວັດທະນະທໍາ – ສັງຄົມ ແລະ ບັນດາເຜົ່າ ຢູ່ເມືອງວຽງຄໍາ  ແຂວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ຈັນທະຄອນ ສີອໍາພອນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນ ແຂວງວຽງຈັນ , ທ່ານນາງ ຂັນຄໍາ ສຸດຊະນະຫົງ ກໍາມະການພັກເມືອງ ຫົວໜ້າຫ້ອງການສຶກສາ ແລະ ກິລາ ເມືອງວຽງຄໍາ ທັງເປັນຄະນະສະມາຊິກສະພາປະຊາຊົນ ແຂວງວຽງຈັນ ເຂດເລືອກຕັ້ງເມືອງວຽງຄໍາ ຮັບຜິດຊອບວຽກງານວັດທະນະທໍາ – ສັງຄົມ ແລະ ບັນດາເຜົ່າ ເມືອງວຽງຄໍາ ມີບັນດາຫົວໜ້າຫ້ອງການກຸ່ມວັດທະນະທໍາ-ສັງຄົມທົ່ວເມືອງເຂົ້າຮ່ວມ .

ທ່ານນາງຈັນທະຄອນ ສີອໍາພອນ ໃຫ້ກຽດເປັນປະທານ ເຈາະຈີ້ມຄໍາຖາມ ແຕ່ລະບັນຫາກ່ຽວກັບໜ້າວຽກຕົວຈິ່ງ ຄວາມຮັບຜິດຊອບ ທີ່ຫ້ອງການຂອງຕົນຄຸ້ມຄອງເຊັ່ນ: ວຽກງານສຶກສາທິການ ແລະ ກິລາເມືອງວຽງຄໍາ, ວຽກງານສາທາລະນະສຸກ, ວຽກງານຖະແຫຼງຂ່າວ -ວັດທະນະທໍາ ແລະ ທ່ອງທ່ຽວ , ວຽກງານກະສິກໍາ ແລະ ປ່າໄມ້ ແລະ ວຽກງານພາຍໃນ ແລະ ອື່ນໆ ແນ່ໃສ່ເພື່ອເຮັດໃຫ້ການເຄື່ອນໄຫວຕິດຕາມກວດກາ ແລະ ເກັບກໍາຂໍ້ມູນ ວຽກງານວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າຢູ່ເມືອງວຽງຄໍາຂອງພວກເຮົາຄັ້ງນີ້ ໄດ້ຮັບຜົນສໍາເລັດໄປດ້ວຍດີ.

(ພາບ-ຂ່າວ ບູລາຕີ ແສນທະວົງ)