
ວັນທີ 7 ທັນວາ 2023 ທີ່ສຳນັກງານສະພາປະຊາຊົນແຂວງຄໍາມ່ວນ, ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນແຂວງຄໍາມ່ວນ ໄດ້ຈັດກອງປະຊຸມຄົບຄະນະປະຈໍາປີ 2023 ໂດຍການເປັນປະທານກອງປະຊຸມຂອງທ່ານ ນາງ ສາທິດ ຈັນສີ ປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນສະພາປະຊາຊົນແຂວງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ, ຜູ້ຊີ້ນຳກຳມະການດັ່ງກ່າວ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງແຂວງ, ສະມາຊິກສະພາປະຊາຊົນແຂວງທີ່ສັງກັດ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ມີບັນດາພະແນກການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນໂອກາດນີ້ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມຄົບຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ແມ່ນມີຄວາມໝາຍຄວາມສຳຄັນ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ; ພ້ອມກັນນັ້ນ, ກໍເປັນການຮຽກໂຮມສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ ທີ່ສັງກັດຄະນະກຳມະການ ຂອງຕົນປະຊຸມ ເພື່ອປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນ ແລະ ຕີລາຄາຄືນຕໍ່ການຈັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງກຳມະການ, ໃນການຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານຂອງຂະແໜງການທີ່ກ່ຽວ ຂ້ອງ ແລະ ວາງແຜນການເຄື່ອນໄຫວວຽກງານ ໃຫ້ມີຄວາມເປັນເອກະພາບກັນ, ຮັບປະກັນໃນການປະຕິ ບັດວຽກງານ ໃນການເປັນເສນາທິການໃຫ້ຄະນະປະຈຳສະພາປະຊາຊົນແຂວງ ແລະ ສະພາປະຊາຊົນຂັ້ນແຂວງ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ; ພ້ອມນັ້ນ ທ່ານ ຍັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂອງແຂວງສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ເປັນຕົ້ນ: ເອົາໃຈໃສ່ໃນການສ້າງນິຕິກໍາໃຕ້ກົດໝາຍ ກ່ຽວກັບການສົ່ງເສີມຜະລິດຕະພັນພາຍໃນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ສືບຕໍ່ຊຸກຍູ້ປະຊາຊົນໃນການເພີ່ມພູນຜະລິດຜົນ ໂດຍສະເພາະແມ່ນການປູກຝັງ-ລ້ຽງສັດ ເພື່ອຊ່ວຍຫຼຸດຜ່ອນການນໍ າເຂົ້າ; ໃຫ້ຂະແໜງການທີ່ກ່ຽວຂ້ອງສົ່ງເສີມອໍານວຍຄວາມສະດວກໃຫ້ຜູ້ປະກອບການໃນການສ້າງຜະລິດຕະພັນທີ່ເປັນເອກະລັກຂອງແຂວງ ແລະ ເມືອງ; ເອົາໃຈໃສ່ໃນການອອກອະນຸຍາດສິນຄ້າສົ່ງອອກ, ອະນຸຍາດການເຄື່ອນຍ້າຍສິນຄ້າພາຍໃນ ; ເອົາໃຈໃສ່ໃນການຄຸ້ມຄອງລາຄາສິນຄ້າ ແລະ ສະໜອງສິນຄ້າໃຫ້ໄດ້ຕາມຄວາມຕ້ອງການໃນສັງຄົມ; ເອົາໃຈໃສ່ອອກນິຕິກໍາຂອງແຂວງໃນການປົກປັກຮັກສາ 3 ປະເພດປ່າຂອງແຂວງ ໃຫ້ຍືນຍົງ; ສືບຕໍ່ຈັດຕັ້ງຜັນຂະຫຍາຍນະໂຍບາຍວ່າດ້ວຍການປະຢັດ ແລະ ຕ້ານການຟຸ່ມເຟືອຍ; ຊຸກຍູ້ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການປະຈໍາປີ.
ໂດຍ: ເອື້ອ ມະໂນສິງ