ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ (ຄສ ຜງ) ສະພາປະຊາຊົນ ນວ ລົງເຄື່ອນໄຫວເຮັດວຽກຢູ່ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ.

ພ.ພ. 19, 2023

ໃນຕອນເຊົ້າ ວັນທີ 19 ພຶດສະພາ 2023, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ, ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ສືບຕໍ່ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່, ເຊິ່ງໃຫ້ການຕ້ອນຮັບໂດຍ ທ່ານ ບຸນປອນ ບຸນສົມຫວັງ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ແລະ ມີພະນັກງານຫຼັກແຫຼ່ງຈຳນວນໜຶ່ງ ໃຫ້ການເຂົ້າຮ່ວມ.

ໃນການລົງເຄື່ອນໄຫວຄັ້ງນີ້, ໄດ້ຮັບຟັງການລາຍງານ ຜົນການຈັດຕັ້ງປະຕິບັດບັນດາຄາດໝາຍຂອງແຜນພັດທະ ນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ 2023 ເຊິ່ງໃນໄລຍະຜ່ານມາ ການເກັບລາຍຮັບຄ່າບໍລິການວິຊາການ ສາມາດເກັບລາຍຮັບ ປະຕິບັດໄດ້ 45% ຂອງແຜນການປີ, ການປະຕິບັດແຜນລາຍຈ່າຍວິຊາການ ປະຕິບັດໄດ້ 35% ຂອງແຜນການປີ ແລະ ໄດ້ຈັດເກັບຄ່າທຳນຽມຄ່າທາງໃຫ້ກົມຊ່ວຍສາອາກອນ ຂອງກະຊວງການເງິນໄດ້ 76% ຂອງແຜນ ການປີ. ຄຽງຄູ່ກັບຜົນສໍາເລັດໃນບາງດ້ານນັ້ນ ທາງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ ກໍພົບຄວາມຫຍຸ້ງໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ ຕົ້ນທຶນໃນການຜະລິດໃບທະບຽນໃບຂັບຂີ່ຖາວອນ ເພິ່ມຂຶ້ນ ເນື່ອງຈາກນຳເຂົ້າວັດຖຸດິບຈາກຕ່າງປະເທດ, ການຊຳລະສະສາງມີຄວາມຫຍຸ້ງຍາກ ຍ້ອນອັດຕາແລກປ່ຽນສູງ, ຂາດແຄນເງິນຕາງຕ່າງປະເທດ ເຮັດໃຫ້ຕົວເລກແຜນງົບປະມານລາຍຈ່າຍບໍ່ພຽງພໍກັບລາຍຈ່າຍທີ່ເກີດຂຶ້ນໃນປີ ບໍ່ໄປຕາມແຜນການປີ. ນອກຈາກ ໄດ້ຮັບຟັງການລາຍງານ ແລະ ຄວາມຫຍຸ້ງຍາກໃນການປະຕິບັດວຽກງານບາງດ້ານແລ້ວ ຍັງໄດ້ຮັບຟັງການສະເໜີບັນຫາ ຈຳນວນໜຶ່ງ.

ໃນໂອກາດດັ່ງກ່າວ, ຄະນະລົງເຮັດວຽກ ກໍໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ພ້ອມທັງມີຄຳເຫັນແລກປ່ຽນ ແລະ ຮັບເອົາບາງບັນຫາ, ຂໍ້ຫຍຸ້ງຍາກທີ່ຄະນະຮັບຜິດຊອບໃນຂະແໜງການຕ່າງໆໄດ້ພົບພໍ້ ເພື່ອນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທຸກຂະແໜງການທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ ຈົນໄດ້ຮັບຜົນສຳເລັດຫຼາຍດ້ານໃນໄລຍະຜ່ານມາ ແລະ ໃຫ້ທຸກຂະແໜງ ການສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍທີ່ກຳນົດໄວ້ໃນແຜນປີ ໃຫ້ສຳເລັດບັນລຸຕາມຄາດໝາຍທີ່ວາງໄວ້ ຢ່າງມີປະສິດທິພາບ, ໄດ້ປະສິດທິຜົນ ແລະ ໃນຕອນທ້າຍ ທາງຄະນະລົງເຮັດວຽກ ກໍໄດ້ລົງຢ້ຽມຢາມບັນດາຫ້ອງການຂະແໜງການໃນຂອບເຂດກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ນວ.