ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສປ ນວ ລົງຊຸກຍູ້ວຽກງານຢູ່ ພະແນກ ການເງິນ ນະຄອນຫຼວງວຽງຈັນ

ພ.ພ. 16, 2023

(ສປນວ) ໃນຕອນເຊົ້າຂອງ ວັນທີ 16 ພຶດສະພາ 2023, ທ່ານ ນາງ ພິດສະໄໝ ຕົ້ນສະຫວັນ, ຮອງປະທານຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ນວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ 2023 ຢູ່ພະແນກການເງິນ ນວ ໂດຍການຕ້ອນຮັບຂອງ ທ່ານ ນາງ ພວງສີ ເພົ້າລາວັນ, ຮອງຫົວໜ້າພະແນກ ການເງິນ ນວ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການຂອງພະແນກ ແລະ ວິຊາການຈຳນວນໜຶ່ງ ເຂົ້າຮ່ວມ.

ໃນການລົງເຮັດວຽກຄັ້ງນີ້, ໄດ້ຮັບຟັງການຊີ້ແຈງຂອງພະແນກການເງິນ ນວ ຕໍ່ຄໍາຖາມເຈາະຈິ້ມຂອງສະພາປະຊາ ຊົນ ນວ ໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023, ຊີ້ແຈງຕໍ່ຄໍາສະເໜີຂອງປະຊາຊົນ ໃນບັ້ນລົງພົບປະຜູ້ມີສິດເລືອກຕັ້ງ ແລະ ຮັບຟັງການລາຍງານ ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ, ແຜນວຽກຈຸດສຸມ 6 ເດືອນທ້າຍປີ 2023 ຂອງພະແນກ ເຊິ່ງ ທ່ານ ນາງ ພວງສີ ເພົ້າລາວັນ, ຮອງຫົວໜ້າພະແນກການເງິນ ນວ ໄດ້ລາຍງານໃຫ້ຮູ້ວ່າ: ໃນໄລຍະຕົ້ນປີຜ່ານມາ ການຈັດຕັ້ງແຜນງົບປະມານ ແມ່ນໄດ້ອີງໃສ່ບັນດານິຕິກໍາຂອງຂັ້ນເທິງ ໃນການຈັດຕັ້ງຜັນຂະຫຍາຍ ເປັນຕົ້ນ ມະຕິຂອງສະພາປະຊາຊົນ ນວ ສະບັບເລກທີ 005/ສປນວ ລົງວັນທີ 10 ກຸມພາ 2023;  ຄໍາແນະນໍາຂອງກະຊວງການເງິນ ແລະ ຄໍາແນະນໍາ ຂອງທ່ານເຈົ້າຄອງ ນວ ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານ ນວ ປະຈໍາປີ 2023 ໂດຍສະເພາະສຸມໃສ່ການຈັດຕັ້ງປະຕິບັດບັນດາມາດຕະການທີ່ຕິດພັນກັບວາລະແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານເຈົ້າຄອງ ສະບັບເລກທີ 856/ຈນວ, ລົງວັນທີ 1 ພະຈິກ 2021 ແລະ ບົດບັນທຶກ ສະບັບຄັ້ງວັນທີ 23 ມີນາ 2022 ທີ່ທ່ານຮອງລັດຖະມົນຕີ ກະຊວງການເງິນ ໄດ້ເຊັນຮ່ວມກັບ ທ່ານຮອງເຈົ້າຄອງ ນວ; ໂດຍອີງໃສ່ບັນດາເນື້ອໃນເອກະ ສານດັ່ງກ່າວ, ການຈັດຕັ້ງປະຕິບັດແຜນງົບປະມານ 6 ເດືອນຕົ້ນປີ 2023 ດ້ານລາຍຮັບປະຕິບັດໄດ້ 2.569,96 ຕື້ກີບ ເທົ່າກັບ 44,40% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 48,28% ເປັນເງິນເທົ່າກັບ 836,79 ຕື້ກີບ. ດ້ານລາຍຈ່າຍ ທັງໝົດ 242,38 ຕື້ກີບ ເທົ່າກັບ 40,88% ຂອງແຜນປີ, ສົມທຽບກັບໄລຍະດຽວກັນປີຜ່ານມາ ເພິ່ມຂຶ້ນ 5,06% (ບໍ່ລວມລາຍຈ່າຍເງິນລົງທຶນຂອງລັດປົກກະຕິ) ເຊິ່ງສາມາດປະຕິບັດຄວາມດຸ່ນດ່ຽງໄດ້ 260,79 ຕື້ກີບ ເທົ່າກັບ 26,20% ຂອງແຜນການປີ. ຄຽງຄູ່ກັບການລາຍງານຜົນສໍາເລັດນັ້ນ ກໍໄດ້ຮັບຟັງບາງຂໍ້ຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເປັນຕົ້ນ ບັນຫາສະພາບການປ່ຽນແປງຂອງເງິນຕາທີ່ຜັນຜວນ, ອັດຕາແລກ ປ່ຽນຂອງເງິນຕາຕ່າງປະເທດສູງ ເຊິ່ງເປັນປັດໃຈໜຶ່ງທີ່ສ້າງຜົນກະທົບໃຫ້ຜູ້ປະກອບການ ແລະ ການລົງທຶນ ເຮັດໃຫ້ມີຜົນກະທົບຕໍ່ກັບຜົນກໍາໄລ ແລະ ການປະຕິບັດພັນທະໃຫ້ລັດ ບໍ່ທັນໄດ້ເຕັມເມັດເຕັມໜ່ວຍ; ບັນຫາຈາກບັນດາບໍລິສັດ ທີ່ແຈ້ງເສຍອາກອນດ້ວຍຕົນເອງ ສ່ວນໃຫຍ່ແຈ້ງແຕ່ອາກອນເງິນເດືອນ ແລະ ແຈ້ງອາກອນມູນຄ່າເພີ່ມຂ້ອນຂ້າງຕໍ່າ ແລະ ບັນຫາທີ່ຜູ້ປະກອບການຈຳນວນໜຶ່ງ ຍັງບໍ່ມີຄວາມຕື່ນຕົວ ເປັນເຈົ້າການປະຕິບັດໜ້າທີ່ການມອບພັນທະຂອງຕົນຕາມກຳ ນົດເວລາ.

ໃນຕອນທ້າຍກອງປະຊຸມ, ຄະນະລົງເຮັດວຽກ ກໍໄດ້ມີຄຳເຫັນແລກປ່ຽນ ແລະ ຮັບເອົາບາງບັນຫາ, ຂໍ້ຫຍຸ້ງຍາກທີ່ຄະນະຮັບຜິດຊອບໃນຂະແໜງການຕ່າງໆໄດ້ພົບພໍ້ ເພື່ອນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະແນກການ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ດ້ວຍຄວາມຫ້າວຫັນ ໃຫ້ສືບຕໍ່ເອົາໃຈໃສ່ປະຕິບັດບັນດາຄາດໝາຍ ແລະ ທິດທາງໃນ 6 ເດືອນທ້າຍປີ 2023 ທີ່ກຳນົດໄວ້ໃຫ້ສຳເລັດບັນລຸຄາດໝາຍ.