ຄະນະກຳມະການເລືອກຕັ້ງຂັ້ນແຂວງຫຼວງນ້ຳທາ ປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V

ກ.ພ. 27, 2026

ຕອນເຊົ້າຂອງວັນທີ 27 ກຸມພາ 2026 ນີ້ຢູ່ທີສະພາປະຊາຊົນແຂວງຫຼວງນໍ້າທາ ທ່ານ ຄໍາຟອງ ອິນມານີ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງຫຼວງນໍ້າທາ ໄດ້ຖະແຫລງການກ່ຽວກັບຜົນການປ່ອນບັດເລືອກຕັ້ງ ສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ໃນວັນທີ 22 ກຸມພາ 2026,​ ຊຶ່ງປະກອບມີຜູ້ລົງສະໝັກຮັບເລືອກຕັ້ງ ຈໍານວນ 35 ທ່ານ, ຍິງ 10 ທ່ານ,

ຜ່ານການປ່ອນບັດເລືອກຕັ້ງຕົວຈິງ ໃນວັນທີ 22 ກຸມພາ 2026 ແລະ ຜ່ານການສັງລວມຄະແນນ ສາມາດເລືອກຕັ້ງໄດ້ ຜູ້ທີ່ເປັນສະມາຊິກສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ V ຈໍານວນ 25 ທ່ານ, ຍິງ 8 ທ່ານ ດັ່ງນີ້; ເມືອງຫຼວງນໍ້າທາ ມີ 5 ທ່ານ, ຍິງ 2 ທ່ານ: ທ່ານ ບຸນຄົງ ພິມມະສອນ, ທ່ານ ຄໍາເຜີຍ ບຸດດີ, ທ່ານ ນາງ ຈັນຄໍາ ລໍວັນກູ່, ທ່ານ ນາງ ຄໍາພົ້ວ ໄຊປະເສີດ, ທ່ານ ທະວີພອນ ສີວິໄລແຮ່ຄໍາ; ເມືອງສິງ ມີ 5 ທ່ານ,​ ຍິງ 2 ທ່ານ: ທ່ານ ໜານມອນ ແກ້ວສິງໄຊ, ທ່ານ ເກດແກ້ວ ປິນແສນອິນ, ທ່ານ ດຣ ສົມພັດ ສໍຈໍາປາ, ທ່ານ ນາງ ແສງຕານ ພຸມຍະວົງ, ທ່ານ ນາງ ບົວສອນ ແສນຍອດ; ເມືອງລອງ ມີ 5 ທ່ານ, ຍິງ 1 ທ່ານ: ທ່ານ ຊຽງຫຸມພັນ ຈັນທະວົງ, ທ່ານ ນາງ ພອນ ຫຼ້າວົງຄໍາ, ທ່ານ ເພັດສະຫວັນ ຈິດດາລາ, ທ່ານ ອິງ ແສງທະລາ, ທ່ານ ຄໍາໄຊ ວິໄລສັກ; ເມືອງວຽງພູຄາ ມີ 5 ທ່ານ, ຍິງ 2 ທ່ານ: ທ່ານ ບຸນຊົງ ວາໄຊຢີ, ທ່ານ ນາງ ວຽງຄຳ ອິນປະເສີດ,ທ່ານ ວຽງໄຊ ສັກລຳດວນ, ທ່ານ ໝໍສະຫວັດ ເພັດມະນີ, ທ່ານ ນາງ ແສງທອງ ຊຽນປັນຍາ ແລະ ເມືອງນາແລ ມີ 5 ທ່ານ, ຍິງ 1 ທ່ານ: ທ່ານ ບຸນປີ ໄລປະເສີດ, ທ່ານ ທຳມະວົງ ບຸນຖາວອນ, ທ່ານ ບົວເງິນ ດວງປະເສີດ, ທ່ານ ພັທ. ກຳມະນີ ມິດລະແສນ, ທ່ານ ນາງ ມະນີພອນ ໂດຍສີປະເສີດ

ພາຍຫຼັງຄະນະກໍາມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ, ບັນດາອົງການຈັດຕັ້ງຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ໄດ້ຮັບປະກາດແຈ້ງການສະບັບນີ້ແລ້ວ ສະເໜີໃຫ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມພາຍໃນຂະແໜງການຂອງຕົນ ຢ່າງທົ່ວເຖິງ ແລະ ທັນເວລາ ນັບແຕ່ມື້ໄດ້ແຈ້ງການສະບັບນີ້ ເປັນຕົ້ນໄປ, ສ່ວນຜູ້ຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງແມ່ນ ຄະນະກຳມະການເລືອກຕັ້ງລະດັບຊາດຈະປະກາດແຈ້ງການຕາມກົດໝາຍ.