ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ສຳເລັດໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກໍາໃຕ້ກົດໝາຍ ຂົງເຂດສຶກສາທິການ ແລະ ກິລາ ໃນ 14 ເມືອງ, 1 ນະຄອນ

ມ.ສ. 7, 2025 | ເຂດ 13 ສະ​ຫວັນນະເຂດ

ເພື່ອເປັນການສະຫຼຸບ, ຕີລາຄາ ແລະ ຖອດຖອນບົດຮຽນໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກໍາໃຕ້ກົດໝາຍ ຂົງເຂດສຶກສາທິການ ແລະ ກິລາ ໃນ 14 ເມືອງ, 1 ນະຄອນ ໃນຕອນເຊົ້າວັນທີ 03 ເມສາ 2025 ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ສະຫວັນນະເຂດ ໄດ້ຈັດກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມມີບັນດາທ່ານປະທານ, ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ, ຫົວໜ້າ, ຮອງຫົວໜ້າຂະແໝງ ພ້ອມດ້ວຍວິຊາການ ເຂົ້າຮ່ວມຢ່າງພ້ອມພຽງ

ທ່ານ ຄຳດີ ສຸວັນນະສານ  ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ໄດ້ຂຶ້ນລາຍງານຜົນການລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກໍາໃຕ້ກົດໝາຍ ຂົງເຂດສຶກສາທິການ ແລະ ກິລາ ໃນ 14 ເມືອງ, 1 ນະຄອນ ໃນນີ້ທ່ານໄດ້ຍົກໃຫ້ເຫັນຫຼາຍດ້ານເພື່ອຊອກຫາວິທີທາງແກ້ໄຂໃນຕໍ່ໜ້າເປັນຕົ້ນ: ຕ້ອງເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ຄູອາຈານມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັກຊາດ, ມີຄວາມອົດທົນສູງ, ນໍາພາ-ຊີ້ນໍາ ອົງການຈັດຕັ້ງບ້ານໃນການພັດທະນາວຽກງານສຶກສາທິການ ແລະ ກິລາ, ຄຽງຄູ່ກັບການຜັນຂະຫຍາຍແນວທາງນະໂຍບາຍ ເພື່ອມາສ້າງເປັນແຜນພັດທະນາການສຶກສາຂັ້ນບ້ານ, ພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ຕ້ອງຫັນເອົາມະຕິທີ່ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮອງ ເປັນແຜນງານ, ໂຄງການ ໂດຍຕິດພັນກັບຄະນະພັດທະນາການສຶກສາຂັ້ນບ້ານ ເອົາໃຈໃສ່ສ້າງແຜນການພັດທະນາການສຶກສາຂັ້ນບ້ານ ໂດຍສຸມໃສ່ຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນ ບົນພື້ນຖານເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງທ້ອງຖິ່ນ; ຄະນະຮັບຜິດຊອບວຽກງານຄະນະພັດທະນາການສຶກສາຂັ້ນບ້ານ ຕ້ອງໄດ້ເອົາໃຈໃສ່ເພີ່ມຕື່ມໃນຈັດຕັ້ງຜັນຂະຫຍາຍນິຕິກໍາສະບັບດັ່ງກ່າວ, ລວມເຖິງນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຄົ້ນຄວ້າສ້າງແຜນການ, ແຜນງານກ່ຽວກັບວຽກງານຄະນະພັດທະນາການສຶກສາຂັ້ນບ້ານ; ພ້ອມທັງໃຫ້ມີການສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ແກ່ທ່ານເຈົ້າເມືອງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຮັບຊາບຢ່າງເປັນປົກກະຕິ; ຕ້ອງມີຄວາມສາມັກຄີເປັນເອກະພາບ, ເປັນຈິດໜຶ່ງໃຈດຽວ, ມີຄວາມມານະອົດທົນໃນການກະຕຸກຊຸກຍູ້ ພໍ່ແມ່, ຜູ້ປົກຄອງ ກໍ່ຄືລູກຫຼານໃນເກນອາຍຸເຂົ້າຮຽນ ໃຫ້ໄດ້ເຂົ້າໂຮງຮຽນຢ່າງທົ່ວເຖິງ ເພື່ອເປັນໜໍ່ແໜງສືບທອດ, ພັດທະນາຊີວິດການເປັນຢູ່ຂອງຕົນເອງ ກໍ່ຄືບ້ານເມືອງ; ຕໍ່ຈາກນັ້ນປະທານກອງປະຊຸມກໍ່ໄດ້ເປີດໂອກາດໃຫ້ແຂກທີ່ເຂົ້າຮ່ວມກອງປະຊຸມປະກອບຄຳຄິດຄຳເຫັນໃສ່ບົດລາຍງານໃຫ້ສົມບູນຍິ່ງຂຶ້ນບົນພື້ນຖານ ຂໍ້ມູນຄວາມເປັນຈິງ.

 

ທ້າຍສຸດປະທານກອງປະຊຸມກໍ່ໄດ້ສະຫຼຸບ ແລະ ຍ້ອງຍໍຊົມເຊີຍຕໍ່ກັບຜົນງານໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກໍາໃຕ້ກົດໝາຍ ຂົງເຂດສຶກສາທິການ ແລະ ກິລາ ໃນ 14 ເມືອງ, 1 ນະຄອນ ໃນຄັ້ງນີ້ ພ້ອມທັງມີທິດຊີ້ນຳໃນຕໍ່ໜ້າເຊິ່ງຈະມີແຜນສຶບຕໍ່ໃນການໂຄສະນາເຜີຍແຜ່ນິຕິກຳດັ່ງກ່າວ, ໃຫ້ຄະນະທີ່ຈະລົງຕ້ອງກະກຽມແຜນການ, ແຜນງານໃຫ້ລະອຽດກວ່າເກົ່າ ມີການປະສານງານໃຫ້ຈະແຈ້ງລວມສູນ, ຊອກຫາວິທີການໃນການເຜີຍແຜ່ໃຫ້ເຂົ້າໃຈງ່າຍ, ເພື່ອກະຕຸກຊຸກຍູ້ໃຫ້ຄະນະຮັບຜິດຊອບການສຶກຂັ້ນບ້ານກຳໄດ້ ພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ເພື່ອນຳໄປຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນໃຫ້ກວ້າງຂວາງຂຶ້ນກວ່າເກົ່າ.ໃນການເຄື່ອນໄຫວຄັ້ງນີ້ ກໍ່ໄດ້ມີການລົງຢ້ຽມຢາມ ແລະ ມອບອຸປະກອນການຮຽນ (ປື້ມ ຈໍານວນ 2,700 ຫົວ ແລະ ບິກ ຈໍານວນ 2,700 ກ້ານ ລວມມູນຄ່າ 17,190,000 ລ້ານກີບ) ໃຫ້ແກ່ໂຮງຮຽນປະຖົມ, ມັດທະຍົມ ແລະ ກຸ່ມບ້ານ ທີ່ໄດ້ລົງເຄື່ອນໄຫວ.