ໃນລະຫວ່າງວັນທີ 17 ຫາ 20 ມີນາ 2025 ນີ້ ທ່ານ ຄຳດີ ສຸວັນະສານ ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ສະຫວັນນະເຂດ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ, ນະຄອນ ຮ່ວມກັບຄະນະພະແນກສຶກສາທິການ ແລະ ກິລາແຂວງ ພ້ອມຄະນະ ໄດ້ເຄື່ອນໄຫວໂຄສະນາເຜີຍແຜ່ນິຕິກຳໃຕ້ກົດ ໝາຍໃນຂົງເຂດວຽກງານການສຶກສາທິການ ແລະ ກິລາ ຢູ່ 05 ເມືອງ ຄື:ເມືອງນອງ, ເມືອງເຊໂປນ, ເມືອງວິລະບູລີ, ເມືອງອາດສະພອນ ແລະ ນະຄອນໄກສອນພົມວິຫານ ເຂົ້າຮ່ວມຮັບຟັງໃນຄັ້ງນີ້ມີທ່ານຮອງເຈົ້າເມືອງ, ຮອງເຈົ້ານະຄອນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ, ຫ້ອງການສຶກສາ ແລະ ກິລາເມືອງ, ຄະນະຮັບຜິດຊອບວຽກງານຄະນະພັດທະນາການສຶກສາຂັ້ນບ້ານ, ຄະນະພັດທະນາການສຶກສາຂັ້ນບ້ານ, ຄູອາຈານຕະຫຼອດຮອດພໍ່ແມ່ປະຊາຊົນ ໃນແຕ່ລະຈຸດຂອງທັງ 05 ເມືອງເຂົ້າຮ່ວມຮັບຟັງທັງໝົດ 391 ຄົນ, 113 ຄົນ.
ໃນການລົງເຄື່ອນໄຫວໂຄສະນາເຜີຍແຜ່ຄັ້ງນີ້ ທາງຄະນະກໍ່ໄດ້ຮັບຟັງການລາຍງານໂດຍສັງເຂບຕໍ່ກັບການຈັດຕັ້ງປະຕິບັດວຽກງານສຶກສາທິການ ແລະ ກິລາ ຂອງເມືອງ, ນະຄອນ ໃນໄລຍະຜ່າມມາ; ເຫັນໄດ້ເຖິງບັນຫາການປະລະການຮຽນຂອງນັກຮຽນຍັງສືບຕໍ່ມີ ແລະ ມີການປະລະຫຼາຍໃນບາງເຂດ, ຕິດພັນກັບການຈັດຕັ້ງປະຕິບັດ 16 ຄາດໝາຍ ຂອງຂະແໜງການສຶກສາທິການ ແລະ ກິລາ ຍັງຫຼາຍຄາດໝາຍບໍ່ສາມາດບັນລຸໄດ້ ມີພຽງນະຄອນໄກສອນພົມວິຫານທີ່ສາມາດຈັດຕັ້ງປະຕິບັດບັນລຸໄດ້ທຸກຄາດໝາຍ; ນອກຈາກນັ້ນກໍ່ຍັງມີບັນຫາປາກົດການຫຍໍ້ທໍ້ໃນໂຮງຮຽນ ເປັນຕົ້ນ ບັນຫາຢາສູບໄຟຟ້າ ແລະ ການດື່ມນໍ້າກະທ້ອມ ຍັງປາກົດມີໃນໝູ່ນັກຮຽນ(ໂດຍສະເພາະນັກຮຽນມັດທະຍົມ); ບັນຫາສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ສະພາບຄອບຄົວຂາດເຂີນ ສົ່ງຜົນໃຫູ້ຜູ້ປົກຄອງຂາດການສົ່ງເສີມລູກຫຼານເຂົ້າຮຽນ; ກ້າວໄປສູ່ການປະລະການຮຽນ ແລະ ຕິດຕາມພໍ່ແມ່ໄປສ້າງເສດຖະກິດຄອບຄົວ; ພາຍຫຼັງຮັບຟັງການລາຍງານແລ້ວ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ ສະບັບເລກທີ 136/ສພຊ, ລົງວັນທີ 11 ທັນວາ 2024 ; ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບລະບົບການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດແຫ່ງຊາດໄລຍະຜ່ານມາ ສະບັບເລກທີ 24/ສພຂ.ສຂ, ລົງວັນທີ 25 ທັນວາ 2024 ແລະ ຂໍ້ຕົກຂອງທ່ານເຈົ້າແຂວງ ວ່າດ້ວຍການມີສ່ວນຮ່ວມຂອງສັງຄົມ ຕໍ່ການສຶກສາກ່ອນໄວຮຽນ ແລະ ສາມັນສຶກສາ ທົ່ວແຂວງສະຫວັນນະເຂດ ສະບັບເລກທີ 535/ຈຂ, ລົງວັນທີ 01 ມີນາ 2024; ພາຍຫຼັງສິ້ນສຸດການນໍາສະເໜີ ແລະ ເຜີຍແຜ່ແລ້ວ ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ມີການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງກົງໄປກົງມາ.
ທ້າຍສຸດ ທ່ານປະທານກອງປະຊຸມ ກໍຍັງໄດ້ຮຽກຮ້ອງໃຫ້ແຕ່ລະພາກສ່ວນຈົ່ງພ້ອມກັນ ຈັດຕັ້ງປະຕິບັດນິຕິກໍາໃຕ້ກົດໝາຍ ໃນຂົງເຂດສຶກສາທິການ ແລະ ກິລາ ໄດ້ຮັບປະສິດທິຜົນສູງຂຶ້ນ ຄະນະຮັບຜິດຊອບວຽກງານຄະນະພັດທະນາການສຶກສາຂັ້ນບ້ານ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້: ຕ້ອງເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງແນວຄິດ ໃຫ້ຄູອາຈານມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ, ຈັນຍາທໍາ, ມີຄວາມຮັກຊາດ, ມີຄວາມອົດທົນສູງ, ນໍາພາ-ຊີ້ນໍາ ອົງການຈັດຕັ້ງບ້ານໃນການພັດທະນາວຽກງານສຶກສາທິການ ແລະ ກິລາ, ຄຽງຄູ່ກັບການຜັນຂະຫຍາຍແນວທາງນະໂຍບາຍ ເພື່ອມາສ້າງເປັນແຜນພັດທະນາການສຶກສາຂັ້ນບ້ານ, ພ້ອມທັງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ອື່ນໆ ທີ່ໄດ້ກໍານົດໄວ້ໃນຂໍ້ຕົກຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັດທະນາການສຶກສາຂັ້ນບ້ານ ສະບັບເລກທີ 5707/ສກຂ, ລົງວັນທີ 11 ຕຸລາ 2023; ຕ້ອງຫັນເອົາມະຕິທີ່ກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮັບຮອງ ເປັນແຜນງານ, ໂຄງການ ໂດຍຕິດພັນກັບຄະນະພັດທະນາການສຶກສາຂັ້ນບ້ານ ຕ້ອງໄດ້ເອົາໃຈໃສ່ສ້າງແຜນການພັດທະນາການສຶກສາຂັ້ນບ້ານ ໂດຍສຸມໃສ່ຄວາມຮຽກຮ້ອງຕ້ອງການຂອງໂຮງຮຽນ ບົນພື້ນຖານເງື່ອນໄຂ ແລະ ຄວາມອາດສາມາດຕົວຈິງຂອງທ້ອງຖິ່ນ; ລວມເຖິງນິຕິກໍາອື່ນໆທີ່ກ່ຽວຂ້ອງ, ຄົ້ນຄວ້າສ້າງແຜນການ, ແຜນງານກ່ຽວກັບວຽກງານຄະນະພັດທະນາການສຶກສາຂັ້ນບ້ານ; ພ້ອມທັງໃຫ້ມີການສະຫຼຸບລາຍງານການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ແກ່ທ່ານເຈົ້າເມືອງ ແລະ ພະແນກສຶກສາທິການ ແລະ ກິລາແຂວງ ເພື່ອຮັບຊາບຢ່າງເປັນປົກກະຕິ; ໃນໂອກາດທີ່ລົງມາໂຄສະນາເຜີຍແຜ່ໃນຄັ້ງນີ້ ທາງຄະນະຍັງໄດ້ລົງຢ້ຽມຢາມບັນດາໂຮງຮຽນປະຖົມ, ໂຮງຮຽນມັດທະຍົມຕົ້ນ ແລະ ມັດທະຍົມຕອນປາຍ ຂອງແຕ່ລະເມືອງ ພ້ອມທັງມອບອຸປະກອນການຮຽນ, ຈຳນວນໜຶ່ງມອບໃຫ້ແຕ່ລະຈຸດທີ່ລົງ ລວມມູນຄ່າ 7,800,000 ກີບ.