loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສພຂ ສະຫວັນນະເຂດ ເຄື່ອນໄຫວຕິດຕາມກວດກາ ຢູ່ທີ່ເມືອງນອງ ແລະ ເມືອງເຊໂປນ.

ກ.ຍ. 11, 2024 | ເຂດ 13 ສະ​ຫວັນນະເຂດ

        ໃນລະຫວ່າງວັນທີ 09-10 ກັນຍາ 2024 ນີ້,  ທ່ານ ສະແຫວງ ນັນທະວົງ  ຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການຍຸຕິທຳ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາຢູ່ທີເມືອງນອງ ແລະ ເມືອງເຊໂປນ ກ່ຽວກັບການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ, ມະຕິຂອງກອງປະຊຸມສະພາແຫ່ງຊາດ ໃນຂົງເຂດຍຸຕິທຳ ປະຈຳປີ 2024 ຕິດພັນກັບການການຕິດຕາມກວດກາວຽກງານຊາຍແດນ ທັງນີ້ກໍເພື່ອກະກຽມເນື້ອໃນລາຍງານກຳມາທິການທີ່ກ່ຽວຂ້ອງ ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 08 ຂອງສະພາແຫ່ງຊາດ ຊຸດທີ IX.

ທາງຄະນະໄດ້ເຮັດວຽກຮ່ວມກັບ ຄະນະພັກ-ຄະນະບັນຊາກອງບັນຊາການທະຫານເມືອງ ແລະ ຄະນະພັກຄະນະບັນຊາກອງບັນຊາການ ປກສ ເມືອງ, ຫ້ອງການຍຸຕິທໍາເມືອງ ແລະ ພະນັກງານອົງການໄອຍະການປະຊາຊົນປະຈໍາເມືອງ, ຄະນະພັກ-ຄະນະບັນຊາກອງຮ້ອຍທະຫານຊາຍແດນ 322 ( ຈຸດສຸມແດນວິໄລ ), ກອງຮ້ອຍທະຫານຊາຍແດນ 321 ( ຈຸດສຸມລະໂກ )  ແລະ ກອງຮ້ອຍທະຫານຊາຍແດນ 320  ຊຶ່ງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ຂອງແຕ່ລະສ່ວນມີທັງຂໍ້ສະດວກ ແລະ ຂໍ້ຫຸ້ຍງຍາກ ອັນເປັນຂໍ້ມູນສຳຄັນໃຫ້ແກ່ການລົງມາເຄື່ອນໄຫວຄັ້ງນີ້ ເພື່ອຈະໄດ້ຊອກຫາວິທີການແກ້ໄຂ ແລະ ລາຍງານຕໍ່ຄະນະປະຈຳສະພາປະຊົນແຂວງ ພ້ອມທັງລາຍງານກຳມາທິການທີ່ກ່ຽວຂ້ອງອີກດ້ວຍ.