ຄວາມສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ມ.ກ. 7, 2026

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແມ່ນເປັນເຫດການທາງປະຫວັດສາດສໍາຄັນຂອງພັກ ແລະ ຂອງຊາດ, ມີຄວາມໝາຍສໍາຄັນພິເສດ; ກອງປະຊຸມໃຫຍ່ ເປັນອົງການນໍາພາສູງສຸດຂອງພັກ, ຕັດສິນບັນຫາຍຸດທະສາດ, ພື້ນຖານ ແລະ ຍາວນານ ຂອງການປະຕິວັດແຫ່ງການພັດທະນາປະເທດຊາດໃນແຕ່ລະໄລຍະ. ກອງປະຊຸມຈະໄດ້ເລືອກເອົາຄະນະບໍລິຫານງານສູນກາງພັກຊຸດໃໝ່ ເພື່ອມາປະຕິບັດເຈດຈຳນົງ, ຄວາມມຸ່ງຫວັງ, ເປັນກຳລັງແຮງຄວາມສາມັກຄີຂອງທົ່ວພັກ, ທົ່ວປວງຊົນ; ກອງປະຊຸມໃຫຍ່ ມີຄວາມໝາຍທາງການເມືອງ-ສັງຄົມທີ່ເລິກເຊິ່ງ ສ້າງຄວາມເຊື່ອໝັ້ນຕໍ່ປະຊາຊົນ ແລະ ເຊີດຊູບົດບາດການນໍາພາຂອງພັກ, ສະທ້ອນໃຫ້ເຫັນເຖິງການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຄັ້ງນີ້, ດໍາເນີນພາຍໃຕ້ຄໍາຂວັນ “ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນ ກ້າວຂຶ້ນສູ່ສັງຄົມນິຍົມ”; ກອງປະຊຸມໃນຄັ້ງນີ້, ຈະໄດ້ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ຮ່າງກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ແລະ ເອກະສານສໍາຄັນອື່ນໆ. ບັນດາເອກະສານສໍາຄັນດັ່ງກ່າວ ແມ່ນເປັນການກຳນົດແນວທາງການເມືອງ ແລະ ແນວທາງການຈັດຕັ້ງປະຕິບັດຂອງພັກໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນປັດຈຸບັນ ແລະ ອະນາຄົດ; ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດຂອງພັກ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງ ທີ່ພັກ ກໍຄືປະຊາຊົນ ໄດ້ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຄັ້ງນີ້ ປະຕິບັດຕາມວາລະ, ແຕ່ພິເສດຄັ້ງນີ້ ກອງປະຊຸມຈະໄດ້ຮັບຮອງເອົາໂຄງການການເມືອງ ສະບັບທີ 3 ຂອງພັກ ພາຍຫຼັງ 50 ກວ່າປີທີ່ພັກບໍ່ໄດ້ມີໂຄງການການເມືອງ, ແຕ່ນໍາພາດ້ວຍການວາງແນວທາງໃນແຕ່ລະສະໄໝກອງປະຊຸມ. ໃນໂຄງການການເມືອງເທື່ອນີ້ ໄດ້ກຳນົດແຈ້ງ ທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່; ພິເສດ ໄດ້ກຳນົດແຈ້ງໄລຍະການພັດທະນາປະເທດຊາດ ຮອດປີ 2055 ເມື່ອວັນສ້າງຕັ້ງພັກຄົບຮອບ 100 ປີ ແມ່ນສູ້ຊົນສ້າງປະເທດເຮົາ ເປັນປະເທດພັດທະນາ ມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຄວາມຄາດຫວັງກອງປະຊຸມໃຫຍ່ຄັ້ງນີ້, ແມ່ນສະແດງອອກກວມລວມຫຼາຍດ້ານ: ດ້ານການເມືອງ: ແມ່ນເຮັດໃຫ້ມະຕິຂອງພັກ ໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດເປັນຮູບປະທຳ, ເຮັດໃຫ້ບົດບາດການນໍາພາມີຄວາມເຂັ້ມແຂງ, ການຄຸ້ມຄອງບໍລິຫານລັດມີຄວາມສັກສິດ, ປະຊາຊົນພົນລະເມືອງ ໄດ້ຮັບການຍົກສູງລະດັບຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ. ດ້ານເສດຖະກິດ: ແມ່ນຍົກສູງຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງແຮງກ້າ, ຕັ້ງໜ້າສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ນໍາໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມ ຕາມທິດວ່ອງໄວ, ສີຂຽວ ແລະ ຍືນຍົງ. ໃນແຜນພັດທະນາ ຈຶ່ງໄດ້ວາງ 6 ເປົ້າໝາຍສໍາຄັນ; ໃນນີ້, ເປົ້າໝາຍທີໜຶ່ງ ແມ່ນສຸມໃສ່ພັດທະນາເສດຖະກິດ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ດ້ວຍການຊຸກຍູ້ການເຕີບໂຕເສດຖະກິດ ທີ່ມີຄຸນນະພາບ ແລະ ຍືນຍົງ; ສ້າງເສດຖະກິດມະຫາພາກ ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ; ຍົກສູງປະສິດທິພາບການລົງທຶນ; ການພັດທະນາຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ພັດທະນາວິສາຫະກິດຂອງລັດ, ເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ມີປະສິດທິຜົນສູງ. ນອກຈາກນັ້ນ, ໄດ້ສຸມໃສ່ວຽກງານສໍາຄັນຈໍານວນໜຶ່ງຄື: ການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ, ຮູ້ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ; ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ຊົນນະບົດ ໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ຄວາມທຸກຂອງປະຊາຊົນ ໃຫ້ຫຼຸດລົງເທື່ອລະກ້າວ; ປົກປັກຮັກສາຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໄພພິບັດຕ່າງໆ; ເຊື່ອມໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງ ແລະ ມີປະສິດທິຜົນ; ຄຸ້ມຄອງບໍລິຫານລັດໃຫ້ມີປະສິດທິພາບ. ຄວາມມຸ່ງຫວັງທັງໝົດນີ້, ສະແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງທົ່ວພັກ ໃນການພັດທະນາປະເທດຊາດ ໃຫ້ເປັນຮູບປະທຳ, ສ້າງພື້ນຖານອັນໜັກແໜ້ນໃຫ້ການສ້າງປະຖົມປັດໄຈ ກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ.
❖ ຄັດຈາກ: ການໃຫ້ສຳພາດຕໍ່ສື່ມວນຊົນຂອງສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ຕາງໜ້າກອງເລຂາກອງປະຊຸມ ກ່ຽວກັບຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ (ຄັ້ງວັນທີ 02 ມັງກອນ 2026).