ດັ້ນກີບເມກ
ການຂໍ, ໄຫວ້ວອນຂອງຊາວພຸດ ມີທ່າອ່ຽງໄຂວ່ເຂວກວ້າງຂວາງ ເພາະຜູ້ມີໜ້າທີ່ສອນໂດຍກົງ ແຕ່ບໍ່ສອນເລື່ອງນີ້ ຄືໄປສອນເລື່ອງສັດທາ, ເລື່ອງໂຄສະນາເຮັດບຸນ ແລະ ບໍລິຈາກທານ ເປັນສ່ວນໃຫຍ່ ເພື່ອເອົາປັດໄຈ (ຊັບ-ເງິນ …) ໄປເຮັດຢ່າງອື່ນ ເຊິ່ງສ່ວນໃຫຍ່ກໍບອກວ່າ ເອົາໄປສ້າງ ແລະ ຖ້າຄົນສ່ວນໃຫຍ່ ຢາກສ້າງແຕ່ວັດຖຸ ຜົນກໍຈະໄດ້ແຕ່ວັດຖຸ; ຖ້າຄິດສ້າງປັນຍາ ສ້າງຊັບພະຍາກອນມະນຸດເຮົາກໍຈະໄດ້ຄົນມີຄວາມຮູ້, ຄົນດຳເນີນຊີວິດຖືກທາງ ຢ່າລືມວ່າ: ປັນຍາຄືແກ່ນສາສະໜາພຸດ.
ສາສະໜາພຸດມຸ່ງປັນຍາ ເພາະ 45 ປີ ພະພຸດທະເຈົ້າ ທ່ຽວສອນເອົາປັນຍາໃຫ້ຄົນ; ຢ່າລືມວ່າຄົນຂາດປັນຍານັ້ນແຫຼະ ທີ່ເວົ້າແຕ່ບອກສອນໃຫ້ເຊື່ອ (ສັດທາ) ຢ່າງດຽວ ແລະ ຄົນທີ່ມີແຕ່ຄວາມເຊື່ອຢ່າງດຽວ ກໍພາກັນທ່ຽວຂໍໄຫວ້ວອນ ອ້ອນວອນໃຫ້ຊີວິດສຳເລັດ, ຜູ້ຂຽນຂໍເນັ້ນອີກວ່າ ຍ້ອນຜູ້ສອນບໍ່ສອນເລື່ອງປັນຍາ ຫຼື ບໍ່ມີປັນຍາສອນ ຈຶ່ງເວົ້າແຕ່ເລື່ອງຄວາມເຊື່ອ ແລະ ບໍລິຈາກທານ, ຢ່າລືມວ່າບັນຫາຄົນເຮົາ ເກີດຈາກຄວາມບໍ່ຮູ້ ດັ່ງນັ້ນ, ພຸດທະສາສະໜາ ເກີດຂຶ້ນເພື່ອເອົາປັນຍາຖືກຕ້ອງໃຫ້ຄົນ ແຕ່ສາວົກຫຼາຍຄົນບໍ່ຮູ້ຈະສອນ, ບໍ່ມີປັນຍາ ສອນເລື່ອງປັນຍາໃຫ້ຊາວບ້ານ.
ຄົນສ່ວນໃຫຍ່ ເມື່ອຜູ້ສອນບໍ່ເວົ້າເລື່ອງປັນຍາ ຈຶ່ງເຂົ້າໃຈຄຳວ່າ ອະທິຖານ ໃນທາງໄຂວ່ເຂວຜິດທາງໄປໜ້າເລື້ອຍໆ. ຄົນສ່ວນໃຫຍ່ເຂົ້າໃຈວ່າ ຕັ້ງຈິດອະທິຖານ ຕໍ່ໜ້າພະພຸດທະຮູບ ສັກສິດແລ້ວ ໄປຕັ້ງໃຈລໍໃຫ້ສຳເລັດ ເຊິ່ງຜິດຄວາມໝາຍກົງ ເພາະອະທິຖານແປວ່າ ການຕັ້ງໃຈໃຫ້ໝັ້ນໃນເປົ້າໝາຍ, ຕັ້ງໃຈປາຖະໜາສິ່ງໃດໜຶ່ງ ເຖິງຈະຕັ້ງໃຈອະທິຖານ ຕໍ່ໜ້າພະພຸດທະຮູບກໍຕາມ ແຕ່ສິ່ງທີ່ຕາມມາຄື ລົງມືເຮັດໃນເປົ້າໝາຍ ຄືມີຄວາມພຽນຕາມມາດ້ວຍຈິດໃຈມຸ່ງໝັ້ນ (ຈິດ) ພຸດທະສາສະໜາ ຈຶ່ງມຸ່ງໃຫ້ຄົນສຶກສາຮຽນຮູ້ ໃຫ້ເກີດປັນຍາແທ້ຈິງ ບໍ່ແມ່ນສາສະໜາຂອງການອ້ອນວອນຂໍເອົາຈາກສິ່ງສັກສິດ.
ສັງລວມວ່າ: ຖ້າຜູ້ມີໜ້າທີ່ສອນບໍ່ຮູ້; ບໍ່ສອນເລື່ອງປັນຍາ ຄົນໃນສັງຄົມກໍຈະເຫີ່ກັນໄປ ໄຫວ້ວອນ, ຂໍພອນນຳວັດຖຸທີ່ຕົນເຊື່ອວ່າສັກສິດ ກໍຈະມີທັງຜີ ທັງເທບມົ້ວກັນໄປໝົດ!