ຂຽນໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ
ສອງຊາດລາວ-ຫວຽດນາມໄດ້ມີການພົວພັນຖານບ້ານໃກ້ເຮືອນຄຽງທີ່ດີນຳກັນມາແຕ່ບູຮານນະການ, ປະຊາຊົນສອງຊາດໄດ້ດຳລົງຊີວິດ ແລະ ທຳມາຫາກິນບົນຜືນແຜ່ນດິນທີ່ມີສາຍພູຫຼວງຍາວຢຽດ ແລະ ແມ່ນໍ້າຫຼາຍສາຍຕິດຈອດກັນແຕ່ເໜືອຮອດໃຕ້, ໄດ້ມີຄວາມສາມັກຄີຮັກແພງຊ່ວຍເຫຼືອອຸ້ມຊູກັນເໝືອນດັ່ງອ້າຍນ້ອງຮ່ວມອຸທອນ, ໃນຍາມທຸກກໍ່ຮ່ວມທຸກ ແລະ ຍາມສຸກກໍ່ຮ່ວມສຸກນຳກັນຕະຫຼອດມາ, ທັງໄດ້ຜ່ານການທົດສອບໃນຂະບວນວິວັດແຫ່ງການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນຕ່າງດ້າວ ອັນຢືດເຍື້ອຍາວນານ ແລະ ສຸດແສນລະອິດລະອ້ຽວຂ້ຽວຂາດເຊິ່ງສອງຊາດ ລາວ-ຫວຽດນາມໄດ້ອີງຫຼັງໃສ່ກັນ, ຊ່ວຍເຫຼືອກັນຖານສະຫາຍອ້າຍນ້ອງ ບົນຈິດໃຈສາກົນອັນບໍລິສຸດຜຸດຜ່ອງ ແລະ ໝົດຈິດໝົດໃຈ; ໄດ້ມີຄວາມຮັກແພງເຊື່ອໝັ້ນເຊິ່ງກັນ ແລະ ກັນອັນເລິກເຊິ່ງ, ຍອມເສຍສະຫຼະເພື່ອກັນ ແລະ ຮ່ວມເປັນຮ່ວມຕາຍນຳກັນ. ອັນນັ້ນແມ່ນບໍ່ເກີດຂອງຄວາມສາມັກຄີແບບພິເສດເຊິ່ງເປັນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ເປັນປັດໄຈຕັດສິນຜົນສຳເລັດ ແລະ ໄຊຊະນະຂອງການປະຕິວັດຢູ່ສອງປະເທດພວກເຮົາ, ເປັນຕົວແບບທີ່ຫາໄດ້ຍາກໜຶ່ງໃນໂລກ, ເປັນພົວພັນຍິ່ງໃຫຍ່, ເລິກເຊິ່ງ, ດູດດື່ມ ແລະ ເປັນມໍລະດົກລ້ຳຄ່າຂອງທັງສອງຊາດລາວ-ຫວຽດນາມ.
ເມື່ອເວົ້າເຖີງຄວາມສາມັກຄີແບບພິເສດນີ້, ການນຳຜູ້ໃຫ້ກຳເນີດ, ຜູ້ນຳພາການປະຕິວັດທີ່ເປັນຕົ້ນແບບໃນການນຳພາພາລະກິດປະຕິວັດຂອງສອງປະເທດຈົນໄດ້ຮັບໄຊຊະນະຕ່າງກໍໄດ້ກ່າວໄວ້ວ່າ:
ສາຍພົວພັນທີ່ບໍລິສຸດຜຸດຜ່ອງຂອງພັກ, ສອງປະເທດໄດ້ກາຍເປັນສາຍພົວພັນທີ່ເປັນຕົວແບບໜຶ່ງດຽວຫາຍາກໃນໂລກ, ດັ່ງປະທານ ໄກສອນ ພົມວິຫານໄດ້ຢືນຢັນວ່າ: “ໃນປະຫວັດສາດຂອງການປະຕິວັດໂລກ ກໍ່ໄດ້ມີຫຼາຍແບບຢ່າງທີ່ເປັນແວ່ນໃຫ້ເຫັນເຖິງນ້ຳໃຈສາກົນກຳມະຊີບ, ແຕ່ກໍບໍ່ມີບ່ອນໃດທີ່ຄວາມສາມັກຄີ, ສຳພັນສູ້ຮົບທີ່ພິເສດ, ຍາວນານ ແລະ ຮອບດ້ານແບບນີ້ ແລະ ປະທານໂຮ່ຈີມິນ ກໍ່ກັນກອງໃນບົດກະວີຂອງເພີ່ນວ່າ: ຮັກຫອມກັັນໝາຍໝັ້ນ ຫຼາຍສັນພູກໍ່ປີນໄຕ່ ຫຼາຍນ້ຳໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາວລາວ-ຫວຽດນາມໄດ້ຝັງຮັກຢູ່ໃນໃຈ ຮົງຮາ ທັງແມ່ນ້ຳຂອງບໍ່ເລິກປຸນປານໃດ້”
ສ່ວນ ປະທານ ສຸພານຸວົງ ໄດ້ກ່າວວ່າ: “ສາຍພົວພັນສາມັກຄີແບບພິເສດ ລາວ-ຫວຽດນາມ, ຫວຽດນາມລາວ ແມ່ນສູງກວ່າພູຜາໃດໆ, ຍາວກວ່າແມ່ນ້ຳທຸກສາຍ, ກວ້າງກວ່າມະຫາສະໝຸດ, ສວຍງາມກວ່າດວງເດືອນວັນເພັງ, ຫອມຫວນກວ່າດອກໄມ້ທີ່ຫອມທີ່ສຸດ”
- ຄວາມສາມັກຄີແບບພິເສດລາວ-ຫວຽດນາມແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດສອງປະເທດສະແດງອອກດັ່ງນີ້:
- ການກຳເນີດ ແລະ ເຕີບໃຫຍ່ເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມໃນປັດຈຸບັນ ແມ່ນມາຈາກພັກກອມມູນິດອິນດູຈີນໃນເມື່ອກ່ອນໂດຍແມ່ນປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ ແລະ ຫຼໍ່ຫຼອມໃຫ້ເຕີບໃຫຍ່ເຂັ້ມແຂງຄືດັ່ງທຸກວັນນີ້, ສອງພັກມີອຸດົມການ ແລະ ແນວທາງນະໂຍບາຍຄ້າຍຄືດຽວກັນ, ສອງພັກໄດ້ຄຽງບ່າຄຽງໄຫຼ່ຮ່ວມທຸກຮ່ວມສຸກ, ຮ່ວມສູ້ຮົບສັດຕູໂຕດຽວກັນ ແລະ ພ້ອມກັນຍາດເອົາໄຊຊະນະເປັນກ້າວໆມາ.
- ຜ່ານຂະບວນການປະຕິວັດໃນແຕ່ລະໄລຍະທີ່ລະອິດລະອ້ຽວຂອງສອງຊາດລາວ-ຫວຽດນາມຄວາມສາມັກຄີແບບພິເສດດັ່ງກ່າວ ໄດ້ຜ່ານການທົດສອບແປວໄຟທີ່ດຸເດືອນຂ້ຽວຂາດ ແລະ ໄດ້ກາຍເປັນເຫງົ້າພະລັງອັນມະຫາສານ ເພື່ອໃຫ້ສອງປະເທດຍາດເອົາທຸກໄຊຊະນະເປັນກ້າວໆມາ ແລະ ຍິ່ງເຮັດໃຫ້ການພົວພັນສອງປະເທດນັບມື້ນັບເລິກເຊິ່ງ, ໜັກແໜ້ນ ແລະ ໝັ້ນຄົງຕະຫຼອດໄປ
- ສາຍພົວພັນມິດຕະພາບອັນຍີ່ງໃຫຍ່, ຄວາມສາມັກຄີແບບພິເສດທີ່ຫາຍາກ, ໜຶ່ງດຽວໃນໂລກແມ່ນພາລະກິດລວມຂອງມະຫາຊົນ ຊັ້ນຄົນຕ່າງໆຂອງສອງປະເທດ ເປັນຜູ້ເຂົ້າຮ່ວມ ແລະ ປະກອບສ່ວນໂດຍກົງເຂົ້າໃນການສ້າງ, ປັບປຸງ, ບູລະນະ ແລະ ພັດທະນາໃຫ້ນັບມື້ນັບເຕີບໃຫຍ່ເຂັ້ມແຂງ ໂດຍສືບທອດຈາກຄົນຮຸ່ນນີ້ໄປສູ່ຮຸ່ນຕໍ່ໆໄປ ພາຍໃຕ້ການນຳພາຂອງສອງພັກ ໄດ້ກາຍເປັນພາລະກິດແຫ່ງຄວາມຕື່ນຕົວ, ສະໝັກໃຈບົນຈິດໃຈຮັກຊາດອັນດູດດື່ມ, ຜ່ອງໃສ ແລະ ນ້ຳໃຈເສຍສະຫຼະອັນສູງສົ່ງຂອງຊາດ ລາວ-ຫວຽດນາມໄດ້ສ້າງເປັນກຳລັງແຮງອັນມະຫາສານໃນການຕີເອົາຊະນະຈັກກະພັດຜູ້ຮຸກຮານ ແລະ ພ້ອມກັນສືບຕໍ່ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງຕົນຕາມຈຸດໝາຍສັງຄົມນິຍົມ.
- ຄວາມໝາຍສຳຄັນໃນການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ (05 ກັນຍາ 1962) ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18 ກໍລະກົດ 1977)
ພາຍຫຼັງສັນຍາເຊີແນວ ໃນວັນທີ 23 ກໍລະກົດ 1962 ກ່ຽວກັບລາວ ຍອມຮັບຮູ້ຄວາມເປັນເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຮັບຮູ້ລັດຖະບານປະສົມ 3 ຝ່າຍທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ມີຖຸນາ 1962, ສັນຍາເຊີແນວປີ 1962 ກ່ຽວກັບລາວ, ບໍ່ສະເພາະແຕ່ເປັນໄຊຊະນະທາງດ້ານການເມືອງ, ການທະຫານ, ການຕ່າງປະເທດ ແລະ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວທີ່ມີລັກສະນະກະໂດດຂັ້ນຂອງກຳລັງປະຕິວັດລາວເທົ່ານັ້ນ, ແຕ່ຍັງແມ່ນໄຊຊະນະແຫ່ງຄວາມສາມັກຄີ, ການປະສານສົມທົບສູ້ຮົບຢ່າງແໜ້ນແຟ້ນລະຫວ່າງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມອ້າຍນ້ອງໃນສະໝາມຮົບຕ້ານສັດຕູໂຕດຽວກັນ. ສັນຍາເຊີແນວຍັງເປັນການເປີດໄລຍະແຫ່ງການຂະຫຍາຍຕົວໃຫມ່ ໃຫ້ແກ່ການປະຕິວັດຂອງສອງປະເທດ ລາວ-ຫວຽດນາມ, ດ້ວຍໂອກາດ ແລະ ເງື່ອນໄຂສະດວກດ່ັງກ່າວນັ້ນ, ສອງປະເທດໄດ້ສ້າງຕັ້ງການພົວພັນການທູດຢ່າງເປັນທາງການຂຶ້ນ ໃນວັນທີ 05 ກັນຍາ 1962; ການສ້າງສາຍພົວພັນການທູດຢ່າງເປັນທາງການໃນວັນທີ 05 ກັນຍາ 1962 ລະຫວ່າງລັດຖະບານສາທາລະນະລັດປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານລາຊະອານາຈັກລາວ(ລັດຖະບານປະສົມ 3 ຝ່າຍ) ແມ່ນເຫດການປະຫວັດສາດທີ່ມີຄວາມສຳຄັນທາງດ້ານການເມືອງ, ການຕ່າງປະເທດ ແລະ ການທະຫານລະຫວ່າງສອງປະເທດ, ເປັນຫຼັກໝາຍສຳຄັນໃນການພົວພັນລະຫວ່າງສອງປະເທດ, ຢືນຢັນຄວາມຜູກພັນຊາຕາກຳຂອງສອງຊາດໃນການຕໍ່ສູ້ກູ້ຊາດຍາດເອົາເອກະລາດແຫ່ງຊາດ ແລະ ໂຮມປະເທດເປັນເອກະພາບຂອງປະຊາຊົນແຕ່ລະປະເທດ; ເຊິ່ງກ່ອນອຶ່ນໝົດແມ່ນເຮັດໃຫ້ລັດຖະບານລາຊະອານາຈັກລາວຕ້ອງຕັດຄວາມສຳພັນການທູດກັບອຳນາດການປົກຄອງຫຸ່ນໄຊງ່ອນ ທີ່ເປັນລູກແຫຼ້ງຕີນມືຈັກກະພັດຂອງອາເມລິກາ ແລະ ດ້ານໜຶ່ງກໍເປັນການເປີດໂອກາດໃຫ້ຊາວໂລກຮັບຮູ້ວ່າລາວເປັນປະເທດໜຶ່ງທີ່ມີອຳນາດເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ, ປະຊາຊົນລາວ ມີອິດສະຫຼະພາບຄືດຽວກັບປະຊາຊາດໃນໂລກ; ເປັນການເປີດກວ້າງການພົວພັນຮ່ວມມືກັບໂລກພາຍນອກໃຫ້ນັບມື້ນັບກວ້າງຂວາງເພື່ອຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອຈາກບັນດາປະເທດທີ່ຮັກຫອມສັນຕິພາບໃນໂລກ, ບັນດາປະເທດໃນຄ້າຍສັງຄົມນິຍົມ ພ້ອມກັນນັ້ນກໍ່ເປັນສົມທົບກຳລັງແຮງທັງພາຍໃນກັບພາຍນອກເພື່ອຕີຊະນະຈັກກະພັດອາເມລິການຜູ້ຮຸກຮານ
ພາຍຫຼັງປະເທດຊາດໄດ້ຮັບປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ສປປ ລາວໃນວັນທີ 2 ທັນວາ 1975 ໃນສະພາບແວດລ້ອມທີ່ປະເທດຊາດ ພວກເຮົາແສນຫຍຸ້ງຍາກໃນທຸກດ້ານ, ເປັນຕົ້ນແມ່ນດ້ານເສດຖະກິດ-ການເງິນ, ຊີວິດການເປັນຢູ່ ແຕ່ອັນໜັກໜ່ວງທີ່ສຸດແມ່ນສັດຕູ ແລະ ອິດທິກຳລັງປໍລະປັກ ສືບຕໍ່ດຳເນີນນະໂຍບາຍປິດລ້ອມປະເທດເຮົາໃນທຸກດ້ານ. ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີແບບພິເສດການພົວພັນຮ່ວມມື ແລະ ສຳພັນສູ້ຮົບລະຫວ່າງສອງຊາດໃຫ້ນັບມື້ນັບແໜ້ນແຟ້ນເຂົ້າສູ່ລວງເລິກ ແລະ ໝັ້ນຄົງຂະນົງແກ່ນ ສອງປະເທດໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືໃນວັນທີ 18 ກໍລະກົດ 1977 ການເຊັນສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດແມ່ນຄວາມຈຳເປັນພາວະວິໄສ, ແມ່ນແນວທາງທີ່ຖືກຕ້ອງເປັນທຳ, ແມ່ນສອດຄ່ອງກັບກົດເກນແຫ່ງການພົວພັນສາກົນ ລະຫວ່າງຊາດໃນໂລກ, ເປັນການຫັນເນື້ອໃນຈິດໃຈແຫ່ງການພົວພັນອັນເປັນມູນເຊື້ອຍາວນານໃຫ້ກາຍເປັນນິຕິກຳ, ເປັນຂໍ້ກຳນົດທິດທາງ, ເປັນຫຼັກການແຫ່ງການພົວພັນສາກົນໃນການພົວພັນແບບພິເສດລະຫວ່າງສອງປະເທດ; ອັນນີ້ເປັນການເປີດສັກກະລາດໃຫມ່ແຫ່ງການພົວພັນລະຫວ່າງສອງປະເທດໃນເງື່ອນໄຂໃໝ່, ເປັນການສືບຕໍ່ປັບປຸງ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ຮ່ວມມືຮອບດ້ານ ໃນເງື່ອນໄຂພາລະກິດປະຕິວັດໃໝ່, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໂດຍສະເພາະແມ່ນການຮຳບາດແຜຂອງສົງຄາມ, ຟື້ນຟູ, ປັບປຸງ ແລະ ບູລະນະຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມກັນນັ້ນ ກໍ່ດຳເນີນການສ້າງພື້ນຖານໂຄງລ່າງ, ວັດຖຸ-ເຕັກນິກເພື່ອກະກຽມໃຫ້ບາດກ້າວເດີນໃນຕໍ່ຫນ້າ; ເຮັດໃຫ້ຊາວໂລກຮັບຮູ້ ແລະ ເຂົ້າໃຈການພົວພັນຮ່ວມມືລະຫວ່າງສອງປະເທດແມ່ນບົນພື້ນຖານກົດໝາຍສາກົນ, ເປັນການພົວພັນທີ່ຖືກຕ້ອງເປັນທຳ, ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຕີຖອຍຄຳບິດເບືອນໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ ແລະ ອິດທິກຳລັງປໍລະປັກທີ່ຫວັງຢາກມ້າງເພທຳລາຍສາຍພົວພັນລະຫວ່າງສອງຊາດລາວ-ຫວຽດນາມ; ສົນທິສັນຍາດັ່ງກ່າວຍັງເປັນນິຕິກຳອັນສຳຄັນໃຫ້ການສືບຕໍ່ຮັດແໜ້ນສາຍພົວພັນອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ນັບມື້ນັບເພີ່ມພູນຄູນສ້າງ, ເກີດດອກອອກຜົນ ແລະ ເຕີບໃຫຍ່ເຂັ້ມແຂງດັ່ງທຸກວັນນີ້.
- ໃນຖານະເປັນພົນລະເມືອງລາວ ແລະ ທັງເປັນຮຸ່ນສືບທອດພາລະກິດປະຕິວັດຂອງສອງພັກສອງລັດສອງຊາດລາວ-ຫວຽດ, ຫວຽດນາມ-ລາວ ພວກເຮົາຮູ້ສຶກພາກພູມໃຈ ແລະ ຮູ້ບຸນຄຸນຕໍ່ການເສຍສະຫລະຂອງບັນພະບູລຸດ, ວິລະຊົນຮຸ່ນກ່ອນ; ຈົ່ງພ້ອມກັນຕັດສິນໃຈເພີ່ມພູນຄູນສ້າງ; ຍົກສູງສາຍພົວພັນອັນບໍລິສຸດຜຸດຜ່ອງ, ຈິງອົກຈິງໃຈ, ໝົດຈິດໝົດໃຈເພື່ອກັນ ແລະ ກັນ; ຄຽງຂ້າງກັນພ້ອມກັນປົກປັກຮັກສາ ແລະ ພັດທະນາປະເທດຊາດຂອງຕົນໃຫ້ຈະເລີນພັດທະນາສູ່ຈຸດໝາຍສັງຄົມນິຍົມນັ້ນພວກເຮົາຕ້ອງເອົາໃຈໃສ່ປະຕິບັດໃຫ້ເປັນຈິງບາງບັນຫາດັ່ງລຸ່ມນີ້:
- ເດັດດ່ຽວປົກປັກຮັກສາມູນເຊື້ອຄວາມສາມັກຄີແບບພິເສດ ແລະ ຜົນສຳເລັດຂອງການຮ່ວມມືໃນໄລຍະຜ່ານມາໂດຍຖືເອົາການພົວພັນດ້ານການເມືອງເປັນເສົາຫຼັກແຫ່ງການກຳນົດແນວທາງຍະໂຍບາຍລວມແຫ່ງການພົວພັນຂອງສອງປະເທດ ທີ່ປະທານ ໄກສອນ ພົມວິຫານ, ປະທານ ສຸພາ ນຸວົງ ແລະ ປະທານ ໂຮ່ຈີມິນ ໄດ້ລິເລີ່ມ ແລະ ໄດ້ກາຍເປັນເຂັ້ມທິດເຍືອງທາງ ເພື່ອໃຫ້ສອງປະເທດພວກເຮົາສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອການພົວພັນບໍລິສຸດຜຸດຜ່ອງ, ໃກ້ຊິດຕິດແທດໜຶ່ງດຽວໃນໂລກ. ສືບຕໍ່ເສີມຂະຫຍາຍຄວາມໄວ້ເນື້ອເຊື່ອໃຈກັນທາງດ້ານການເມືອງ, ຍຸດທະສາດຢ່າງບໍ່ຢຸດຢັ້ງ, ພ້ອມກັນແບກຫາບພາລະກິດປະຫວັດສາດຂອງການປົກປັກຮັກສາໝາກຜົນ ຂອງການປະຕິວັດ, ການສ້າງສາພັດທະນາປະເທດຊາດກ້າວຂຶ້ນຕາມຈຸດໝາຍສັງຄົມນິຍົມ, ປົກປັກຮັກສາສາຍພົວພັນແບບພິເສດລາວ-ຫວຽດນາມໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.
ບົນພື້ນຖານສາຍພົວພັນດ້ານການເມືອງທີ່ມີຄວາມເຊື່ອໝັ້ນຢ່າງໜັກແໜ້ນ, ພວກເຮົາຕ້ອງສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໂດຍການເສີມຂະຫຍາຍມູນເຊື້ອໃນການຄ່ຽງບ່າຄຽງໄຫຼ່ກັນ ຮ່ວມກັນຕໍ່ສູ້ ເພື່ອຍາດເອົາເອກະລາດ ແລະ ເສລີພາບໃນເມື່ອກ່ອນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ຮັ່ງມີເຂັ້ມແຂງໃນປັດຈຸບັນ. ການຮັດແໜ້ນການພົວພັນຮ່ວມມືດ້ານ ປກຊ-ປກສ ແມ່ນຄວາມຈຳເປັນພາວະວິໄສ ຂອງສອງປະເທດທີ່ບໍ່ສາມາດຕັດແຍກກັນໄດ້ແຕ່ໃດໆມາ, ໂດຍສະເພາະແມ່ນໃນສະພາບການຜັນແປຢ່າງໄວວາ ແລະ ສັບສົນ, ຄາດຄະເນໄດ້ຍາກໃນປັດຈຸບັນ, ສອງປະເທດຕ້ອງສືບຕໍ່ປະສານສົບທົບກັນຢ່າງແໜ້ນແຟ້ນ ໃນການເພີ່ມທະວີວຽກງານ ປກຊ-ປກສ, ຮ່ວມກັນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນ, ປ້ອງກັນ ແລະ ທັບມ້າງຢ່າງທັນການທຸກກົນອຸບາຍ “ຫັນປ່ຽນໂດຍສັນຕິ” ຂອງສັດຕູທີ່ຫວັງມ້າງເພທຳລາຍ ແລະ ແບ່ງແຍກຄວາມສາມັກຄີແບບພິເສດລະຫວ່າງສອງປະເທດ.
- ຖືເອົາວຽກງານສຶກສາ, ວຽກງານພັດທະນາຊັບພະຍາກອນມະນຸດເປັນຍຸດທະສາດທີ່ມີລັກສະນະບຸກທະລຸ ໂດຍການຍົກສູງຄຸນນະພາບການສຶກສາໃຫ້ການຄັດເລືອກນັກສຶກສາ, ການຄົ້ນຄວ້າຮ່ຳຮຽນ, ການສິດສອນຂອງຄູອາຈານ. ຊຶ່ງບໍ່ພຽງແຕ່ ເພື່ອຮັບໃຊ້ການພັດທະນາ ຂອງແຕ່ລະປະເທດເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສຳຄັນເຂົ້າໃນຮັດແໜ້ນສາຍພົວພັນ ແລະ ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດອີກດ້ວຍ.
- ສົ່ງເສີມການພົວພັນຮ່ວມມືດ້ານເສດຖະກິດ ໃຫ້ມີການບຸກທະລຸໃໝ່ ເພື່ອໃຫ້ສົມຄູ່ກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດຂອງສອງປະເທດ. ເຊິ່ງພວກເຮົາຕ້ອງພ້ອມກັນຄົ້ນຄິດໃຫມ່, ເພື່ອມີຈິນຕະນາການຮ່ວມມືກັນແບບໃໝ່, ມີມາດຕະການ “ບຸກທະລຸ” ທີ່ເຂັ້ມແຂງ, ແກ້ໄຂບັນດາຂອດຂັ້ນທີ່ກົດໜ່ວງຖວງດຶງ, ເພີ່ມທະວີການເປັນເຈົ້າການໃນການຍາດແຍ່ງດຶງດູດເອົາທຶນ, ການຄ້າ, ການຕະຫຼາດ, ສະຕິປັນຍາຈາກຊ່ຽວຊານຜູ້ປະສົບຜົນສຳເລັດທາງເສດຖະກິດເພື່ອພ້ອມກັນນຳໃຊ້ທ່າແຮງເພື່ອພັດທະນາປະເທດໃຫ້ວ່ອງໄວ, ຍືນຍົງ ແລະ ເປັນເຈົ້າຕົນເອງ. ເພື່ອຫັນປ່ຽນພື້ນຖານເສດຖະກິດໄປສູ່ເສດຖະກິດດີຈີຕອນ, ພັດທະນາການນຳເອົາເອເລັກໂຕຼນິກ, ຫັນປ່ຽນບັນດາການບໍລິການດ້ານສຶກສາ, ການແພດ, ການເງິນ, ການທະນາຄານທັນສະໄໝໄປສູ່ດີຈີຕອນ ແລະ ຕ້ອງຍົກສູງຄວາມສາມາດໃນການແຂ່ງຂັນ, ຍົກສູງພື້ນຖານເສດຖະກິດໃນຍຸກການປະຕິວັດອຸດສາຫະກຳ 4.0 ເທື່ອລະກ້າວ.
- ເພີ່ມທະວີວຽກງານການໂຄສະນາ, ສຶກສາອົບຮົມກ່ຽວກັບມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານທີ່ເປັນສົມບັດອັນລ້ຳຄ່າເປັນຄວາມຕ້ອງການພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດສອງປະເທດໃຫ້ກວ້າງຂວາງ, ເລິກເຊິ່ງ, ແຂງແຮງ ແລະ ຮອບດ້ານດ້ວຍຫຼາຍຮູບຫຼາຍສີ, ຫຼາຍແບບໂດຍແທດເໝາະກັບສະພາບຕົວຈິງໃນແຕ່ລະເປົ້າໝາຍ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງໃນຊີວິດສັງຄົມ ເພື່ອໃຫ້ປະຊາຊົນທຸກຊັ້ນຄົນ ໂດຍສະເພາະແມ່ນຄົນຮຸ່ນໜຸ່ມ, ຜູ້ທີ່ຈະສືບທອດອະນາຄົດຂອງປະເທດຊາດໄດ້ຮັບຮູ້, ເຂົ້າໃຈເຊື່ອມຊຶມມີຄວາມເຊື່ອໝັ້ນ ຮ່ວມມືກັນປົກປັກຮັກສາ ແລະ ເພີ່ມພູນຄູນສ້າງມູນເຊື້ອສາຍພົວພັນອັນດີງາມຄວາມສາມັກຄີແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດໃຫ້ແຕກດອກອອກຜົນຈະເລີນງອກງາມຕະຫຼອດກາລະນານ.
ສາມາດເວົ້າໄດ້ວ່າ 60 ປີ ແຫ່ງການສ້າງສາຍພົວພັນການທູດ ແລະ 45 ປີ ແຫ່ງການເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດລາວ-ຫວຽດນາມແມ່ນໄລຍະເວລາແຫ່ງການທົດສອບຄວາມແໜ້ນແກ່ນແໜ້ນໜຽວ ຂອງສາຍພົວພັນລະຫວ່າງສອງປະເທດພວກເຮົາ. ເຖິງແມ່ນວ່າ ສະພາບແວດລ້ອມຂອງໂລກ ກໍຄືສາກົນໄດ້ຜັນແປໄປຢ່າງໄວວາສັບສົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນາໆປະການກໍ່ຕາມ, ແຕ່ພັກລັດ ແລະ ປະຊາຊົນລາວບັນດາເຜົ່າກໍ່ໄດ້ເອົາໃຈໃສ່ເພີ່ມທະວີສ້າງໃຫ້ການພົວພັນຮ່ວມມືຂອງສອງຊາດ ຍິ່ງເພີ່ມພູນຄູນສ້າງໃຫ້ອຸດົມສົມບູນ ແລະ ໄດ້ຮັບການປັບປຸງຍົກລະດັບ ທັງທາງດ້ານປະລິມານ ແລະ ຄຸນນະພາບໃຫ້ສູງຂຶ້ນເລື້ອຍໆ. ເນື້ອໃນຂອງການຮ່ວມມືນັບມື້ເຂົ້າສູ່ລວງເລິກແທດຕົວຈິງ; ກົນໄກ ແລະ ວິທີການຕ່າງໆແມ່ນນັບມື້ຄ່ອງຕົວຍິ່ງຂຶ້ນ; ການພົວພັນຮ່ວມມືລະຫວ່າງທ້ອງຖິ່ນ, ຂະແໜງການມີປະສິດທິຜົນຫຼາຍຂຶ້ນ ແລະ ຂົງເຂດຕ່າງໆນັບມື້ເປີດກ້ວາງອອກເຊິ່ງນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດພວກເຮົາ. ອັນນີ້ແມ່ນສະແດງອອກໃຫ້ເຫັນລັກສະນະພິເສດຂອງການພົວພັນຮ່ວມແບບພິເສດມືລາວ-ຫວຽດນາມທີ່ໄດ້ກາຍເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດສອງປະເທດ.
- ພັກ-ລັດ ແລະ ປະຊາຊົນລາວບັນດາເຜົ່າມີຄວາມພາກພູມໃຈ ແລະ ທະນົງໃຈທີ່ໄດ້ປະກອບສ່ວນສຸດຄວາມສາມາດຂອງຕົນ ເຂົ້າໃນການຮ່ວມສຳພັນສູ້ຮົບ ແລະ ສູ້ຮົບມີໄຊລະຫວ່າງສອງປະເທດພວກເຮົາ. ການມີເສັ້ນທາງໂຮ່ຈີມິນ ລຽບສາຍພູຫຼວງເບື້ອງຕາເວັນຕົກ ບົນຜືນແຜ່ນດິນລາວນັບຫຼາຍສິບພັນກິໂລແມັດຜ່ານ 5 ແຂວງຫຼາຍສິບເມືອງເປັນຮ້ອຍບ້ານແຕ່ພາກກາງໄປຮອດພາກໃຕ້ຂອງລາວ ດ້ວຍການສູນເສຍ; ການເສຍະສະຫຼະຢ່າງໃຫຍ່ຫຼວງຂອງປະຊາຊົນລາວຍ້ອນລູກລະເບີດ, ທາດພິດເຄມີ ຝຸ່ນເຫຼືອງຂອງສັດຕູຖອກເທລົງເປັນຫຼາຍລ້ານໂຕນ. ໄດ້ເປັນສະໜາມຮົບທີ່ດຸເດືອດທີ່ນັກຮົບທັງສອງຊາດ ລາວ-ຫວຽດນາມ ຮ່ວມສຳພັນກັນສູ້ຮົບບົນຈິດໃຈສາກົນອັນຜ່ອງໃສ ຖານສະຫາຍອ້າຍນ້ອງຢ່າງເດັດດ່ຽວ ໜຽວແໜ້ນ; ຢາດເຫື່ອ ແລະ ນ້ຳຕາ, ຢາດເລືອດ ແລະ ຊີວິດຂອງເຂົາເຈົ້າໄດ້ເຈືອຈານເຂົ້າກັນ ເພື່ອໄຊຊະນະ.ເຊິ່ງປະທານ ໄກສອນ ພົມວິຫານ ໄດ້ສະຫຼຸບວ່າ: ເສັ້ນທາງໂຮ່ຈີມິນໄດ້ຊ່ວຍໃຫ້ການປະຕິວັດປົດປ່ອຍພາກໃຕ້ຫວຽດນາມມີເງື່ອນໄຂສະດວກມັນກະທົບ ແລະ ສ້າງເງື່ອນໄຂໃຫ້ແກ່ການປະຕິວັດລາວ(ປຶ້ມຕາມຮອຍປະຫວັດສາດສືບສານມູນເຊື້ອບົນເສັ້ນທາງໂຮ່ຈີມິນໃນຜືນແຜ່ນດິນລາວ; ສະບັບພາສາລາວ ໜ້າທີ 163)
ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານອັນເປັນມູນເຊື້ອສອງພັກສອງລັດ; ປະຊາຊົນສອງຊາດລາວຫວຽດນາມ; ຫວຽດນາມ-ລາວເຊິ່ງເປັນຕົວແບບທີ່ຫາໄດ້ຍາກໜຶ່ງດຽວໃນໂລກໝັ້ນຄົງ-ຍືນຍົງ-ຕະຫຼອດກາລະນານ.