ຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍປ້າຍ

ມ.ຖ. 25, 2025 | SlideMobile, ຂ່າວກອງປະຊຸມ, ຂ່າວເດັ່ນ

(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍການເປັນປະທານຂອງທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ໃນຕອນບ່າຍວັນທີ 24 ມິຖຸນາຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ສະເໜີຄວາມຈຳເປັນໃນການປັບປຸງກົດໝາຍວ່າດ້ວຍປ້າຍ ວ່າ: ໃນໄລຍະຜ່ານມາ ຍັງມີການລະເມີດຕໍ່ກົດໝາຍວ່າດ້ວຍປ້າຍ ເປັນຕົ້ນແມ່ນການຂຽນຕົວໜັງສືຕ່າງປະເທດຢູ່ເທິງຕົວໜັງສືລາວ, ຂຽນຕົວໜັງສືຕ່າງປະເທດຢູ່ລຸ່ມ ແຕ່ໃຫຍ່ກວ່າພາສາລາວ, ຄວາມຮຸ່ງແຈ້ງຂອງພາສາລາວ ແລະ ພາສາຕ່າງປະເທດ ໃນປ້າຍອີເລັກໂຕຣນິກ ຍາມກາງຄືນບໍ່ເທົ່າກັນ, ຕົວໜັງສືລາວ ບໍ່ຖືກຫຼັກໄວຍາກອນໃນແຜ່ນປ້າຍ, ບໍ່ຂໍອະນຸຍາດເນື້ອໃນປ້າຍໂຄສະນາ ແລະ ບໍ່ຂໍດຳເນີນທຸລະກິດການບໍລິການອອກແບບຕິດຕັ້ງປ້າຍໂຄສະນາ; ຍັງມີບໍລິສັດ, ຮ້ານຜະລິດຕິດຕັ້ງປ້າຍ ບໍ່ຂໍອະນຸຍາດການດໍາເນີນທຸລະກິດ, ເຮືອນຢູ່ອາໄສກໍສາມາດຊື້ເຄື່ອງຈັກພິມມາຕິດຕັ້ງບໍລິການພິມປ້າຍແບບຊະຊາຍ, ຫຼົບຫຼີກພັນທະ ແລະ ບໍ່ຂໍອະນຸຍາດເນື້ອໃນຮູບແບບປ້າຍ ຈຶ່ງເຮັດໃຫ້ເກີດມີປ້າຍຈໍານວນໜຶ່ງບໍ່ຖືກຕ້ອງ ທັງເຮັດໃຫ້ເສຍລາຍຮັບເຂົ້າງົບປະມານ; ຍັງບໍ່ທັນມີນະໂຍບາຍຍົກເວັ້ນຄ່າບໍລິການປ້າຍຂະໜາດນ້ອຍ ຮັບໃຊ້ບາງກິດຈະກຳທີ່ຈຳເປັນຂອງປະຊາຊົນພາຍໃນປະເທດ ໃນການໂຄສະນາດ້ວຍປ້າຍ; ຍັງສວຍໃຊ້ເອົາໂລໂກເປັນການໂຄສະນາບໍລິສັດ ແລະ ການບໍລິການ ມາໃສ່ນໍາບັນດາປ້າຍຫ້ອງການບ້ານ, ປ້າຍຈະລາຈອນຈໍານວນໜຶ່ງ; ຍັງຂາດພາກວ່າດ້ວຍສະມາຄົມປ້າຍໃນກົດໝາຍວ່າດ້ວຍປ້າຍ; ຍັງມີການຕັ້ງບັນຫາການນໍາໃຊ້ເຄື່ອງໝາຍສັນຍະລັກ (ໂລໂກ), ການຂຽນຕົວໜັງສື, ພື້ນສີ ແລະ ສີຕົວໜັງສືຂອງປ້າຍກອງປະຊຸມ; ຍັງບໍ່ມີຄວາມຊັດເຈນຄວາມໝາຍຂອງບາງຄໍາສັບ, ສໍານວນ, ປະໂຫຍກ ໃນກົດໝາຍວ່າດ້ວຍປ້າຍ ແລະ ບາງເນື້ອໃນຍັງບໍ່ຄົບຖ້ວນ; ຍັງຂາດມາດຕາວ່າດ້ວຍງົບປະມານຂອງວຽກງານປ້າຍໃນກົດໝາຍວ່າດ້ວຍປ້າຍ.
ຜ່ານການຈັດຕັ້ງປະຕິບັດວຽກງານປ້າຍ ນັບແຕ່ປະກາດໃຊ້ກົດໝາຍວ່າດ້ວຍປ້າຍ ປີ 2018 ເປັນຕົ້ນມາ ເຫັນວ່າຍັງພົບຄວາມຫຍຸ້ງຍາກ ແລະ ມີຫຼາຍບັນຫາ ຈຶ່ງເປັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍປ້າຍ ເພື່ອເຮັດໃຫ້ວຽກງານປ້າຍ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຖືກຕ້ອງ, ມີຄວາມເອກະພາບ, ສາມາດຮັກສາໄດ້ລັກສະນະຊາດ, ກ້າວໜ້າ ແລະ ມະຫາຊົນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ; ປັບປຸງສາຍພົວພັນການດໍາເນີນທຸລະກິດກ່ຽວກັບປ້າຍໃຫ້ສອດຄ່ອງ; ແກ້ໄຂການແບ່ງຂັ້ນຄຸ້ມຄອງ ແລະ ເກັບລາຍຮັບວິຊາການຖອກເຂົ້າງົບປະມານໃຫ້ບັນລຸຕາມຄາດໝາຍ; ແກ້ໄຂການຜະລິດ ແລະ ການຫ້າມນໍາເຂົ້າປ້າຍຈາກຕ່າງປະເທດ ທີ່ຂຽນຕົວໜັງສືບໍ່ຖືກຕາມຫຼັກໄວຍາກອນລາວ, ສີສັນຂອງປ້າຍບໍ່ສອດຄ່ອງກັບເອກະລັກວັດທະນະທຳຂອງ ສປປລາວ; ກໍານົດຮູບແບບຂອງປ້າຍໃຫ້ຄົບຖ້ວນ ເຮັດໃຫ້ການຄຸ້ມຄອງງ່າຍຂຶ້ນ; ກຳນົດການຂໍອະນຸຍາດນໍາໃຊ້ປ້າຍ, ການດໍາເນີນທຸລະກິດປ້າຍ, ເວລານໍາໃຊ້ປ້າຍ ໃຫ້ຄົບຖ້ວນ.