ຄວສຜ ສພຂ ອັດຕະປື ຕິດຕາມກວດກາ ການປະຕິບັດຄາດໝາຍ ຢູ່ເມືອງໄຊເສດຖາ

ພ.ພ. 30, 2025 | ເຂດ 17 ອັດ​ຕະ​ປື

ໃນວັນທີ 29 ພຶດສະພາ 2025. ທ່ານ ແຫວນຄໍາ ປະທຸມມະແສງ ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ ພ້ອມຄະນະ ລົງຕິດຕາມກວດກາ, ຊຸກຍູ້ ແລະ ເກັບກໍາສະພາບການຈັດຕັ້ງປະຕິບັດບັນດາຄາດໝາຍຕົວຊີ້ວັດ, ແຜນພັດທະນາເສດຖະກິດ-ສັງຄົມ, ນິຕິກໍາໃຕ້ກົດໝາຍ ໃນຂົງເຂດວັດທະນະທໍາ-ສັງຄົມ ຢູ່ເມືອງໄຊເສດຖາ, ມີທ່ານ ພອນໄຊ ໄກສອນເສນາ ຮອງເລຂາພັກເມືອງ, ທ່ານຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ຕາງໜ້າຈາກສະຫະພັນກໍາມະບານ, ຫ້ອງການສືກສາທິການ ແລະ ກິລາ, ສາທາລະນະສຸກ, ແຮງງານ ແລະ ສະຫວັດດີການ-ສັງຄົມ, ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ເຂົ້າຮ່ວມ.

ທ່ານ ພອນໄຊ ໄກສອນເສນາ ໄດ້ລາຍງານສະພາບລວມໂດຍຫຍໍ້ ໃຫ້ຊາບວ່າ: ສະເພາະດ້ານວັດທະນະທໍາ-ສັງຄົມ ໄດ້ຊຸກຍູ້ຈັດຕັ້ງປະຕິບັດ 15 ຄາດໝາຍໃນຂະແໜງສືກສາທິການ ແລະ ກິລາບັນລຸໄດ້ 10 ຄາດໝາຍ, ສຸກໃສ່ເປີດການຮຽນ-ການສອນບໍາລຸງຊັ້ນປະຖົມ,ມັດທະຍົມໃຫ້ປະຊາຊົນພາຍໃນເມືອງ, ໂຄສະນາສຸຂະສືກສາກັບທີ່ ແລະ ສ້າງຂະບວນການຕອບໂຕ້ການແຜ່ລະບາດຂອງຍູງລາຍ, ພະຍາດຕາມລະດູການຢ່າງເປັນຂະບວນການຟົດຟື້ນເພື່ອຮັບປະກັນການປະຕິບັດບັນດາຕົວຊີີ້ວັດ, ປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ຄຸນງາມຄວາມດີ, ຊ່ວຍເຫຼືອຄອບຄົວຜູ້ທີ່ເຄາະຮ້າຍຈາກໄພພິບັດ, ອານາຖາ, ສົ່ງເສີມການສ້າງສີມືແຮງງານ, ຕິດຕາມກວດກາ ການນໍາໃຊ້ແຮງງານຂອງຫົວໜ່ວຍຜູ້ໃຊ້ແຮງງານ, ປັບປຸງບູລະນະແຫຼ່ງທ່ອງທ່ຽວທາງດ້ານທໍາມະຊາດ ຕິດຕາມກວດກາບັນດາຮ້ານອາຫານ,ຮ້ານບັນເທິງ,ຮ້ານຄາຣາໂອເກະ, ປະຈຸບັນມີສະມາຊິກກອງທຶນ 804 ສະຫາຍ ຍິງ 394 ສະຫາຍກວມເອົາ 99% ຂອງສະມາຊິກທັງໝົດ.

ຈາກນັ້ນ ທ່ານປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ໄດ້ເຈະຈີ້ມໃຫ້ພາກສ່ວນທີ່ກ່ຽວຂ້ອງລາຍງານໂດຍສະເພາະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂ, ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍສັນຍາແຮງງານທົ່ວແຂວງອັດຕະປື ແລະ ກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ,  16 ຄາດໝາຍໃນຂົງເຂດສຶກສາທິການ ແລະ ກິລາ, ສະພາບການຮຽນ-ການສອນ ໃນທຸກຊັ້ນທຸກສາຍ, ຕິດຕາມ ແລະ ຊຸກຍູ້ຕາມຄໍາຂວັນທີ່ວ່າ “ນໍາເອົານ້ອງກັບຄືນສູ່ໂຮງຮຽນ” ແລະ ອັດຕາການປະລະການຮຽນ, ນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການຈັດຕັ້ງປະຕິບັດ 11 ຄາດໝາຍຂອງຂະແໜງການສາທາລະນະສຸກ, ນະໂຍບາຍ 5 ດີ 1 ພໍໃຈ, ການກຳນົດລາຄາການບໍລິການປິ່ນປົວຂອງສະຖານການບໍລິການປິ່ນປົວສຸຂະພາບພາກເອກະຊົນ, ການແກ້ໄຂບັນຫາເຄັ່ງຮ້ອນທີ່ເປັນປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການນໍາໃຊ້ຢາສູບໄຟຟ້າ, ການບໍລິໂພກຄໍລາເຈັນທີ່ມີສານເສບຕິດ ແລະ ການຕິດເຊື້ອ HIV, ໂຄງການ ຫຼື ກິດຈະກໍາ ໃນການພັດທະນາສີມືແຮງງານຂອງປະຊາຊົນໃນແຂວງ ໃຫ້ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານທ້ອງຖິ່ນ, ການຮ່ວມມືກັບສະຖາບັນການສຶກສາ, ວິສາຫະກິດ ແລະ ພາກສ່ວນອື່ນໆ, ກົນໄກການກວດກາ ແລະ ຕິດຕາມການປະຕິບັດກົດໝາຍແຮງງານໃນວິສາຫະກິດ ແລະ ສະຖານປະກອບການຕ່າງໆ, ສະຖິຕິກ່ຽວກັບການລະເມີດກົດໝາຍແຮງງານ, 7 ຄາດໝາຍໃນຂົງເຂດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ.

ທ່ານປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຍັງໄດ້ມີຄໍາເຫັນໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ ບັນດາຄາດໝາຍທີ່ບໍ່ທັນບັນລຸ, ສຸມໃສ່ພັດທະນາສີມືແຮງງານ ແລະ ສ້າງວຽກເຮັດງານທໍາ, ຊຸກຍູ້, ສົ່ງເສີມການຮັກສາຮີດຄອງປະເພນີ, ສ້າງລະບຽບຄຸ້ມຄອງສົ່ງເສີມພັດທະນາແຫຼ່ງທ່ອງທ່ຽວ, ແກ້ໄຂບັນຫາການປະລະການຮຽນ, ປັບປຸງການບໍລິການສະຖານທີ່ຮັກສາສຸຂະພາບ, ເຝົ້າລະວັງຕ້ານ ແລະ ໂຕ້ຕອບການລະບາດຂອງພະຍາດຕາມລະດູການ ແລະ ພະຍາດໄຂ້ຍູງ ໃຫ້ມີຄຸນນະພາບດີຂື້ນ.

(ວິນັດ ສີສຸລາດ)