loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຄລສ ຫົວພັນ ເປີດກອງປະຊຸມສະຫລຸບວຽກງານ 6 ເດືອນຕົ້ນປີ

​ກ.ກ. 10, 2023 | ເຂດ 8 ຫົວ​ພັນ

ວັນທີ 7 ກໍລະກົດ 2023 ຜ່ານມານີ້ ຄະນະເລຂາທິການສະພາປະຊາຊົນ ແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຕົນ ຂຶ້ນທີ່ຫ້ອງປະຊຸມ ສະພາປະຊາຊົນ ແຂວງຫົວພັນ ໂດຍການເປັນປະທານ ຂອງ ທ່ານ ຄຳຟອງ ກົ້ວມີໄຊ ກຳມະການຄະນະປະຈຳ ເລຂາທິການ ສະພາປະຊາຊົນແຂວງ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນ ສະພາປະຊາຊົນແຂວງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນ. ນິດພວງສີ ວັນນະວົງ ຫົວໜ້າຂະແໜງ ຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ ສະພາປະຊາຊົນແຂວງໄດ້ຂຶ້ນຜ່ານບົດສະຫຼຸບ ການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2023 ຂອງຄະນະເລຂາທິການ ສະພາປະຊາຊົນແຂວງ,ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດ, ຄຳເຫັນໃສ່ຮ່າງບົດສະຫຼຸບ ຢ່າງມີຈຸດສຸມ ເພື່ອເປັນທິດທາງໃນການ ປັບປຸງ ແກ້ໄຂ ບັນຫາ ຈຸດອ່ອນ, ຂໍ້ຄົງຄ້າງ ໃຫ້ນັບມື້ດີຂື້ນເປັນກ້າວໆ ສາມາດຮັບປະກັນຕາມສິດ, ພາລະບົດບາດ ໃນການເປັນເສນາທິການ, ປະສານສົມທົບ, ສະໜອງຂໍ້ມູນ-ຂ່າວສານ ຮັບປະກັນດ້ານເນື້ອໃນໃຫ້ແກ່ ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຄະນະປະຈຳ ແລະ ຄະນະເລຂາທິການ ສະພາປະຊາຊົນແຂວງໃຫ້ນັບມື້ນັບດີຂຶ້ນ;

ຕອນທ້າຍ ກອງປະຊຸມ ທ່ານ ຄຳຟອງ ກົ້ວມີໄຊ ມີຄໍາເຫັນໂອ້ລົມເນັ້ນໜັກບາງບັນຫາສຳຄັນ ຊື່ງກ່ອນອື່ນໝົດ ທ່ານສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຂອງບັນດາທ່ານ ຄະນະເລຂາທິການ, ຫົວໜ້າ, ຮອງຫົວໜ້າ ຂະແໜງ ຕະຫຼອດຮອດ ພະນັກງານ-ລັດຖະກອນທັງໝົດ ທີ່ຍາດມາໄດ້ໃນໄລຍະ 6 ເດືອນ ຜ່ານມາ ບົນພື້ນຖານຄວາມສາມັກຄີເປັນເອກະພາບພ້ອມກັນເຮັດສຳເລັດໜ້າທີ່ການເມືອງ ຕາມສິດພາລະບົດບາດ ຄວາມຮັບຜິດຊອບຂອງຕົນ ພ້ອມນັ້ນທ່ານຍັງໄດ້ຮຽກຮ້ອງໃຫ້ແຕ່ລະຂະແໜງ ຈົ່ງພ້ອມກັນກຳແໜ້ນ ແລະ ຜັນຂະຫຍາຍທິດທາງແຜນການໃນ 6 ເດືອນທ້າຍປີ ແລະ ສູ້ຊົນ ແກ້ໄຂບັນຫາທີ່ຍັງຄົງຄ້າງເປັນຕົ້ນ: ຄວາມເປັນເຈົ້າການຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະຂອງຕົນ, ເອົາໃຈໃສ່ ເຕົ້າໂຮມຄວາມສາມັກຄີເປັນເອກະພາບພາຍໃນໃຫ້ໜັກແໜ້ນ ແລະ ພາຍນອກໃຫ້ກວ້າງຂວາງ ສືບຕໍ່ປັບປຸງແບບແຜນວິທີເຮັດວຽກ ແລະ ກົນໄກການປະສານງານ ໃຫ້ມີປະສິດພາບ ແລະ ປະສິດທິຜົນ ນັບມື້ສູງຂຶ້ນ ໂອກາດດຽວກັນນີ້ ທ່ານຍັງໄດ້ເຜີຍແຜ່ເນື້ອໃນບົດບັນທຶກ ການຮ່ວມມືລະຫວ່າງ ແຂວງຫົວພັນ – ນະຄອນໂຮ່ຈີ່ມິນ ໄລຍະປີ 2022 – 2025; ຫົວພັນ ເຫງະອານໄລຍະປີ 2023 – 2025 ແລະ ຫົວພັນ ແທັງຮວ່າ ປະຈຳປີ 2023 ຕື່ມອີກ.

ພາບ ແລະ ຂ່າວ: ສພຂ ແຂວງ