ວັນທີ 14 ມີນາ 2024 ຜ່ານມານີ້ ຄະນະເລຂາທິການສະພາປະຊາຊົນແຂວງຫົວພັນ ໄດ້ເປີດກອງປະຊຸມ ສະຫລຸບວຽກງານຄະນະເລຂາທິການປະຈຳ 3 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 3 ເດືອນ ໃນຕໍ່ຫນ້າຂອງຕົນຂື້ນ ພາຍໃຕ້ການເປັນປະທານ ຂອງທ່ານ ຄຳຟອງ ກົ້ວມີໄຊ ກຳມະການຄະນະປະຈຳ ເລຂາທິການສະພາປະຊາຊົນແຂວງຫົວພັນ.
ໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສົມສັກ ດອນຈານິດ ກຳມະການພັກແຂວງ ເລຂາຫນ່ວຍພັກ ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນຳວຽກງານຄະນະເລຂາທິການ ສະພາປະຊາຊົນແຂວງ, ມີບັນດາທ່ານຄະນະເລຂາທິການ, ຫົວຫນ້າ, ຮອງຫົວຫນ້າຂະແຫນງ ຕະຫລອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.

ໃນວາລະກອງປະຊຸມໄດ້ຮັບຟັງການຜ່ານ ບົດສະຫລຸບວຽກງານ 3 ເດືອນຕົ້ນປີ ແລະ ທິດທາງ 3 ເດືອນໃນຕໍ່ຫນ້າ ຂອງຄະນະເລຂາທິການສະພາປະຊາຊົນແຂວງ ຈາກທ່ານ ສຸກມີໄຊ ສິງບຸນເຮືອງ ຮອງເລຂາທິການສະພາປະຊາຊົນແຂວງ ແລະ ຜ່ານແຜນແບ່ງ ຄວາມຮັບຜິດຊອບ ພາຍໃນຂະແໜງການທີ່ຂຶ້ນກັບຄະນະເລຂາທິການ ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫລຸບ ແລະ ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຢ່າງກົງໄປກົງມາດ້ວຍຄວາມຮັບຜິດຊອບສູງ ພ້ອມນັ້ນປະທານກອງປະຊຸມໄດ້ສະຫລຸບສັງລວມບັນດາຄຳຄິດເຫັນເພື່ອປັບປຸງແບບແຜນວິທີເຮັດວຽກພາຍໃນຄະນະເລຂາທິການ, ບັນດາຂະແໜງການຂອງສະພາປະຊາຊົນແຂວງໃຫ້ນັບມື້ດີຂື້ນນອກນັ້ນຍັງໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 55 ລົງວັນທີ 15 ມັງກອນ 2024 ວ່າດ້ວຍການມອບໃບຍ້ອງຍໍໃຫ້ແກ່ບຸກຄົນມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ປະຈຳປີ 2023;

ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຈາກທ່ານ ສົມສັກ ດອນຈານິດ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາຜົນງານທີ່ຍາດມາໄດ້ ໃນໄລຍະ 3 ເດືອນຜ່ານມາ ແລະ ຍັງໄດ້ເນັ້ນໜັກໃຫ້ຄະນະເລຂາທິການສືບຕໍ່ເຮັດວຽກງານສືກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນໃຫ້ເປັນປົກກິຕິ ແລະ ຕໍ່ເນື່ອງ ດ້ວຍຫລາຍຮູບແບບ, ຫລາຍວິທີການ ແລະ ສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພ້ອມທັງປັບປຸງແບບແຜນວິທີເຮັດວຽກຫັນເປັນທັນສະໄໝເທື່ອລະກ້າວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນຍຸກປັດຈຸບັນໃຫ້ດີຂຶ້ນກວ່າເກົ່າ.

ພາບ ແລະ ຂ່າວ: ສພຂ ຫົວພັນ