(ສພຂ) – ວັນທີ 6 ພຶດສະພານີ້ ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ (ສພຂ) ຫຼວງນໍ້າທາ ໄດ້ດໍາເນີນກອງປະ ຊຸມຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນການເຄື່ອນໄຫວວຽກງານຂອງຄະນະເລຂາທິການສະພາແຫ່ງຊາດ (ຄລສ) ພາຍໃຕ້ການເປັນປະທານຂອງທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ໂດຍມີບັນດາທ່ານຄະນະກົມ, ຄະນະພະແນກ ແລະ ພະນັກງານຂອງ ຄລສ ພ້ອມດ້ວຍບັນດາທ່ານຮອງເລຂາທິການ, ຫົວໜ້າ ແລະ ຮອງຫົວໜ້າຂະແໜງ, ພະນັກງານພາຍໃນ ສພຂ ເຂົ້າຮ່ວມ.

ໃນວາລະດໍາເນີນກອງປະຊຸມ, ໄດ້ຮັບຟັງລາຍງານການເຄື່ອນໄຫວວຽກງານໂດຍຫຍໍ້ຂອງຄະນະເລຂາທິ ການສະພາປະຊາຊົນແຂວງໃນໄລຍະຜ່ານມາ ເປັນຕົ້ນບັນ ຫາພົ້ນເດັ່ນ, ຜົນສຳເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ 3 ຂະແໜງຂຶ້ນກັບ ຄື: ຂະແໜງຄົ້ນຄວ້າສັງລວມ ແລະ ຂໍ້ມູນຂ່າວສານ, ຂະແໜງສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ພ້ອມດຽວກັນ, ກໍໄດ້ແລກປ່ຽນປະກອບຄໍາຄິດເຫັນຕໍ່ການຈັດຕັ້ງປະຕິບັດວຽກງານໃນຂົງເຂດຄະນະເລຂາທິການ ລະຫວ່າງສະພາແຫ່ງຊາດ ກັບ ສະພາປະຊາຊົນແຂວງ ຢ່າງມີຈຸດສຸມ ແລະ ມີການສະເໜີບັນຫາທີ່ຍັງບໍ່ສອດຄ່ອງ, ທັງນີ້ ເພື່ອຕີລາຄາຄືນບັນດາໜ້າວຽກເພື່ອກ້າວໄປເຖິງການປັບປຸງແກ້ໄຂໃນຕໍ່ໜ້າໃຫ້ມີຄຸນນະພາບ, ສອດຄ່ອງກັບສະພາບຕົວຈິງ.

ໂອກາດນີ້, ທ່ານ ສິງຄຳ ວົງພະຈັນ ໄດ້ມີຄຳເຫັນຕໍ່ການຈັດຕັ້ງປະຕິບັດວຽກງານຂອງຄະນະເລຂາທິການສະ ພາປະຊາຊົນແຂວງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ກັບວຽກງານຄະນະເລຂາທິການ ທີ່ເຫັນວ່າມີຜົນສໍາເລັດຫຼາຍດ້ານ ພ້ອມທັງຮຽກຮ້ອງໃຫ້ເອົາໃຈໃສ່ຈັດຕັ້ງປະ ຕິບັດວຽກງານໃນການເປັນເສນາທິການໃນທຸກໆດ້ານໃຫ້ການນໍາພາຍໃນສະພາປະຊາຊົນແຂວງ ໃຫ້ດີຂຶ້ນກວ່າເກົ່າ ແລະ ຈະນຳເອົາຄຳສະເໜີໄປຫາຂັ້ນເທິງຄົ້ນຄວ້າແກ້ໄຂໃຫ້ມີຄວາມ ຖືກຕ້ອງ, ສອດຄ່ອງຂຶ້ນເທື່ອລະກ້າວ.