ຄລສ ຊຸກຍູ້ວຽກງານຢູ່ເຊກອງ ແລະ ສາລະວັນ

ສ.ຫ. 26, 2025

‎(ສພຊ) – ວັນທີ 25-26 ສິງຫານີ້, ຄະນະເລຂາທິການສະພາແຫ່ງຊາດ (ຄລສ) ນຳໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສຳຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ (ສພຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ແຂວງເຊກອງ ແລະ ແຂວງສາລະວັນ; ທັງນີ້, ກໍເພື່ອຕິດຕາມກວດກາ, ຊຸກຍູ້ ແລະ ເກັບກຳຂໍ້ມູນ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຄະນະເລຂາທິການສະພາປະຊາຊົນແຂວງ (ຄລຂ) ໂດຍສະເພາະການເປັນເສນາທິການໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດ (ຄສຊ) ປະຈຳເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ (ສພຂ) ເປັນຕົ້ນວຽກງານເນື້ອໃນ, ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ງົບປະມານ-ການເງິນ, ບໍລິຫານ-ພິທີການ, ສື່ມວນຊົນ, ກວດກາ, ຄຸ້ມຄອງພື້ນຖານໂຄງລ່າງ ແລະ ວຽກງານອື່ນໆ ທັງສ້າງເງື່ອນໄຂໃຫ້ບັນດາກົມ, ຫ້ອງການ ຂອງ ຄລສ ໄດ້ແລກປ່ຽນບົດຮຽນກັບຂະແໜງການທີ່ກ່ຽວຂ້ອງຂອງ ຄລຂ ແນໃສ່ເກັບກຳສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນດາຂໍ້ສະເໜີຕ່າງໆ ໃນການປະຕິບັດໜ້າທີ່ວຽກງານໄລຍະຜ່ານມາ ແລະ ການກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນຂອງ ສພຊ ກໍຄືຂອງ ສພຂ ໃຫ້ໄດ້ຮັບຜົນດີ ແລະ ສອດຄ່ອງກັບສະພາບເງື່ອນໄຂຈຸດພິເສດຂອງສູນກາງ ແລະ ທ້ອງຖິ່ນໃນປັດຈຸບັນ.
ໃນການເຄື່ອນໄຫວ, ໄດ້ເຮັດວຽກຮ່ວມກັບທ່ານ ສີເຮັງ ຫອມສົມບັດ ປະທານຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 14 ທັງເປັນປະທານສະພາປະຊາຊົນແຂວງສາລະວັນ, ບັນດາທ່ານຮອງປະທານ ແລະ ກຳມະການໃນຄະນະປະຈຳ, ຮອງປະທານຄະນະກຳມະການ ແລະ ພະນັກງານທີ່ກ່ຽວຂ້ອງພາຍໃນ ສພຂ ຂອງສອງແຂວງ ເຊິ່ງທ່ານເລຂາທິການສະພາປະຊາຊົນແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງ ຄລຂ ໂດຍສັງເຂບ ກ່ຽວກັບສະພາບທີ່ພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເປັນເສນາທິການໃຫ້ແກ່ ຄສຊ ແລະ ສພຂ; ຈາກນັ້ນ, ໄດ້ມີການສົນທະນາແລກປ່ຽນຄຳຄິດຄຳເຫັນເຊິ່ງກັນແລະກັນຢ່າງກົງໄປກົງມາ.
ຕອນບ່າຍວັນຈັນທີ 25, ຄະນະເລຂາທິການສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຍັງໄດ້ລົງຕິດຕາມສະພາບການຈັດຕັ້ງປະຕິບັດບາງໂຄງການພັດທະນາຢູ່ແຂວງເຊກອງ ໂດຍສະເພາະໂຄງການກໍ່ສ້າງເສັ້ນທາງໄລຍະ 42 ກິໂລແມັດ ແຕ່ບ້ານໂພນ-ພູລະກຸບ ຂອງບໍລິສັດ ສອນກໍ່ສ້າງຄົບວົງຈອນ ຈໍາກັດ ແລະ ໂຄງການຂຸດຄົ້ນຖ່ານຫີນ ເຂດເມືອງກະລຶມເກົ່າ ຂອງບໍລິສັດ ພະລັງງານໄຟຟ້າເຊກອງ ຈໍາກັດ.