ຄລຊ ຕິດຕາມ ແລະ ຊຸກຍູ້ວຽກງານກະກຽມການເລືອກຕັ້ງ ສສຊ ຊຸດທີ X ແລະ ສສຂ ຊຸດທີ V ຢູ່ເຊກອງ ແລະ ສາລະວັນ

ມ.ກ. 25, 2026

(ສພຊ) – ວັນທີ 19 ມັງກອນ 2026, ທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ກໍາມະການຄະນະກໍາມະການເລືອກຕັ້ງລະດັບຊາດ (ຄລຊ), ຫົວໜ້າອະນຸກໍາມະການບໍລິຫານ, ພິທີການ ແລະ ງົບປະມານ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 16 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ຊຸດທີ V ຢູ່ແຂວງເຊກອງ ໂດຍການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງແຂວງ (ຄລຂ) ພ້ອມດ້ວຍຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ. ທ່ານ ດົງເພັດ ພະຍົນ ໄດ້ຕາງໜ້າ ຄລຂ ລາຍງານສະພາບການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ເຊິ່ງແຂວງເຊກອງໄດ້ດຳເນີນການຕາມ 4 ບາດກ້າວທີ່ວາງໄວ້, ປັດຈຸບັນແມ່ນສຳເລັດບາດກ້າວທີ 1 ແລະ 2 ຢ່າງມີຜົນສຳເລັດທີ່ດີ, ພົ້ນເດັ່ນແມ່ນດ້ານບຸກຄະລາກອນ ແລະ ນິຕິກຳ: ສຳເລັດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງທຸກຂັ້ນ, ສ້າງນິຕິກຳບ່ອນອີງ ແລະ ສຳເລັດການທາບທາມບຸກຄະລາກອນຜູ້ສະໝັກຮັບເລືອກຕັ້ງທັງ ສສຊ ແລະ ສສຂ; ດ້ານສະຖິຕິຜູ້ມີສິດປ່ອນບັດ: ທົ່ວແຂວງມີຜູ້ມີສິດປ່ອນບັດທັງໝົດ 76,910 ຄົນ, ຍິງ 38,311 ຄົນ (ເພີ່ມຂຶ້ນຈາກປີ 2021 ຈຳນວນ 7,126 ຄົນ); ດ້ານເຕັກນິກ: ກຳນົດຈຸດປ່ອນບັດໄດ້ 106 ໜ່ວຍ (ເພີ່ມຂຶ້ນ 8 ໜ່ວຍ) ໃນນີ້, ລວມມີໜ່ວຍປ່ອນບັດຂອງກຳລັງປະກອບອາວຸດ 2 ໜ່ວຍ; ດ້ານງົບປະມານ: ໄດ້ແຈກຢາຍງົບປະມານຈຳນວນ 445 ລ້ານກີບ ໃຫ້ແກ່ 4 ເມືອງ (ລະມາມ, ທ່າແຕງ, ດາກຈຶງ ແລະ ກະລຶມ) ເພື່ອນຳໃຊ້ເຂົ້າໃນວຽກງານກະກຽມເບື້ອງຕົ້ນ. ສຳລັບທິດທາງໃນຕໍ່ໜ້າ, ຄະນະກຳມະການເລືອກຕັ້ງຂັ້ນແຂວງ ຈະສຸມໃສ່ບາດກ້າວທີ 3 ເປັນຕົ້ນແມ່ນການຜະລິດອຸປະກອນເຕັກນິກ, ຈັດພິມຮູບພາບ-ປະຫວັດຜູ້ສະໝັກ, ໃບຢັ້ງຢືນ ແລະ ບັດລົງຄະແນນສຽງ ເພື່ອແຈກຢາຍໃຫ້ບັນດາໜ່ວຍປ່ອນບັດໃຫ້ທັນຕາມກຳນົດເວລາ.
ໃນໂອກາດການເຄື່ອນໄຫວຄັ້ງນີ້, ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ຍັງໄດ້ລົງຕິດຕາມກວດກາສະພາບຕົວຈິງຢູ່ໜ່ວຍປ່ອນບັດເລືອກຕັ້ງທີ 1 ບ້ານເພຍໃໝ່ ເມືອງລະມາມ ແລະ ໜ່ວຍປ່ອນບັດບ້ານຫ້ວຍຊາຍ ເມືອງທ່າແຕງ, ຜ່ານການລົງຊຸກຍູ້ ແລະ ຮັບຟັງການລາຍງານຂອງຄະນະຮັບຜິດຊອບປະຈຳໜ່ວຍປ່ອນບັດດັ່ງກ່າວ ເຫັນວ່າແຕ່ລະບ່ອນແມ່ນມີຄວາມຕື່ນຕົວ ແລະ ມີຄວາມກຽມພ້ອມຮອບດ້ານໃນເບື້ອງຕົ້ນ ເພື່ອຮອງຮັບໃຫ້ແກ່ວັນປ່ອນບັດຕົວຈິງ.
ທ່ານ ສົມມາດ ພົລເສນາ ໄດ້ໂອ້ລົມ ແລະ ໃຫ້ຊີ້ນຳຕໍ່ຄະນະກຳມະການເລືອກຕັ້ງທຸກຂັ້ນ ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມເອົາໃຈໃສ່ ແລະ ຜົນສຳເລັດທີ່ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບ ສືບຕໍ່ຕິດຕາມກວດກາບັນດາໜ້າວຽກຢ່າງໃກ້ຊິດ ໂດຍສະເພາະແມ່ນການເກັບກຳຂໍ້ມູນສະຖິຕິໃຫ້ລະອຽດຈະແຈ້ງ, ການຮັບປະກັນຄວາມສະຫງົບຮອບດ້ານໃນວັນປ່ອນບັດ ແລະ ການໂຄສະນາປຸກລະດົມປະຊາຊົນໄປໃຊ້ສິດເລືອກຕັ້ງ ໃຫ້ບັນລຸຄາດໝາຍ 100% (4 ຄາດໝາຍ); ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດປ່ອນບັດທີ່ມີອາຍຸແຕ່ 18 ປີຂຶ້ນໄປ ຈົ່ງພ້ອມກັນໄປໃຊ້ສິດປະຊາທິປະໄຕຂອງຕົນ ໃນວັນທີ 22 ກຸມພາທີ່ຈະມາເຖິງນີ້ ເພື່ອເລືອກເອົາຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
ວັນທີ 20 ມັງກອນ, ທ່ານ ສົມມາດ ພົລເສນາ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງ ສສຊ ປະຈຳເຂດເລືອກຕັ້ງທີ 14 ຊຸດທີ X ແລະ ສສຂ ຊຸດທີ V ຢູ່ແຂວງສາລະວັນ ເຊິ່ງໄດ້ພົບປະກັບທ່ານ ດາວວົງ ພອນແກ້ວ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການເລືອກຕັ້ງແຂວງ ເພື່ອລາຍງານຈຸດປະສົງ ແລະ ປຶກສາຫາລືທິດທາງໃນການຊຸກຍູ້ບັ້ນເລືອກຕັ້ງ; ທ່ານ ດາວວົງ ພອນແກ້ວ ກໍໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງສະແດງຄວາມຂອບໃຈ ແລະ ຢືນຢັນຈະສືບຕໍ່ນໍາພາ-ຊີ້ນໍາຄະນະກໍາມະການເລືອກຕັ້ງທຸກຂັ້ນ ໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ຢ່າງສຸດກໍາລັງ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ.
​ ຫຼັງຈາກນັ້ນ, ໄດ້ມີກອງປະຊຸມຮ່ວມກັບຄະນະກໍາມະການເລືອກຕັ້ງຂັ້ນແຂວງ ໂດຍການຕ້ອນຮັບຂອງທ່ານ ສີເຮັງ ຫອມສົມບັດ ປະທານສະພາປະຊາຊົນແຂວງ, ຮອງປະທານ ຄລຂ ເຊິ່ງມີບັນດາຄະນະກຳມະການເລືອກຕັ້ງຂັ້ນແຂວງ-ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ, ທ່ານ ສີເຮັງ ຫອມສົມບັດ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອດບາດກ້າວທີ 2 ເຊິ່ງມີຜົນສຳເລັດທີ່ພົ້ນເດັ່ນຄື: ດ້ານການເຜີຍແຜ່ ແລະ ບຸກຄະລາກອນ: ສຳເລັດການເຊື່ອມຊຶມມະຕິກົມການເມືອງສູນກາງພັກ ແລະ ເອກະສານການເລືອກຕັ້ງ ໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງ ໄດ້ 2,124 ເທື່ອຄົນ; ດ້ານສະຖິຕິ ແລະ ເຕັກນິກ: ໄດ້ກຳນົດໜ່ວຍປ່ອນບັດທົ່ວແຂວງ 361 ໜ່ວຍ ໃນ 8 ເມືອງ, ສຳລັບການເກັບກຳຜູ້ມີສິດປ່ອນບັດ ແມ່ນສຳເລັດແລ້ວ 5 ເມືອງ ແລະ ອີກ 3 ເມືອງ (ເລົ່າງາມ, ລະຄອນເພັງ ແລະ ຕຸ້ມລານ) ແມ່ນພວມສືບຕໍ່ດຳເນີນການຢ່າງຮີບຮ້ອນ; ດ້ານການປ້ອງກັນຄວາມສະຫງົບ: ສຳເລັດການວາງແຜນດຳເນີນງານຂອງອະນຸກຳມະການ ປກຊ-ປກສ ເພື່ອຮັບປະກັນຄວາມປອດໄພ 100%.
ໃນຕອນທ້າຍ, ທ່ານ ສົມມາດ ພົລເສນາ ໄດ້ກ່າວໂອ້ລົມ ແລະ ຊີ້ນຳໃຫ້ຄະນະຮັບຜິດຊອບທຸກຂັ້ນ ສືບຕໍ່ຕິດຕາມກວດກາໜ້າວຽກຢ່າງໃກ້ຊິດ ໂດຍສະເພາະແມ່ນການເກັບກຳຂໍ້ມູນໃຫ້ລະອຽດຊັດເຈນ ແລະ ປຸກລະດົມໃຫ້ປະຊາຊົນໄປໃຊ້ສິດເລືອກຕັ້ງໃນວັນທີ 22 ກຸມພາ 2026 ໃຫ້ບັນລຸຕາມ 4 ຄາດໝາຍໃຫຍ່ທີ່ວາງໄວ້.