ຂ່າວ ສະພາປະຊາຊົນແຂວງເຜີຍແຜ່ເມືອງຫລວງນ້ຳທາ

ກ.ພ. 10, 2025 | ເຂດ 3 ຫຼວງນ້ຳ​ທາ

ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າໃນການເປັນຕົວແທນສິດຜົນປະໂຫຍດອັນຊອບທໍາຂອງປະຊາຊົນບັນດາເຜົ່າໃຫ້ສໍາເລັດ ຕາມລະດັບຄາດໝາຍ ໃນລະຫວ່າງວັນທີ 6-7 ກຸມພາ 2025 ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ3, ສະມາຊິກປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ  ໂດຍທ່ານ ນາງ ເກສອນ ແສງຍະວົງ ປະທານກໍາມາການວັດທະນາທໍາສັງຄົມ-ບັນດາເຜົ່າ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 3, ທ່ານ ບຸນຄົງ ພິມມະສອນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ພ້ອມດ້ວຍຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດປ່ອນປັດເລືອກຕັ້ງຢູ່ເມືອງຫຼວງນໍ້າທາຄື: ບ້ານ ຕາຫວ່ານ, ຕີນຕົກ ແລະ ບ້ານ ຕີນສານ  ມີນາຍບ້ານ, ອົງການປົກຄອງບ້ານ, ພໍ່ແມ່ປະຊາຊົນ ມີຜູ້ມີສິດປ່ອນບັດເລືອກຕັ້ງເຂົ້າຮ່ວມທັງໝົດ 350 ຄົນ, ຍິງ 154 ຄົນ.

ການລົງເຜີຍແຜ່ໄດ້ຮັບຟັງການລາຍງານສະພາບພົນເດັ່ນໂດຍຫຍໍ້ຂອງແຕ່ລະບ້ານ ແລະ ຄໍາສະເໜີຂອງຜູ້ເຂົ້າຮ່ວມ ຈາກນັ້ນ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ນໍາເອົາເນື້ອໃນຈິດໃຈຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫາງຊາດຊາດຊຸດທີ IX  ແລະ ກອງປຊຸມສະພາປະຊາຊົນແຂວງຫຼວງນໍ້າທາ ຊຸດທີ II ກອງປະຊຸມໄດ້ພິຈາລະນາຮັບຮອງເອົາວຽກງານສໍາຄັນຂອງຊາດຄື:  ພິຈາລະນາ, ຮັບຮອງເອົາການຈັດຕັ້ງການປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024, ຮັບຮອງການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024, ຮັບຮອງຜົນການກວດສອບບົດສະຫຼຸບຂາດຕິດການຈັດຕັ້ງພະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຕາມການລາຍງານຂອງອົງການກວດສອບແຫ່ງລັດ ແລະ ພິຈາລະນາ, ຮັບຮອງຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງພະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2023 ຕາມການລາຍງານຂອງອົງການກວດສອບແຫ່ງລັດ, ຮັບຮອງເອົາວິໄສທັດ ຮອດປີ 2040 ແລະ ຍຸດທະສາດ ການຄຸ້ມຄອງ ແລະ ການພັດທະນາທີ່ດິນກະສິກຳ ຮອດປີ 2030 ປະກອບມີ 5 ຍຸດທະສາດ 5 ເປົ້າໝາຍ 12 ຄາດໝາຍ 30 ວຽກຈຸດສຸມ ແລະ ຮັບຮອງເອົາບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ກອງປະຊຸມໄດ້ພິຈາລະນາ, ຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ ຈຳນວນ 9 ສະບັບ; ໃນນີ້, ກົດໝາຍ ສ້າງໃໝ່ 2, ປັບປຸງ 7 ສະບັບ.

ທ່ານ ບຸນຄົງ ພິມະສອນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງຫຼວງນໍ້າທາ ໄດ້ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຊຸດທີ II ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນຂອງແຂວງຫລາຍບັນຫາເປັນຕົ້ນ: ພິຈາລະນາ, ຮັບຮອງເອົາວຽກງານອົງການປົກຄອງແຂວງປະຈຳປີ 2024 ແລະ ທິດທາງແຜນການປີ 2025; ວຽກງານໄອຍະການ ແລະ ສານປະຊາຊົນແຂວງ ປະຈຳປີ 2024; ວຽກງານສະພາປະຊາຊົນແຂວງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ຮັບຮອງເອົາຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນສົ່ງເສີມ ແລະ ພັດທະນາກິລາກາຍະກໍາຂອງແຂວງ (ສະບັບປັບປຸງ) ແລະ ຮັບຮອງຂໍ້ຕົກລົງຂອງເຈົ້າແຂວງວ່າດ້ວຍ ກອງທຶນຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ (ສະບັບປັບປຸງ); ຮັບຮອງເອົາບົດລາຍງານກ່ຽວກັບ ການຈັດຕັ້ງປະຕິບັດແຜນຟື້ນຟູ-ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າທາ 1 ເມືອງນາແລ ໄລຍະທີ 1 (2020-2023) ແລະ ແຜນ ການໄລຍະທີ 2 (2025-2028),

ໃນໂອກາດດັ່ງກ່າວຍັງໄດ້ສະແດງຄວາມຊົມເຊີຍຕໍ່ອົງການປົກຄອງບ້ານໃນການສຸມເຫຼື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານຂອງຕົນ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນມີຊິວີດການເປັນຢູ່ດີຂື້ນເທື່ອລະກ້າວ, ພ້ອມດຽວກັນນັ້ນຍັງໄດ້ໃຫ້ທິດຊີ້ນໍາ-ອະທິບາຍຊີ້ແຈງບາງຄໍາສະເໜີຕໍ່ປະຊາຊົນຕື່ມອີກ. ຈາກນັ້ນ, ສະພາປະຊາຊົນແຂວງຍັງໄດ້ນໍາເອົາປື້ມ, ບິກ ແລະ ບັນທັດ (ປຶ້ມ 250 ຫົວ , ບິກ 100 ການ ແລະ ໄມ້ບັນທັດ 100 ອັນ) ມອບໃຫ້ນ້ອງນ້ອຍນັກຮຽນທີ່ທຸກຍາກຂາດເຂີນຢູ່ບ້ານ ຕີນສານ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ.

 

ພາບຂ່າວ ຄໍາໄຊ ມີວິໄລ