ກໍາມາທິການບັນດາເຜົ່າ ສະພາແຫ່ງຊາດ ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ. ລະຫວ່າງວັນທີ່ 11-13 ສິງຫາ 2025ນີ້, ກໍາມາທິການບັນດາເຜົ່າສະພາແຫ່ງຊາດໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງນໍ້າທາ ໂດຍແມ່ນ ທ່ານ ຄໍາຈັນ ໂສຕາປະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດພ້ອມຄະນະໄດ້ເຂົ້າພົບ ທ່ານ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫຼວງນໍ້າທາເພື່ອລາຍງານຈຸດປະສົງການເຄື່ອນໄຫວຄັ້ງນີ້ ແລະ ໄດ້ຮັບຟັງສະພາບຈຸດພິເສດການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການເຄື່ອນໄຫວເຮັດວຽກຂອງກໍາມາທິການບັນດາເຜົ່່າ ສສຊ ຄັ້ງນີ້, ໄດ້ເປີດກອງປະຊຸມຮ່ວມບັນດາພະແນກການຢູ່ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດມະຕິສະພາ, ຕາມຄໍາຖາມເຈາະຈີ້ມຄື: ດ້ານກະສິກໍາປ່າໄມ້ ແລະ ສິ່ງແວດລ້ອມ, ອຸດສາຫະກໍາ ແລະ ການຄ້າ, ແຮງງານສະຫວັດດີການ-ສັງຄົມ, ວຽກງານພະແນກພາຍໃນ, ວຽກງານຄຸ້ມຄອງດາ່ນສາກົນ, ຕິດຕາມກວດກາການແກ້ໄຂຊົດເຊີຍຜົນກະທົບຈາກໂຄງການຂຸດຄົ້ນຖ່ານຫີນເມືອງວຽງພູຄາ, ການແກ້ໄຂຊ່ວຍເຫຼືອສຸກເສີນໄພນໍ້າຖ້ວມ ແລະ ແຜນການຊ່ວຍເຫຼືອໄລຍະຍາວ, ການແກ້ໄຂບັນຫາສາສະໜາເພື່ອໃຫ້ມີຄວາມປອງດອງ ແລະ ສອດຄ່ອງຕາມລະບຽບກົດໝາຍ.
ພາບ ແລະ ຂ່າວ ໂດຍ ນາງ ອາເມີງ ວິແຄລູ