ທິດດີ
ຫາກເວົ້າເລື່ອງທ່າແຮງໃນການພັດທະນາເສດຖະກິດຢູ່ປະເທດເຮົາ ແມ່ນມີຫຼາຍຂະແໜງການບົ່ມຊ້ອນ…ແຕ່ກໍຕ້ອງຍອມຮັບ ວ່າປັດຈຸບັນນີ້ ຂະແໜງພັດທະນາພະລັງງານໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່ມາແຮງຫຼາຍ.
ຫຼາຍປີກ່ອນຜູ້ຂຽນເຄີຍຂຽນບົດໃນຫົວຂໍ້: ທ່າແຮງຂອງ ປະເທດເຮົາ ໃນການຂາຍກາກບອນ… ເຊິ່ງເປັນສິນຄ້າຊະນິດໜຶ່ງຈາກປ່າໄມ້ ໂດຍບໍ່ໄດ້ທຳລາຍປ່າໄມ້ ຫຼື ສະພາບແວດລ້ອມໃດໆ ສິນຄ້ານີ້ ຫຼາຍປະເທດໃນໂລກ ໂດຍສະເພາະປະເທດໃນກຸ່ມອາຊຽນເພີ່ນກໍຂາຍກັນແລ້ວ? ສິນຄ້ານີ້ຂາຍສະບາຍເພາະມັນບໍ່ບູດ; ບໍ່ເນົ່າ; ບໍ່ມີການຂົນສົ່ງ; ບໍ່ມີການເຝົ້າຍາມ; ບໍ່ມີສາງເກັບມ້ຽນ…ໄດ້ລາຄາພໍໃຈກໍຂາຍ ບໍ່ພໍໃຈກໍປະໄວ້? ເພາະຕະຫຼາດກວ້າງຂວາງ.
ຂາຍກາກບອນໃນປ່າໄມ້ແມ່ນຂາຍຫຍັງ? ຂາຍການສະສົມທາດແຂງກາກບອນໃນຕົ້ນໄມ້… ເວົ້າແບບງ່າຍໆ ແມ່ນຕົ້ນໄມ້ດູດເອົາ ກາສໂບນິກໃນອາກາດ (CO2) ມາສັງເຄາະເປັນອາຫານ ແລະ ຜະລິດອົກຊີແຊນປ່ອຍສູ່ອາກາດ (O2). ໃນຂະບວນການສັງເຄາະນີ້ ຍັງມີ ກາສໂບນິກ ເຫຼືອຢູ່ ເຊິ່ງຕົ້ນໄມ້ ໄດ້ນຳໄປເກັບໄວ້ໃນພື້ນດິນ ຜ່ານລະບົບຮາກພາກສ່ວນນີ້ລະ ຄືການສະສົມທາດແຂງກາກບອນ ເອົາໂຕນີ້ລະໄປຂາຍ.
ເມື່ອເວົ້າເຖິງການຊື້ຂາຍ ກ່ອນອື່ນຂໍຍົກໃຫ້ເຫັນ ແນວຄວາມຄິດຈາກນັກວິທະຍາສາດສິ່ງແວດລ້ອມທີ່ເວົ້າເຖິງ “ການຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ” ເຊິ່ງເກີດຈາກການທຳລາຍປ່າໄມ້ ແລະ ຄວາມຊຸດໂຊມຂອງປ່າໄມ້ໃນປະເທດພວມພັດທະນາ ແລະ ດ້ອຍພັດທະນາ ເປັນຂໍ້ສະເໜີເລີ່ມຕົ້ນ ຂອງປະເທດ ປາປົວນິວກີເນ ແລະ ໂກສຕາຣີກາ ໃນປີ 2005 ໃນກອງປະຊຸມພາຄີ ສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ ຄັ້ງທີ 11 ທີ່ເມືອງມົງເຕຣອານ ປະເທດການາດາ ໂດຍສືບຕໍ່ແນວຄວາມຄິດຂອງນັກວິທະຍາສາດ ສິ່ງແວດລ້ອມ ໃນຊຸມປີ 1990 ເຊິ່ງຖືເປັນໂຄງຮ່າງການຮ່ວມມືໂດຍມີຊື່ວ່າ: Reducing Emission From Deforestation and Degradation in Developing Countries: REDD.
ຂໍ້ສະເໜີຂອງສອງປະເທດນັ້ນ ມີຮ່າງກົນໄກການຫຼຸດຜ່ອນການທຳລາຍປ່າໄມ້ ເຊິ່ງກໍໄດ້ຮັບການສະໜັບສະໜູນ ຈາກປະເທດສະມາຊິກ ແລະ ແນວຄວາມຄິດດັ່ງກ່າວ ໄດ້ຮັບຄວາມຈະແຈ້ງຍິ່ງຂຶ້ນ ໃນກອງປະຊຸມຄັ້ງທີ 13 ທີ່ ເມືອງບາຫຼີ ປະເທດອິນໂດເນເຊຍ ປີ 2007; ກອງປະຊຸມເທື່ອນີ້ ໄດ້ກຳນົດກົນໄກໃນການຈັດຕັ້ງປະຕິບັດຂອງ REDD.
REDD ເປັນໂຄງຮ່າງການຮ່ວມມືລະຫວ່າງປະເທດ ໃນຮູບແບບໃໝ່ ເຊິ່ງມີຄວາມຈຳເປັນ ຍ້ອນວ່າການຕັດໄມ້ທຳລາຍປ່າ ເປັນການປ່ອຍອາຍພິດຫຼາຍກວ່າພາກສ່ວນອື່ນໆ ໄປສູ່ຊັ້ນບັນຍາກາດໂລກ. ຖ້າເຮົາບໍ່ສາມາດຢຸດຢັ້ງໄດ້ ເຮົາກໍບໍ່ສາມາດຫຼຸດຜ່ອນສະພາວະໂລກຮ້ອນໄດ້ເຊັ່ນກັນ.
ນອກຈາກຈະຫຼຸດຜ່ອນການປ່ອຍອາຍພິດແລ້ວ ພາຍໃຕ້ REDD ນີ້ ປະເທດອຸດສາຫະກຳ (Industrialized Nations) ຕ່າງໆ ຍັງຕ້ອງຈ່າຍເງິນ ເພື່ອສະໜັບສະໜູນປະເທດພວມພັດທະນາ ແລະ ປະເທດດ້ອຍພັດທະນາ ໃຫ້ສາມາດຮັກສາເນື້ອທີ່ປ່າໄມ້ໄວ້ໃຫ້ຍືນຍົງ. ແຕ່ກ່ອນເນື້ອທີ່ປ່າໄມ້ຈະມີມູນຄ່າ ກໍຕໍ່ເມື່ອມີການຕັດຕົ້ນໄມ້ເພື່ອນຳໄປຂາຍ ຫຼື ເປັນເດີ່ນແປນຂາຍທີ່ດິນທໍ່ນັ້ນ ແຕ່ດຽວນີ້ປະເທດໃດສາມາດຫຼຸດປະລິມານການປ່ອຍອາຍພິດເຮືອນແກ້ວ ທີ່ມີຜົນຈາກການຕັດໄມ້ທຳລາຍປ່າ ລວມໄປເຖິງປະເທດທີ່ສາມາດຮັກສາເນື້ອທີ່ປ່າໄມ້, ປູກປ່າໄມ້ເພີ່ມຂຶ້ນ ກໍສາມາດໄດ້ຮັບເງິນ ມີລາຍໄດ້ເປັນກອບເປັນກຳ ຈາກຈຳນວນປະລິມານກາກບອນ ທີ່ສະສົມເປັນທາດແຂງໃນພື້ນດິນ.
ການສະສົມກາກບອນເປັນທາດແຂງໃນພື້ນດິນນັ້ນ ຄືສິນຄ້າທີ່ຈະຕ້ອງຂາຍສູ່ຕະຫຼາດ ເຊິ່ງປະເທດອຸດສາຫະກຳ ຕ້ອງເປັນຜູ້ຊື້ນັ້ນ; ການຊື້ຂາຍແມ່ນດຳເນີນຕາມຂັ້ນຕອນ ໂດຍເລີ່ມຈາກການສຳຫຼວດປ່າໄມ້ ຈາກນັ້ນປະເມີນປະລິມານກາກບອນ-ກວດຜ່ານການຢັ້ງຢືນຈາກພາກສ່ວນກ່ຽວຂ້ອງ (ຊ່ຽວຊານຈາກຕ່າງປະເທດ;REDD) ແລ້ວກໍກາຍເປັນສິນຄ້າ (ສາມາດຂາຍໄດ້ໂລດ) ໝາຍຄວາມວ່າຂາຍເຈ້ຍໃບດຽວ.
ສຳລັບຕະຫຼາດນີ້ ແມ່ນປະເທດອຸດສາຫະກຳ (ປະເທດທີ່ຈະເລີນແລ້ວ) ເປັນຜູ້ຊື້ໂດຍມີສອງຮູບແບບຄື:
ອັນທີ 1: ຕະຫຼາດແບບສະໝັກໃຈ (ພໍໃຈຊື້) ເຊິ່ງສ່ວນຫຼາຍ ແມ່ນບໍລິສັດຂ້າມຊາດ (ບໍລິສັດທີ່ປ່ອຍກາກບອນອອກຫຼາຍ) ເພາະຖືກ ລັັດຖະບານ ບັງຄັບໃຫ້ປັບປຸງຂະບວນການຜະລິດໃນໂຮງງານ ຫຼຸດຜ່ອນການປ່ອຍກາກບອນ ການປັບປຸງນີ້ ສິ້ນເປືອງງົບປະມານຫຼາຍ ສະນັ້ນ, ເຂົາຈຶ່ງຊື້ເອົາດີກວ່າ.
ອັນທີ 2: ຕະຫຼາດແບບບັງຄັບ ໂດຍປະເທດອຸດສາຫະກຳ ຕ້ອງມີພັນທະຫຼຸດຜ່ອນພາວະໂລກຮ້ອນ ຕາມສົນທິສັນຍາກຽວໂຕ ປີ 1997 ໝາຍວ່າ ປະເທດດັ່ງກ່າວ ຕ້ອງຫຼຸດຜ່ອນ ໃຫ້ໄດ້ 5% ໃນປີ 2012 ໂດຍເອົາມາດຖານຂອງປີ 1990 ເປັນບ່ອນອີງ.
ປະເທດເຮົາ ມີເນື້ອທີ່ປ່າໄມ້ຫຼາຍສົມຄວນ ໂດຍສະເພາະເຂດຈັດສັນເປັນປ່າສະຫງວນແຫ່ງຊາດ ສະນັ້ນ, ເຮົາກໍມີຄວາມສາມາດເປັນໜຶ່ງໃນຜູ້ຂາຍກາກບອນ ສ້າງລາຍຮັບໄດ້ສູງ ຄືປະເທດອື່ນໆ ໃນໂລກເຊັ່ນດຽວກັນ.
ການຂາຍກາກບອນນີ້ ມັນເປັນໄປໄດ້ໃນທຸກໆເນື້ອທີ່ປ່າໄມ້. ດັ່ງນັ້ນ, ມັນຈຶ່ງເໝາະສົມທີ່ສຸດກັບແນວທາງການພັດທະນາຊົນນະບົດຢູ່ປະເທດເຮົາ ເພາະພວກເຮົາມີ ປ່າສະຫງວນ; ປ່າຊຸມຊົນ; ສວນປູກຕົ້ນໄມ້ອຸດສາຫະກຳແບບຄອບຄົວ. ເມື່ອນັ້ນ, ລາຍຮັບຂອງປະຊາຊົນລາວບັນດາເຜົ່າ ຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກເພີ່ມຂຶ້ນຢ່າງແນ່ນອນ.
ຂັ້ນຕອນກໍບໍ່ຍາກ ເຮັດຕາມຂະບວນການຂອງ REDD ຄືໄດ້ກ່າວມາເບື້ອງຕົ້ນນັ້ນ, ບາງຄົນອາດຕັ້ງຄຳຖາມວ່າ: ໄດ້ເງິນມາແລ້ວຊິແບ່ງປັນແນວໃດ? ຕາມແນວຄວາມຄິດຂອງ REDD ເຂົາຈະຖືສຳຄັນຄວາມຄິດຄວາມເຫັນຂອງຊຸມຊົນ ທີ່ມີສ່ວນໃນການປົກປັກຮັກສາປ່າໄມ້; ຜູ້ຊື້ກາກບອນ ເຂົາຈະມີອົງການກວດສອບ ເບິ່ງຄວາມໂປ່ງໃສ ໃນການນຳໃຊ້ເງິນ ທີ່ໄດ້ມາຈາກການຂາຍກາກບອນ ໂດຍເຂົາຖືສຳຄັນການພັດທະນາຊຸມຊົນ.
ສະນັ້ນ, ຈຶ່ງເຫັນວ່າ ທ່າແຮງຂອງປະເທດ ໃນການຂາຍກາກບອນເປັນສິນຄ້ານີ້ ມັນສອດຄ່ອງກັບແນວທາງຂອງພັກເຮົາ ໃນການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ. ຊົນນະບົດຮັ່ງມີ ປະຊາຊົນບັນດາເຜົ່າຮັ່ງມີ ປະເທດຊາດມັ່ງຄັ່ງເຂັ້ມແຂງ ສີວິໄລກ້າວໄປ ສ້າງສາພັດທະນາປະເທດເຮົາຕາມຈຸດໝາຍສັງຄົມນິຍົມ.
ປັດຈຸບັນ ຢູ່ປະເທດເຮົາ ການຈັດຕັ້ງກ່ຽວຂ້ອງເພີ່ນກໍມີໂຄງການແລ້ວ, ມີບາງບໍລິສັດກໍເລີ່ມຂາຍແລ້ວ ແຕ່ວ່າຍັງບໍ່ທັນເປັນຂະບວນການແຂງແຮງ ໂດຍສະເພາະແມ່ນປະຊາຊົນໂດຍທົ່ວໄປ ຍັງບໍ່ທັນເຂົ້າເຖິງໂຄງການດັ່ງກ່າວ ແລະ ສ້າງລາຍຮັບຈາກການຂາຍກາກບອນຢ່າງກວ້າງຂວາງ. ຂໍຝາກເປັນບັ້ງເລກນໍ?