ຂະຫຍາຍຕາໜ່າງປົກປ້ອງທາງສັງຄົມ ໃຫ້ມີອັດຕາການປົກຄຸມຫຼາຍຂຶ້ນ

​ພ.ຈ. 11, 2025

​(ສພຊ) – ອີງຕາມການລາຍງານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່ຽວກັບທິດທາງແຜນວຽກຈຸດສຸມປີ 2026 ລັດຖະບານ ຈະສຸມໃສ່ປະຕິບັດດ້ານວັດທະນະທໍາ-ສັງຄົມ:
​ 1) ຄົ້ນຄວ້ານະໂຍບາຍໃນການສົ່ງເສີມການເຂົ້າຮຽນ, ບັນຫາການຂາດແຄນຄູ, ການປະລະການຮຽນ ແລະ ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນທຸກສາຍ ທັງກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນໍາໃຊ້ລະບົບຫຼັກສູດສາມັນສຶກສາ (6+3+3).
​ 2) ປັບປຸງໂຄງລ່າງດ້ານສາທາລະນະສຸກທັງສູນກາງ ແລະ ທ້ອງຖິ່ນ, ວຽກງານສົ່ງເສີມສຸຂະພາບແມ່ ແລະ ເດັກ, ວຽກງານກອງທຶນປະກັນສັງຄົມ ແລະ ປະກັນສຸຂະພາບ, ວຽກງານສັກວັກຊີນກັນພະຍາດ ແລະ ວຽກງານຮັກສາສຸຂະພາບຂັ້ນຕົ້ນ ແລະ ການສ້າງຄວາມເຂັ້ມແຂງວຽກງານສະກັດກັ້ນ ແລະ ເຝົ້າລະວັງການແຜ່ລະບາດຂອງພະຍາດຕ່າງໆຕາມລະດູການ.
​ 3) ພັດທະນາກຳລັງແຮງງານໃຫ້ມີສີມື ແລະ ເຂົ້າສູ່ຕະຫຼາດແຮງງານທັງພາຍໃນ ແລະ ຕ່າງປະເທດ; ພັດທະນາລະ ບົບຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອສະໜອງຂໍ້ມູນໃຫ້ແກ່ການດັດສົມ, ການສະໜອງກໍາລັງແຮງງານ ໃຫ້ເຂົ້າເຖິງ ຕໍາແໜ່ງງານ ແລະ ຜູ້ໃຊ້ແຮງງານ.
​ 4) ເອົາໃຈໃສ່ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີຕໍ່ພາລະກິດປະຕິວັດຊາດປະຊາທິປະ ໄຕ ແລະ ສືບຕໍ່ການຂະຫຍາຍຕາໜ່າງປົກປ້ອງທາງສັງຄົມ ໃຫ້ມີອັດຕາການປົກຄຸມຫຼາຍຂຶ້ນ.
​ 5) ປັບປຸງວຽກງານຖະແຫຼງຂ່າວ ໃຫ້ມີຄວາມວ່ອງໄວ ແລະ ທັນສະໄໝ, ຫຼາກຫຼາຍ ທັງສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ທັງເອົາໃຈໃສ່ຄວບຄຸມສື່ສັງຄົມອອນລາຍ ໂດຍການປັບປຸງໂຄງລ່າງພື້ນຖານດ້ານສື່ມວນຊົນ, ພ້ອມທັງສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນດ້ານປະລິມານ ແລະ ຄຸນນະພາບ; ສົ່ງເສີມ ແລະ ອະນຸລັກວັດທະນະທຳ ແລະ ຮີດ ຄອງປະເພນີຂອງຊາດ.
​ 6) ຊຸກຍູ້ສົ່ງເສີມການທ່ອງທ່ຽວ ໃຫ້ເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍ ໂດຍສົມທົບແໜ້ນກັບທຸກພາກສ່ວນທັງພາກລັດ ແລະ ເອກະຊົນໃນທົ່ວສັງຄົມ; ສຸມໃສ່ປັບປຸງພື້ນຖານໂຄງລ່າງ ເປັນຕົ້ນ ສະຖານທີ່ທ່ອງທ່ຽວ, ເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວອື່ນໆ.
​ 7) ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ບັນດາເຂດຈຸດສຸມຈັດສັນພູມລໍາເນົາ ແລະ ອາ ຊີບຄົງທີ່ ຂອງລັດຖະບານ ແລະ ຂອງທ້ອງຖິ່ນ ໂດຍສະເພາະເຂດຫ່າງໄກສອກຫຼີກ, ເຂດຊາຍແດນ ແລະ ເຂດພື້ນຖານການປະຕິວັດໃນເມື່ອກ່ອນ.