(ສພຊ) – ຕອນເຊົ້າວັນທີ 10 ສິງຫານີ້ ທີ່ເດີ່ນທາດຫຼວງໜ້າສະພາແຫ່ງຊາດ ໄດ້ມີກິດຈະກໍາຂະບວນແຂ່ງຂັນກິລາແລ່ນມິນິມາລາທອນ (Mini Marathon) 10 ກິໂລແມັດ ແລະ ແລ່ນເພື່ອສຸຂະພາບ 5 ກິໂລແມັດ ເພື່ອສະເຫຼີມສະຫຼອງວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 34 ປີ (15/8/1991-15/8/2025) ແລະ ລະດົມທຶນຊ່ວຍເຫຼືອຜູ້ປະສົບອຸທົກກະໄພຈາກພາຍຸວິພາ ໂດຍມີບັນດາການນຳຈາກສະພາແຫ່ງຊາດ, ກະຊວງ, ອົງການ, ທູດຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈຳ ສປປລາວ ພ້ອມດ້ວຍມວນຊົນພາຍໃນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີເປີດ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ກ່າວວ່າ: ການປະກາດໃຊ້ລັດຖະທຳມະນູນແຫ່ງ ສປປລາວ ເປັນຂີດໝາຍປະຫວັດສາດທີ່ສໍາຄັນໃນການຫັນປ່ຽນຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍແນວທາງ, ນະໂຍບາຍ, ມະຕິ, ຄໍາສັ່ງ ໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ທັງເປັນຂີດໝາຍໃນການເຕີບໃຫຍ່ຂະຫຍາຍຕົວຂອງລັດ ສູ່ໄລຍະການສ້າງລັດທີ່ປົກຄອງດ້ວຍກົດໝາຍ; ເປັນການຮັບຮູ້ ແລະ ຢືນຢັນເຖິງຜົນງານອັນຍິ່ງໃຫຍ່ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ກອບກູ້ເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ພາລະກິດປ່ຽນແປງໃໝ່ຂອງພັກເຮົາ; ເປັນການຢືນຢັນໃຫ້ຊາວໂລກຮັບຮູ້ເຖິງຄວາມເປັນເອກະລາດແຫ່ງຊາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ ກໍຄືການຄົງຕົວ ແລະ ຂະຫຍາຍຕົວຂອງປະຊາຊົນລາວບັນດາເຜົ່າ ຢູ່ບົນດິນແດນອັນແສນຮັກແຫ່ງນີ້ ທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້; ທັງເປັນການສ່ອງແສງຢ່າງຈະແຈ້ງ ແລະ ຄົບຖ້ວນ ຄວາມມຸ່ງມາດປາຖະໜາອັນແຮງກ້າ ແລະ ຄວາມເດັດດ່ຽວຕັດສິນໃຈອັນສູງສົ່ງຂອງວົງຄະນະຍາດແຫ່ງຊາດລາວ ເພື່ອພ້ອມກັນສູ້ຊົນປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສ້າງລັດເຮົາ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ແນໃສ່ເຮັດໃຫ້ປະຊາຊົນລາວບັນດາເຜົ່າ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ນັບແຕ່ລັດເຮົາໄດ້ປະກາດໃຊ້ລັດຖະທຳມະນູນແຫ່ງ ສປປລາວ ສະບັບປີ 1991 ເປັນຕົ້ນມາ, ໄດ້ມີການປັບປຸງລັດຖະທໍາມະນູນໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມຂອງປະເທດຊາດໃນແຕ່ລະໄລຍະ ລວມມີ 3 ຄັ້ງຄື: ສະບັບປັບປຸງປີ 2003, ສະບັບປັບປຸງປີ 2015 ແລະ ສະບັບປັບປຸງປີ 2025 ແນໃສ່ຍູ້ແຮງພາລະກິດປ່ຽນແປງໃໝ່ໄປສູ່ລວງເລິກ ເຊິ່ງການຈັດງານແລ່ນມິນິມາລາທອນຄັ້ງນີ້ ເປັນການສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບ, ມິດຕະພາບ, ຄວາມສາມັກຄີ ແລະ ເປັນການສ້າງຂະບວນການຊຸກຍູ້ສົ່ງເສີມປີທ່ອງທ່ຽວລາວ ທັງເປັນການຊຸກຍູ້ສົ່ງເສີມ ແລະ ປຸກລະດົມທຶນ, ວັດຖຸປັດໄຈ ຊ່ວຍເຫຼືອປະຊາຊົນບັນດາເຜົ່າໃນທ້ອງຖິ່ນຕ່າງໆ ທີ່ຖືກຜົນກະທົບຈາກໄພທຳມະຊາດ.
ພິທີຄັ້ງນີ້ ໄດ້ຮັບການສະໜັບສະໜູນຈາກຫຼາຍພາກສ່ວນເປັນຕົ້ນ ກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ, ບໍລິສັດ ລາວສະແຕນດາດ ຈຳກັດ, ບໍລິສັດ ວັງຕັດ ມາຍນິງ ກຣຸບ ຈຳກັດ, ບໍລິສັດ ເບຍລາວ ຈຳກັດ, ບໍລິສັດ ລ້ານຊ້າງ ມິນິໂຣນສ໌ ຈຳກັດ, ສະມາຄົມຄຸນຄ່າລາວ, ສູນການແພດອະໄລແອນສ໌, ບໍລິສັດ ເອັສ ເອັມ ແອວ ຈຳກັດ (kokkok Move), ບໍລິສັດ ເທີນ-ຫີນບູນ ຈຳກັດ, ບໍລິສັດ ລາວສະຕາໂທລະຄົມ (ຢູນິເທວ), ທະນາຄານສົ່ງເສີມກະສິກຳ, Lao Youth Radio FM 90.0 Mhz, ຮ້ານຂາຍຢາໄສສະອາດ ຈຳໜ່າຍຢາ ແລະ ອຸປະກອນການແພດ, ຮ້ານອາຫານມັງກອນທອງ ແລະ ຮ້ານປັນຄາເຟ.
(ນາງ ກຸກກິກ ບຸດດາໄຊ)