

ລະຫວ່າງວັນທີ 10-11 ພະຈິກ 2022, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອຸດົມໄຊ ໄດ້ສໍາເລັດກອງປະຊຸມລາຍງານວຽກງານພົ້ນເດັ່ນໃນໄລຍະໜຶ່ງປີຜ່ານມາ 2 ຂົງເຂດຄື: ຂົງເຂດຍຸດຕິທໍາ ແລະ ປກຊ-ປກສ ແລະ ຂົງເຂດທະນະທໍາ-ສັງຄົມ ໂດຍການເປັນປະທານຂອງ ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າ/ຮອງຫົວໜ້າພະແນກການ-ອົງການ, ຕ່າງໜ້າພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານຂະແໜງຊ່ວຍວຽກສະພາປະຊາຊົນແຂວງ ເຂົ້າຮ່ວມ.


ຈຸດປະສົງໃນການຈັດກອງປະຊຸມໃນຄັ້ງນີ້, ເພື່ອສະຫຼຸບລາຍງານວຽກພົ້ນເດັ່ນ, ມີຂໍ້ສະດວກ – ຂໍ້ຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຕາມຄໍາຖາມເຈາະຈີ້ມຂອງສະພາປະຊາຊົນແຂວງ ແລະ ມີຄໍາສະເໜີເພື່ອເປັນການແລກປ່ຽນຄໍາຄິດເຫັນ ທັງເປັນການສະໜອງຂໍ້ມູນໃຫ້ແກ່ ສະມາຊິກສະພາແຫ່ງຊາດ ທີ່ຈະເຂົ້າຮ່ວມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ຈະໄຂຂຶ້ນໃນເດືອນ ທັນວາ 2022.


ກອງປະຊຸມໄດ້ຮັບຟັງການລາຍງານ ຂົງເຂດຍຸຕິທໍາ ແລະ ປກຊ-ປກສ ປະກອບມີ; ອົງການໄອຍະການປະຊາຊົນແຂວງ; ສານປະຊາຊົນແຂວງ; ພະແນກຍຸຕິທໍາ, ປກຊ-ປກສ ແລະ ຂົງເຂດວັດທະນະທໍາ-ສັງຄົມ ຄື: ພະແນກສຶກສາທິການ ແລະ ກິລາ; ພະແນກແຮງງານ ແລະ ສະຫວັດດີການສັງຄົມ; ພະແນກສາທາລະນະສຸກ ແລະ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ພາຍຫຼັງສໍາເລັດການລາຍງານ ບັນດາຜູ້ແທນກອງປະຊຸມຍັງໄດ້ມີຄໍາຄິດຄໍາເຫັນ ແລກປ່ຽນເຊິ່ງກັນ ແລະ ກັນ.

ພາບ/ຂ່າວ: ສພຂ.