loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກໍາມາທິການຍຸຕິທໍາ​ ສະພາແຫ່ງຊາດ​ ເຄື່ອນໄຫວ​ເຮັດວຽກ​ຢູ່ແຂວງອັດຕະປື.​

ກ.ຍ. 18, 2024 | ເຂດ 17 ອັດ​ຕະ​ປື

​ເພື່ອຕິດຕາມກວດກາການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ, ໃນວັນທີ 17 ກັນຍາ 2024 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ​ອັດຕະປື, ທ່ານ ສີສູນທອນ ສ.​ຜາບມີໄຊຍ໌ ຮອງປະທານກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານໃນຂົງເຂດຍຸຕິທໍາ ໂດຍການເຂົ້າຮ່ວມຂອງທ່ານ ນາງ​ ມີນາພອນ​ ໄຊສົມພູ​ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີບັນດາທ່ານຕາງໜ້າຈາກຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 17, ຄະນະເລຂາທິການ, ອົງການກວດກາພັກ-ລັດແຂວງ, ຫ້ອງວ່າການ​ແຂວງ,​ ສານປະຊາຊົນ, ອົງການ​ໄອຍະການປະຊາຊົນ,​ພະແນກຍຸຕິທໍາ, ກອງບັນຊາການ​ ປກສ ພ້ອມດ້ວຍພະນັກງານ-ວີຊາການກ່ຽວຂ້ອງເຂົ້າຮ່ວມ.

​       ກອງປະຊຸມ, ທ່ານ ນາງ ຈັນທະລີ ສີສຸວົງ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ໄດ້ລາຍງານຜົນການຕິດຕາມກວດກາວຽກງານໃນຂົງເຂດຍຸຕິທໍາ ໃນໄລຍະຜ່ານມາໃຫ້ຊາບວ່າ: ສະພາປະຊາຊົນແຂວງໄດ້ຮັບຄໍາຮ້ອງ, ຄໍາສະເໜີ ຂອງປະຊາຊົນເຊິ່ງມີຄໍາຮ້ອງທັງໝົດ 14 ເລື່ອງ ໃນນັ້ນເປັນຄໍາສະເໜີ 8 ເລື່ອງ, ຄໍາຮ້ອງຂໍຄວາມເປັນທໍາ 6 ເລື່ອງ. ພ້ອມນີ້ຍັງໄດ້ຮັບຟັງການລາຍງານຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ກອງບັນຊາການ ປກສ ແຂວງ ແລະ ພະແນກຍຸຕິທໍາແຂວງ ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດທາງແຜນການ ປີ 2024 ຕາມ 6 ຄາດໝາຍສູ້ຊົນ, 10 ວຽກຈຸດສຸມ ແລະ 5 ມາດຕະການຈັດຕັ້ງປະຕິບັດ ຂອງສານປະຊາຊົນສູງສຸດ ທີ່ໄດ້ກໍານົດໄວ້ໃນມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 115/ສພຊ, ລົງວັນທີ 21 ພະຈິກ 2023, ການປັບປຸງກົນໄກການປະສານສົມທົບ ລະຫວ່າງ ສານປະຊາຊົນທ້ອງຖິ່ນ ກັບສານປະຊາຊົນສູງສຸດ ແລະ ກັບພາກສ່ວນກ່ຽວຂ້ອງ, ການເຜີຍແຜ່, ເຊື່ອມຊຶມ ບັນດານິຕິກໍາຂອງສານປະຊາຊົນສູງສຸດ ແລະ ເນື້ອໃນກົດໝາຍ ວ່າດ້ວຍ ສານປະຊາຊົນ, ກົດໝາຍວ່າດ້ວຍ ການດໍາເນີນຄະດີແພ່ງ, ການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນ, ພັດທະນາ, ບໍາລຸງສ້າງ ພະນັກງານ ແລະ ຜູ້ພິພາກສາ ພາຍໃນແຂວງ;  ການຈັດຕັ້ງປະຕິບັດທິດທາງແຜນການ ປີ 2024 ຕາມ 5 ຄາດໝາຍສູ້ຊົນ, 14 ວຽກຈຸດສຸມ ແລະ 6 ມາດຕະການຈັດຕັ້ງປະຕິບັດ ຂອງອົງການໄອຍະການປະຊາຊົນສູງສຸດ ທີ່ໄດ້ກໍານົດໄວ້ໃນມະຕິ ຂອງກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ສະບັບເລກທີ 116/ສພຊ, ລົງວັນທີ 21 ພະຈິກ 2023, ການຍົກສູງຄຸນນະພາບ ໃນການຄົ້ນຄວ້າພິຈາລະນາແກ້ໄຂຄະດີການຖະແຫຼງ ແລະ ການສັ່ງຟ້ອງຜູ້ຖືກຫາຂຶ້ນສານ, ການກວດກາ ແລະ ຊັ່ງຊາຕີລາຄາຫຼັກຖານ, ການປັບປຸງກົນໄກ, ຮູບການ ແລະ ວິທີການ ຕິດຕາມກວດກາການປະຕິບັດກົດໝາຍ ເປັນຕົ້ນ: ຕິດຕາມກວດກາການດໍາເນີນຄະດີຂອງສານ, ການນໍາໃຊ້ ແລະ ປະຕິບັດ 7 ມາດຕະການສະກັດກັ້ັນ ຂອງເຈົ້າໜ້າທີ່ສືບສວນ-ສອບສວນ, ການປະຕິບັດຄໍາຕັດສິນຂອງສານ,ການເຜີຍແຜ່, ເຊື່ອມຊຶມ ບັນດານິຕິກໍາຂອງອົງການໄອຍະການປະຊາຊົນສູງສຸດ ແລະ ເນື້ອໃນກົດໝາຍວ່າດ້ວຍ ອົງການໄອຍະການ, ກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ການປັບປຸງກົງຈັກການຈັດຕັ້ງ, ການສັບຊ້ອນ, ພັດທະນາ, ບໍາລຸງສ້າງ ພະນັກງານ ໄອຍະການ ພາຍໃນແຂວງ;  ສະພາບການເຄື່ອນໄຫວວຽກງານ ປະຈໍາປີ 2024 ໂດຍສະເພາະ ວຽກງານສືບ ສວນ-ສອບສວນ, ການດໍາເນີນຄະດີ ແລະ ການໂຄສະນາ, ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ພົວພັນກັບວຽກງານຂອງຕົນ ແລະ ກ່ຽວກັບ ການໂຄສະນາ, ເຜີຍແຜ່ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ແລະ ສະພາບການຈັດຕັ້ງປະຕິບັດກົດໝາຍ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ສົນທະນາແລກປ່ຽນ ແລະ ປະກອບຄວາມຄິດຄວາມເຫັນຕໍ່ເນື້ອໃນຕ່າງໆ ທີ່ໄດ້ນຳມາປຶກສາໃນກອງປະຊຸມຄັ້ງນີ້ ຢ່າງພາວະວິໃສ, ແທດເໝາະຕົວຈິງ ແລະ ເລິກເຊິ່ງ ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

(ວິນັດ ສີສຸລາດ)