ກໍາມາທິກການແຜນການ,ການເງິນ ແລະ ການກວດສອບ ລົງຕິດຕາມກວດກາ ປະຈຳປີ 2025 ຢູ່ແຂວງຫລວງນ້ຳທາ

ສ.ຫ. 12, 2025

ລະຫວ່າງວັນທີ 1112 ສິງຫາ 2025 ກໍາມາທິກການແຜນການ,ການເງິນ ແລະ ການກວດສອບ ສະພາແຫ່ງຊາດ(ສພຊ) ໄດ້ລົງຕິດຕາມກວດກາ ປະຈຳປີ 2025 ຢູ່ແຂວງຫລວງນໍ້າທາ ນໍາໂດຍ ທ່ານ ປອ ລີເບີ ລີບົວປາວ ກໍາມະການສູນ ກາງພັກ ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບ ພ້ອມດ້ວຍຄະນະ ໂອກາດນີ້ໄດ້ເຂົ້າພົບທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫລວງນ້ຳທາ ເພື່ອລາຍງານຈຸດປະສົງໃນການລົງເຄື່ອນໄຫວຄັ້ງນີ້ ແລະ ຮັບຟັງຈຸດພິເສດໃນການພັດທະນາເສດຖະກິດຂອງແຂວງ  ພ້ອມທັງໄດ້ເປີດກອງປະຊຸມຮ່ວມພະແນກການກ່ຽວຂ້ອງຂອງແຂວງ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງ(ສພຂ) ພາຍໃຕ້ການເປັນປະທານຂອງທ່ານ ປອ ລີເບີ ລີບົວປາວ ມີສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ຫົວຫນ້າ,ຮອງຫົວຫນ້າພະແນກການຂອງແຂວງ, ຫົວໜ້າ,ຮອງຫົວໜ້າຂະແໜງພາຍໃນ ສພຂ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານໂດຍຫຍໍ້ຂອງພະແນກການທີ່ກ່ຽວຂ້ອງຕາມຄຳຖາມເຈາະຈິ້ມເປັນຕົ້ນການຈັດຕັ້ງປະຕິບັດວາລະແຫ່ງຊາດຕໍ່ການຈັດຕັ້ງປະຕິບັດ 5 ວຽກງານຈຸດສຸມຂອງວາລະແຫ່ງຊາດ ແລະ 14 ມາດຕະການທີ່ກຳນົດໃນມະຕິສະພາແຫ່ງຊາດ ໃນທ້ອງຖິ່ນ; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2025 ຂອງແຂວງ ແລະ ຂົງເຂດການເງິນ-ງົບປະມານໃນການຈັດຕັ້ງປະຕິບັດແຜນງົບປະມານປະຈຳປີ 2025 ຂອງແຂວງ, ການສົ່ງເຂົ້າອອກສິນຄ້າ, ການເກັບລາຍຮັບອຶ່ນໆ ພ້ອມດຽວກັນ ໄດ້ປະກອບຄຳຄິດເຫັນຕໍ່ຂົງເຂດແຜນການ, ການເງິນ ແລະ ການກວດສອບຂອງແຂວງ ທັງນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານພາຍໃນແຂວງໃຫ້ມີຄຸນນະພາບກວ່າເກົ່າ;

ໂອກາດນີ້ ຍັງໄດ້ລົງຕິດຕາມກວດກາ ໂຄງການພັດທະນາກະສິກຳ, ອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ ເຂດດ່ານປາງໄຮ ຢູ່ເມືອງສິງ ເພື່ອຮັບຟັງສະພາບການຈັດຕັ້ງປະຕິບັດຂອງໂຄງການ ແລະ ໄດ້ລົງຕິດຕາມກວດກາເສັ້ນທາງປູຢາງສອງຊັ້ນແຕ່ເມືອງຫລວງນ້ຳທາ ຫາ ເມືອງນາແລ ແຂວງຫລວງນ້ຳທາ