
ຕອນບ່າຍຂອງວັນສຸກ, ວັນທີ 1 ກັນຍາ 2023, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ກໍາມະບານຮາກຖານສະພາປະຊາຊົນແຂວງ, ໄດ້ຮ່ວມຊີວິດປະຈໍາເດືອນ ກໍລະກົດ-ສິງຫາ 2023, ໂດຍການເປັນປະທານຂອງສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາ, ຄະນະກຳມະບານ ແລະ ສະມາຊິກກໍາມະບານພາຍໃນຮາກຖານສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ນ. ຄໍາພອນ ພິມມະຈັນ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງປະທານສະພາປະຊາຊົນແຂວງ, ໄດ້ຜ່ານຮ່າງບົດສະຫລຸບປະຈໍາເດືອນ ກໍລະກົດ-ສິງຫາ ແລະ ທິດທາງແຜນການປະຈໍາ ເດືອນ ກັນຍາ 2023 ຂອງກໍາມະບານຮາກຖານສະພາປະຊາຊົນແຂວງ. ພ້ອມດຽວກັນນັ້ນ, ທາງຄະນະກໍາມະບານຍັງຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຮັບຮອງເອົາເນື້ອໃນຄໍາຂັວນຂອງສະຫະພັນກໍາມະບານລາວສະໄໝທີ VII ແລະ ໄດ້ຜ່ານແຜນການເຄື່ອນໄຫວດໍາເນີນວຽກງານກ່ຽວກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2023 ກໍາມະບານຮາກຖານສະພາປະຊາຊົນແຂວງ ແລະ ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກກຳມະບານ ໄດ້ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວມ, ສົມບູນ, ຖືກຕ້ອງຕາມ ກົດລະບຽບຂອງສະຫະພັນກໍາມະບານລາວ.





ໂອກາດດັ່ງກ່າວ, ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄດ້ມີຄໍາເຫັນຕໍ່ການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກງານຂອງສະພາປະຊາຊົນແຂວງອຸດົມໄຊ ໃນໄລຍະຜ່ານມາ, ເຊິ່ງສະພາປະຊາຊົນແຂວງ ໄດ້ປະຕິບັດສິດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າຕາມກົດໝາຍກໍານົດເປັນຕົ້ນແມ່ນ ໄດ້ກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາສະພາປະຊາຊົນແຂວງ ຊຸດທີ II ແລະ ວຽກງານອື່ນໆ ສໍາເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງອຸດົມໄຊ, ພ້ອມທັງເນັ້ນໜັກໃຫ້ພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍ, ມະຕິ, ຄໍາສັ່ງ ແລະ ເອກະສານຕ່າງໆ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ, ຕີຖອຍແນວຄິດປຽບທຽບຊັງຊາ; ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະທີ່ຕົນຮັບຜິດຊອບໃຫ້ດີຂຶ້ນກວ່າເກົ່າ, ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆ.

