loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ກໍາມະການເສດຖະກິດ, ແຜນການ ແລະ ການເງີນ ຕິດຕາມກວດການ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານ  ຢຸ່ເມືອງໄຊເສດຖາ.

ທ.ວ. 29, 2023 | ເຂດ 17 ອັດ​ຕະ​ປື

ໃນວັນທີ 29 ທັນວາ 2023. ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໄຊເສດຖາ, ໄດ້ມີກອງປະຊຸມ ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານໃນຂົງເຂດເສດຖະກິດ,ແຜນການ ແລະ ການເງີນ. ໂດຍການເປັນປະທານຂອງທ່ານ ສຸກສໍາລານ ໄຊຍະແສງ ຮອງປະທານສະພາປະຊາຊົນແຂວງ ປະທານຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງີນ, ເຂົ້າຮ່ວມມີທ່ານ ສີໄລ ສີສະແຫວງສຸກ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໄຊເສດຖາ, ມີບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໄຊເສດຖາ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ ແລະ ຄະນະຕິດຕາມຈາກສະພາປະຊາຊົນແຂວງເຂົ້າຮ່ວມ.

ກອງປະຊຸມ, ທ່ານ ສີໄລ ສີສະແຫວງສຸກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໄລຍະ 1 ປີໂດຍຫຍໍ້ໃຫ້ຊາບວ່າ: ການລົງທຶນຂອງລັດທີ່ສະພາຮັບຮອງມີ 6 ໂຄງການ ມູນຄ່າ 1.292 ລ້ານກວ່າກີບ, ລວມຊໍາລະມາຮອດປະຈຸບັນ 858 ລ້ານກີບ ໃນນີ້ມີໂຄງການສືບຕໍ່ 2 ໂຄງການ ມູນຄ່າ 100ລ້ານກີບ, ໂຄງການໜີ້ສິນ 3 ໂຄງການ ມູນຄ່າ 758 ລ້ານກວ່າກີບ ແລະ ໂຄງການສະເໜີໃໝ່ 1 ໂຄງການມູນຄ່າ 434 ລ້ານກວ່າກີບ, ການລົງທືນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ມີ 11 ໂຄງການ, ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 11.610 ລ້ານກວ່າກີບ ເທົ່າກັບ 172,3% ລື່ນແຜນ 72,3% (ແຜນ 6.739 ລ້ານກວ່າກີບ), ເມືອງໄຊເສດຖາ ໄດ້ເປີດຝືກອົບຮົມວີຊາການສ່ວຍສາອາກອນ, ວີຊາການທີ່ກ່ຽວຂ້ອງ ແລ ຫັນລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ (TaxRIS), ສ້າງ ແລະ ປັບປຸງກົນໄກການຊຸກຍູ້ ແລະ ສົ່ງເສີມຈຸນລະວະສາຫະກິດ, ວິສະຫະກິດຂະໜາດນ້ອຍ, ກາງ ແລະ ໃຫ່ຍໃຫ້ຖືກບັນຊີ ແລະ ຖືກຕ້ອງ ຄົບຖ້ວນຕາມກົດໝາຍບັນຊີ ແລະ ລະບຽບການທີ່ກ່ຽວຂ້ອງ, ຫົວໜ່ວຍທຸລະກິດເຂົ້າລະບົບ (TaxRIS) 578 ຫົວໜ່ວຍ ເທົ່າກັບ 100% ໃນນັ້ນ ຫົວໜ່ວຍ 400ລ້ານຂື້ນໄປມີ 15 ຫົວໜ່ວຍ, 50 ລ້ານ ຫາ 400 ລ້ານມີ 234ຫົວໜ່ວຍ, ຕໍ່າກວ່າ50ລ້ານມີ 283 ຫົວໜ່ວຍ, ຄ່າເຊົ່າທີ່ດີນມີ 21 ຫົວໜ່ວຍ ແລະ ຫົວໜ່ວຍອາກອນເງີນເດືອນ 25 ຫົວໜ່ວຍ, ຈາກນັ້ນ, ບັນດາຫ້ອງການທີ່ກ່ຽວຂ້ອງໄດ້ຂື້ນລາຍງານ ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ມາດຕະການແກ້ໄຂ ຕາມຄໍາຖາມເຈາະຈີ້ມຈາກຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງີນ ເປັນຕົ້ນ: ການຄຸ້ມຄອງການການນໍາໃຊ້ທີ່ດີນ,  ການແກ້ໄຂບັນຫາທີ່ດີນທີ່ມີຂໍ້ຂັດແຍ່ງ ແລະ ການຊົດເຊີຍທີ່ດີນໃຫ້ແກ່ປະຊາຊົນ, ການຄຸ້ມຄອງໃຫ້ເຊົ່າ ແລະ ສໍາປະທານທີ່ດີນລັດ ຕິດຕາມກວດກາ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ-ສັງຄົມ ແລະ ທໍາມະຊາດ, ການຈັດຕັ້ງປະຕິບັດການສໍາຫຼວດ ແລະ ສ້າງຖານລາຍຮັບຈາກອາກອນ, ຊັບສີນ, ການຄຸ້ມຄອງຖານລາຍຮັບ, ຄຸ້ມຄອງ ແລະ ການເກັບລາຍຮັບອາກອນ, ຄ່າທໍານຽມເຂົ້າສູ້ລະບົບທັນສະໄໝ, ການຄຸ້ມຄອງການນໍາເຂົ້າສີນຄ້າ ແລະ ຄຸ້ມຄອງລາຄາສີນ, ການຜະລິດກະສີກໍາ, ພຶດພັນ ສະບຽງອາຫານ, ການລ້ຽງສັດ ແລະ ການປະມົງ, ຊຸກຍູ້ສົ່ງເສີມການຜະລິດ ທົດແທນການນໍາເຂົ້າ ແລະ ເປັນສີນຄ້າສົ່ງອອກ, ບັນຫາການຄຸ້ມຄອງການຂົນສົ່ງທາງບົກ ບັນທຸເກີນຂະໜາດ, ພ້ອມນັ້ນ ກໍໄດ້ມີການສົນທະນາແລກປ່ຽນໃນຫຼາຍໆບັນຫາ ໂດຍຊອກໄດ້ເຫັນໄດ້ຂໍ້ສະດວກ, ຂໍ້ຄົງຄ້າງ ແລະ ທິດທາງການແກ້ໄຂໃນຕໍ່ໜ້າ.

ໂອກາດນີ້ ທ່ານ ສຸກສໍາລານ ໄຊຍະແສງ ໄດ້ມີຄໍາເຫັນໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍທີ່ໄດ້ເອົາໃຈໃສ່ໃນການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານຂອງເມືອງ ທີ່ໄດ້ຮັບຜົນສໍາເລັດຫຼາຍໆດ້ານ ແລະ ເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າເປັນຕົ້ນ: ເອົາໃຈໃສໃສ່ສືບຕໍ່ຊຸກຍູ້ປະຊາຊົນໃນການເພີ່ມພູນຜະລິດຜົນ ໂດຍສະເພາະແມ່ນການປູກຝັງ-ລ້ຽງສັດ ຊ່ວຍຫຼຸດຜ່ອນການນໍາເຂົ້້າ, ເອົາໃຈໃສ່ຄຸ້ມຄອງທີ່ດີນ, ການແກ້ໄຂຂໍ້ຂັດແຍ່ງທີ່ດີນ, ປັບປຸງກົນໄກ, ການປະສານສົມທົບ, ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃຫ້ມີປະສິດທິຜົນ, ທັນເວລາ, ເດັດຂາດ ແລະ ເຂັ້ມງວດ ຍົກສູງສະຕິເຄົາລົບລະບຽບກົດໝາຍ ເພີ່ມທະວີການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍລະບຽບກົດໝາຍ.