ກ້ອນກໍາລັງເຄື່ອງໝາຍຊາດ

ທ.ວ. 2, 2025

ເຄື່ອງໝາຍຊາດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ ດ້ານລຸ່ມມີຮູບເຄິ່ງກົງຈັກເປັນແຂ້ວເຟືອງ ແລະ ໂບສີແດງ ຂຽນອັກສອນ “ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ” ສອງຂ້າງອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະ ໂບສີແດງ ຂຽນອັກສອນ “ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ” ລະຫວ່າງກາງຂອງສອງປ້າຍຮວງເຂົ້າ ມີຮູບທາດຫຼວງ, ຢູ່ກາງຮູບວົງມົນ ມີຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານໍ້າຕົກ ຕາມມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 203/ຄປຈ, ລົງວັນທີ 30 ກໍລະກົດ 2025 ກ່ຽວກັບການປັບປຸງການໃສ່ສີເຄື່ອງໝາຍຊາດທີ່ນໍາໃຊ້ປັດຈຸບັນ; ເຄື່ອງໝາຍຊາດ ເປັນສູນລວມຈິດໃຈ ທັງເປັນຄວາມເອກອ້າງທະນົງໃຈຂອງຊາດລາວ ບໍ່ວ່າຈະຢູ່ພາຍໃນພາກພື້ນ ແລະ ເວທີສາກົນ.

ກ້ອນກໍາລັງເຄື່ອງໝາຍຊາດ ເດີນສວນສະໜາມໂດຍພະນັກງານສະພາແຫ່ງຊາດ 185 ທ່ານ. ສະພາແຫ່ງຊາດ ແມ່ນອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ, ເປັນອົງການສູງສຸດແຫ່ງອໍານາດລັດ, ເປັນອົງການນິຕິບັນຍັດ ມີພາລະບົດບາດພິຈາລະນາ, ຮັບຮອງເອົາລັດຖະທໍາມະນູນ ແລະ ກົດໝາຍ, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຕິດຕາມກວດກາການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ແລະ ກົດໝາຍ ຂອງບັນດາອົງການລັດ ເຊິ່ງໃນເມື່ອກ່ອນ ເອີ້ນວ່າສະພາປະຊາຊົນສູງສຸດ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 2 ທັນວາ 1975 ພ້ອມກັບການສ້າງຕັ້ງ ສປປລາວ; ຕະຫຼອດໄລຍະ 50 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ໄປຄຽງຄູ່ກັບການເຕີບໃຫຍ່ຂະຫຍາຍຕົວຂອງ ສປປລາວ ໄດ້ປະກອບສ່ວນສໍາຄັນເຂົ້າໃນການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງທົ່ວປວງຊົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ກໍຄືການສືບຕໍ່ສ້າງ ແລະ ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.
ຕະຫຼອດໄລຍະ 50 ປີ, ສະພາແຫ່ງຊາດ ຈັດຕັ້ງ ແລະ ເຄື່ອນໄຫວບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນິຕິທໍາ, ຍຸຕິທໍາ, ປະຕິບັດໜ້າທີ່ວຽກງານຕາມລະບອບປະຊຸມ, ຕົກລົງບັນຫາຕາມສຽງສ່ວນຫຼາຍ, ຕິດແທດຕົວຈິງກັບປະຊາຊົນ ແລະ ຮາກຖານ, ປະສານສົມທົບຢ່າງກົມກຽວກັບອົງການອໍານາດລັດທີ່ກ່ຽວຂ້ອງ ແລະ ອົງການອື່ນໆ; ພິເສດ ໃນປີນີ້, ສະພາແຫ່ງຊາດ ໄດ້ຄົ້ນຄວ້າ, ພິຈາລະນາ ແລະ ຮັບຮອງເອົາລັດຖະທໍາມະນູນ ສະບັບປັບປຸງປີ 2025. ປັດຈຸບັນ, ສປປລາວ ມີກົດໝາຍທີ່ຜັນຂະຫຍາຍຈາກລັດຖະທຳມະນູນ ທີ່ສະພາແຫ່ງຊາດຮັບຮອງ ທັງໝົດ 176 ສະບັບ ເພື່ອເປັນເຄື່ອງມືທີ່ສຳຄັນໃນການດັດປັບສາຍພົວພັນການຄຸ້ມຄອງລັດຄຸ້ມຄອງສັງຄົມ ໃຫ້ມີຄວາມສີວິໄລ ແລະ ຍືນຍົງ.