ກິດຈະກຳແຂ່ງຂັນບານເຕະມິດຕະພາບ

​ກ.ກ. 28, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຊ) – ຕອນແລງວັນສຸກທີ 25 ກໍລະກົດຜ່ານມາ ທີ່ເດີ່ນບານເຕະເຟີຣາຣີ, ນະຄອນຫຼວງວຽງຈັນ ໄດ້ມີກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງ ທະນາຄານພົງສະຫວັນ ກັບ ສະພາແຫ່ງຊາດ; ໂດຍມີທ່ານ ບຸນຕາ ເທບພະວົງ ປະທານກຳມາທິການວັດທະນະທຳ-ສັງຄົມ, ທ່ານ ສີວິໄລ ພົມມະຈັກ ຜູ້ອຳນວຍການໃຫຍ່ທະນາຄານພົງສະຫວັນ, ບັນດາທ່ານຄະນະປະຈຳສະພາແຫ່ງຊາດ, ຮອງເລຂາທິການສະພາແຫ່ງຊາດ ພ້ອມດ້ວຍພະນັກງານ ແລະ ນັກກິລາຂອງ 2 ພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ທັງນີ້, ກໍເພື່ອສ້າງຂະບວນການຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20/7/1955-20/7/2025) ທັງເປັນການສ້າງກິດຈະກຳພົບປະແລກປ່ຽນ, ຮັດແໜ້ນມິດຕະພາບ ແລະ ຄວາມສາມັກຄີ ລະຫວ່າງ ທະນາຄານພົງສະຫວັນ ກັບ ສະພາແຫ່ງຊາດ.

ນາງ ອາລິນ ສຸພິມມະປະດິດ