ກິດຈະກຳບານເຕະມິດຕະພາບ ​ຊາວໜຸ່ມສະພາແຫ່ງຊາດ ກັບ ຊາວໜຸ່ມສູນກາງ ຊປປລາວ

​ພ.ຈ. 7, 2025

​​(ສພຊ) – ກິດຈະກຳແຂ່ງຂັນກິລາບານເຕະມິດຕະພາບ ລະຫວ່າງທີມກິລາບານເຕະຊາວໜຸ່ມສະພາແຫ່ງຊາດ (ສພຊ) ກັບ ທີມກິລາບານເຕະຊາວໜຸ່ມສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຊປປລາວ) ໄດ້ຈັດຂຶ້ນໃນຕອນແລງວັນທີ 6 ພະຈິກຜ່ານມາ ທີ່ເດີ່ນກິລາບານເຕະລ້ານຊ້າງ (ບ້ານໜອງໄຮ) ນະຄອນຫຼວງວຽງຈັນ ໂດຍມີຄະນະບໍລິຫານງານຊາວໜຸ່ມ, ພະນັກງານ-ລັດຖະກອນ ແລະ ນັກກິລາຂອງທັງສອງພາກສ່ວນ ນຳໂດຍທ່ານ​ ທອງລີ ສີສຸລິດ​ ເລຂາຄະນະບໍລິຫານງານສູນກາງ ຊປປລາວ ແລະ​ ທ່ານ ສົມບູນ​ ໂຄດໄຊ ເລຂາຄະນະບໍລິຫານງານຊາວໜຸ່ມ ສພຊ​ ເຂົ້າຮ່ວມຢ່າງພ້ອມພຽງ; ທັງນີ້, ກໍເພື່ອສ້າງຂະບວນການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ທັງເປັນການສ້າງຂະບວນການຮັບຕ້ອນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX, ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ເປັນຂະບວນການຟົດຟື້ນ, ທັງເປັນການເສີມຂະຫຍາຍ ແລະ ຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຊາວໜຸ່ມສອງພາກສ່ວນ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.